leftcenterrightdel
ທ່ານພົນຈັດຕະວາ ຫງວຽນວັນທ້ຽນ ມອບຂອງຂວັນ, ອວຍພອນປີໃໝ່ກອງບັນຊາການທະຫານຊາຍແດນ, ກອງທັບປະຊາຊົນລາວ. ພາບ: ງອັກບາງ

ທີ່ບັນດາກົມກອງ, ຕາງໜ້າຄະນະພັກ, ກອງບັນຊາການທະຫານຊາຍແດນ, ທ່ານພົນຈັດຕະວາ ຫງວຽນວັນທ້ຽນ ໄດ້ສົ່ງພອນໄຊອັນປະເສີດມາຍັງພະນັກງານ, ນັກຮົບ, ພາລະກອນກອງບັນຊາການທະຫານຊາຍແດນ, ກອງທັບປະຊາຊົນລາວ; ກົມໃຫຍ່ປ້ອງກັນຄວາມສະຫງົບ ແລະກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບລາວ; ອວຍພອນໃຫ້ການພົວພັນຮ່ວມມືລະຫວ່າງກໍາລັງປ້ອງກັນຊາຍແດນຫວຽດນາມ ແລະກໍາລັງປ້ອງກັນຊາຍແດນລາວ ສືບຕໍ່ພັດທະນາ ແລະເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ,  ການຮ່ວມມື ແລະພັດທະນາ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນວັນທ້ຽນ ມອບຂອງຂວັນ, ອວຍພອນປີໃໝ່ ກົມໃຫຍ່ຕຳຫຼວດລາວ. ພາບ: ງອັກບາງ

ທ່ານພົນຈັດຕະວາ ຫງວຽນວັນທ້ຽນ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ສອງຝ່າຍໄດ້ສົມທົບກັນໃນບັນດາເນື້ອໃນການຮ່ວມມືທີ່ໄດ້ລົງນາມຢ່າງທັນການ ແລະມີປະສິດທິຜົນ; ຮັກສາການລາດຕະເວນ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສ້າງເງື່ອນໄຂສະດວກໃຫ້ການເຄື່ອນໄຫວແລກປ່ຽນການຄ້າຜ່ານດ່ານ, ພັດທະນາເສດຖະກິດ, ປັບປຸງການດໍາລົງຊີວິດຂອງປະຊາຊົນສອງຟາກຊາຍແດນ; ສົມທົບກັນຈັດຕັ້ງການເຄື່ອນໄຫວພົວພັນຕ່າງປະເທດສຳຄັນຂອງກະຊວງປ້ອງກັນປະເທດສອງປະເທດໃນປີ 2024 ແລະຕົ້ນປີ 2025 ສຳເລັດຜົນ. ພົ້ນເດັ່ນແມ່ນການເຈລະຈານະໂຍບາຍປ້ອງກັນຊາດລາວ - ຫວຽດນາມ ຄັ້ງທີ 4 (ເດືອນມີນາ ປີ 2024 ຢູ່ແຂວງດ້ຽນບຽນ, ຫວຽດນາມ); ຄັ້ງທີ 5 (ເດືອນມີນາ ປີ 2025 ຢູ່ລາວ), ກອງປະຊຸມຂັ້ນສູງປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ; ການຝຶກຊ້ອມກູ້ໄພ-ກູ້ຊີບຮ່ວມລະຫວ່າງກອງທັບສາມປະເທດ (ເດືອນພະຈິກ ປີ 2024, ຢູ່ກຳປູເຈຍ); ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2 (ເດືອນຕຸລາ 2024 ຢູ່ເຂດຊາຍແດນແຂວງເຊີນລາ ຂອງຫວຽດນາມ ແລະແຂວງຫົວພັນຂອງລາວ).

leftcenterrightdel
ທ່ານພົນຈັດຕະວາ ຫງວຽນວັນທ້ຽນ ມອບຂອງຂວັນ, ອວຍພອນປີໃໝ່ກົມໃຫຍ່ປ້ອງກັນຄວາມສະຫງົບລາວ. ພາບ: bienphong.com.vn

ເນື່ອງໃນໂອກາດນີ້, ຕາງໜ້າກອງບັນຊາການທະຫານຊາຍແດນ, ທ່ານພົນຈັດຕະວາ ຫງວຽນວັນທ້ຽນ ກໍ່ໄດ້ສົ່ງຄຳຢື້ຢາມຖາມຂ່າວ ແລະຄໍາອວຍພອນປີໃໝ່ຂອງກອງບັນຊາການທະຫານຊາຍແດນ ແລະຂອງທ່ານພົນຕີ ເລດຶກຖ໊າຍ ຜູ້ບັນຊາການທະຫານຊາຍແດນ ມາຍັງການນໍາ, ພະນັກງານ, ນັກຮົບທຸກຖ້ວນໜ້າຂອງກອງບັນຊາການທະຫານຊາຍແດນ, ກອງທັບປະຊາຊົນລາວ; ກົມໃຫຍ່ປ້ອງກັນຄວາມສະຫງົບ ແລະກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບລາວ.

ໂດຍ: ທູຈາງ