ເພີ່ມທະວີການແລກປ່ຽນ ແລະຍົກສູງລະດັບຄວາມຮູ້ຂອງກຳລັງເຮລິກົບແຕຫວຽດນາມ ແລະທະຫານອາກາດອິນເດຍ
ກປ.ອອນໄລ - ວັນທີ 10 ເມສາ, ຢູ່ກອງພັນໃຫຍ່ທະຫານອາກາດ 916, ກອງພົນທະຫານອາກາດ 371 (ເຫຼ່ົາທັບອາກາດ-ທະຫານອາກາດ), ຄະນະຜູ້ແທນທະຫານອາກາດອິນເດຍ ນໍາໂດຍທ່ານພັນເອກພິເສດ Sandeep Singh, ຜູ້ບັນຊາການຄ້າຍທະຫານອາກາດ Mumbai ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ກົມກອງ.
ການເຄື່ອນໄຫວເພື່ອແນໃສ່ພົບປະ, ແລກປ່ຽນບົດຮຽນ ແລະຍົກສູງລະດັບຄວາມຮູ້ຂອງກຳລັງເຮລິກົບແຕຂອງສອງປະເທດໃນສະພາບການໃໝ່ຢ່າງຮອບດ້ານ.
    |
 |
ຄະນະຜູ້ແທນທະຫານອາກາດອິນເດຍ ແລກປ່ຽນບົດຮຽນທີ່ກອງພັນໃຫຍ່ທະຫານອາກາດ 916. ພາບ: qdnd.vn |
ໃນບັນຍາກາດເປີດອົກເປີດໃຈ, ສອງຝ່າຍໄດ້ແລກປ່ຽນຫຼາຍເນື້ອໃນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນສຸມໃສ່ບາງບັນຫາກ່ຽວຂ້ອງເຖິງວຽກງານບໍາລຸງສ້າງຝຶກຫັດການບິນໃຫ້ນັກບິນໜຸ່ມ; ບົດຮຽນຕົວຈິງໃນການຝຶກອົບຮົມເທິງເຮືອບິນປະເພດຕ່າງໆ; ວຽກງານຝຶກຝົນຫຼໍ່ຫຼອມກໍາລັງກາຍ ເພື່ອຮັບປະກັນສຸຂະພາບຂອງນັກບິນ ແລະສະມາຊິກໃນຈຸບິນ; ວຽກງານຊອກຫາ ແລະກູ້ໄພກູ້ຊີບຢູ່ທະເລ ກໍ່ຄືໃນເຂດດິນຕໍ່ແຜ່ນໃນສະພາບອຸຕຸນິຍົມ ແລະພູມສັນຖານທີ່ສັບສົນ.
    |
 |
ຄະນະຜູ້ແທນທະຫານອາກາດອິນເດຍ ແລະການນໍາ, ຜູ້ບັນຊາການກອງພັນໃຫຍ່ທະຫານອາກາດ 916 ພ້ອມດ້ວຍຜູ້ຕາງໜ້າອົງການຂອງກອງພົນທະຫານອາກາດ 371. ພາບ: qdnd.vn |
ຊົມເຊີຍລະດັບຕົວຈິງ, ລັກສະນະລະບຽບວິໄນ ແລະແບບແຜນວິທີການເຮັດວຽກເປັນຫຼວງຂອງກອງທັບປະຊາຊົນຫວຽດນາມ ເວົ້າລວມ, ກໍາລັງເຮລິກົບແຕ ເວົ້າລວມ ແລະກໍາລັງເຮລິຄອບເຕີຢູ່ກອງພັນໃຫຍ່ທະຫານອາກາດ 916, ກອງພົນທະຫານອາກາດ 371, ເຫຼ່ົາທັບອາກາດ-ທະຫານອາກາດ, ທ່ານພັນເອກພິເສດ Sandeep Singh ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ກໍາລັງທະຫານອາກາດຂອງສອງປະເທດຈະສືບຕໍ່ສົມທົບກັນເຄື່ອນໄຫວໃຫ້ມີປະສິດຕິຜົນ ແລະແທດຈິງກວ່າ, ປະກອບສ່ວນກໍ່ສ້າງກໍາລັງທະຫານອາກາດຂອງສອງປະເທດ, ເປັນຕົ້ນແມ່ນຍົກສູງລະດັບຄວາມຮູ້ຂອງກໍາລັງເຮລິຄອບເຕີຢູ່ແຕ່ລະປະເທດໃຫ້ນັບມື້ນັບພັດທະນາຢ່າງໜັ້ກແໜ້ນ; ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງກອງທັບຫວຽດນາມ ແລະ ອິນເດຍ ໃຫ້ນັບມື້ນັບພັດທະນາ.
ໄປຄຽງຄູ່ກັບການແລກປ່ຽນ, ຄະນະຜູ້ແທນທະຫານອາກາດອິນເດຍ ຍັງໄປທັດສະນະສຶກສາຂັ້ນຕອນບຳລຸງຮັກສາດ້ານເຕັກນິກ ແລະການຝຶກຝົນຫຼໍ່ຫຼອມກໍາລັງກາຍຂອງນັກບິນຢູ່ກອງພັນໃຫຍ່ທະຫານອາກາດ 916.
ໂດຍ: ທູຈາງ