ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ຄຽງຂ້າງອີຢູ
ກປ.ອອນໄລ - ຕອນບ່າຍວັນທີ 8 ເມສາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ຫງວຽນວັນທາວ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ແບບຊິກ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ຄຽງຂ້າງອີຢູ.
ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງການເອົາໃຈໃສ່, ສົມທົບກັນຢ່າງແໜ້ນແຟ້ນຂອງທ່ານ ຫງວຽນວັນທາວ ເອກອັກຄະລັດຖະທູດ ແລະສະຖານທູດຫວຽດນາມ ປະຈໍາ ແບນຊິກ, ຄະນະຜູ້ຕາງໜ້າຫວຽດນາມ ຄຽງຂ້າງອີຢູ ໃນໄລຍະຜ່ານມາ, ປະກອບສ່ວນໜູນຊ່ວຍວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດປ້ອງກັນຊາດໄດ້ຜັນຂະຫຍາຍຢ່າງຄົບຊຸດ, ຮອບດ້ານ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບຂອງຂວັນທີ່ລະນຶກໃຫ້ທ່ານ ຫງວຽນວັນທາວ ເອກອັກຄະລັດຖະທູດ. ພາບ: ຮວ່າງຫວູ |
ທ່ານ ຫງວຽນວັນທາວ ໃຫ້ຮູ້ວ່າ ອີຢູ ປາດຖະໜາຢາກເປີດກວ້າງການພົວພັນກັບບັນດາປະເທດໃນພາກພື້ນ, ໃນນັ້ນມີຫວຽດນາມ; ຕີລາຄາສູງການພົວພັນຫວຽດນາມ-ອີຢູ ໃນໄລຍະຜ່ານມາພັດທະນາອັນດີງາມໃນທຸກຂົງເຂດ. ກ່ຽວຂ້ອງເຖິງການປ້ອງກັນຊາດ, ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ອີຢູ ປາດຖະໜາຢາກຊຸກຍູ້ການຮ່ວມມືໃນຂົງເຂດນີ້ກັບຫວຽດນາມ, ໃນນັ້ນສຸມໃສ່ເຂົ້າອຸດສາຫະກໍາປ້ອງກັນຊາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.
ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ບົນພື້ນຖານກໍານົດທິດຂອງພັກ, ລັດກ່ຽວກັບການພັດທະນາການພົວພັນ ຫວຽດນາມ-ອີຢູ, ການຮ່ວມມືດ້ານປ້ອງກັນຊາດສຸມໃສ່ຊຸກຍູ້ບັນດາເນື້ອໃນ, ຄື: ຜັນຂະຫຍາຍສັນຍາກ່ຽວກັບການສ້າງຕ້ັງກອບເຂົ້າຮ່ວມຂອງຫວຽດນາມ ເຂົ້າການເຄື່ອນໄຫວຄວບຄຸມວິກິດການຂອງອີຢູ (ສັນຍາ FPA), ຮັກສາກົນໄກການເຈລະຈາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ບໍາລຸງແຫຼ່ງຊັບພະຍາກອນມະນຸດ, ຮັກສາສັນຕິພາບ ສປຊ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ອຸດສາຫະກໍາປ້ອງກັນຊາດໃຫ້ມີປະສິດທິຜົນ... ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມຫວັງຢາກໃຫ້ທ່ານ ຫງວຽນວັນທາວ ເອກອັກຄະລັດຖະທູດ ແລະສະຖານທູດຫວຽດນາມ ປະຈໍາ ແບນຊິກ, ຄະນະຜູ້ຕາງໜ້າຫວຽດນາມ ທາງຂ້າງອີຢູ ສືບຕໍ່ສົມທົບກັບກະຊວງປ້ອງກັນປະເທດ, ເອົາໃຈໃສ່ສ້າງເງື່ອນໄຂເພື່ອໃຫ້ຫ້ອງການທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາ ແບນຊິກ ທັງຮັບຜິດຊອບອີຢູ ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍ.
ໂດຍ: ໄຊນີດາ