ກ່າວຄຳເຫັນທີ່ສະໜາມບິນສາກົນໂນ້ຍບ່າຍ, ທ່ານພົນໂທ ຫວູຫາຍສານ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຮັບຮູ້ໝາກຜົນການປະຕິບັດໜ້າທີ່ຊ່ວຍເຫຼືອປະຊາຊົນມຽນມາ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຂອງກໍາລັງກູ້ຊີບກູ້ໄພກອງທັບປະຊາຊົນຫວຽດນາມ; ຢືນຢັນວ່າ ນີ້ແມ່ນພັນທະສາກົນອັນສູງສົ່ງ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະມຽນມາ. ທ່ານພົນໂທ ຫວູຫາຍສານ ສະແດງຄວາມປາດຖະໜາຢາກປະເທດເພື່ອນຈະສຳເລັດການຟື້ນຟູຫຼັງເຫດແຜ່ນດິນໄຫວ, ຊີວິດການເປັນຢູ່ຂອງປະຊາຊົນທີ່ເຂດຖືກຮັບຜົນສະທ້ອນໃຫ້ກັບຄືນເປັນປົກກະຕິໂດຍໄວ.

ທີ່ພິທີຕ້ອນຮັບ, ທ່ານ Myint Htunt Naing ທີ່ປຶກສາທູດປ້ອງກັນຊາດ ມຽນມາ ປະຈໍາ ຫວຽດນາມ ເນັ້ນໜັກວ່າ: “ອໍານາດການປົກຄອງ ແລະປະຊາຊົນມຽນມາ ຂອບອົກຂອບໃຈກອງທັບປະຊາຊົນຫວຽດນາມ ທີ່ໄດ້ຈັດສົ່ງກຳລັງໄປໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ. ປະຊາຊົນມຽນມາ ຍາມໃດກໍ່ເຄົາລົບ ແລະຈົດຈຳຄວາມຮັບຜິດຊອບ ແລະອາລົມຈິດອັນລ້ຳຄ່ານີ້.”

ກໍາລັງຂອງກອງທັບປະຊາຊົນຫວຽດນາມ ໄປຍັງ ມຽນມາ ເຂົ້າຮ່ວມກູ້ຊີບກູ້ໄພ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວລວມມີນາຍ ແລະພົນທະຫານຈຳນວນ 80 ຄົນ ໂດຍທ່ານພົນຈັດຕະວາ ຟ້າມວັນຕິ,  ຮອງຫົວໜ້າຫ້ອງວ່າການປະຈໍາຄະນະກຳມະການແຫ່ງຊາດຮັບມືກັບອຸບັດຕິເຫດ, ໄພທໍາມະຊາດ ແລະຊອກຫາກູ້ຊີບກູ້ໄພ, ຮອງຫົວໜ້າກົມກູ້ຊີບກູ້ໄພ (ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ). ຄະນະອອກຈາກຫວຽດນາມ ເດີນທາງໄປຍັງ ມຽນມາ ໃນເວລາ 14 ໂມງ 15 ນາທີ ໃນວັນທີ 30 ມີນາ 2025.

leftcenterrightdel
ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ ອວຍພອນ​ໃຫ້​ຄະນະ​ປະຕິບັດງານປະຕິບັດສໍາເລັດ​ໜ້າ​ທີ່ເປັນຢ່າງດີ. ພາບ: qdnd.vn

ຄຽງຂ້າງວຽກງານກູ້ຊີບກູ້ໄພ, ຄະນະໄດ້ດຳເນີນການເຄື່ອນໄຫວດ້ານມະນຸດສະທຳຢູ່ເຂດຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວ, ໃນນັ້ນໄດ້ໜູນຊ່ວຍ ແລະມອບອາຫານແຫ້ງໃຫ້ມຽນມາ 40 ໂຕນ ແລະຜ້າເຕັ້ນ ຈຳນວນໜຶ່ງ (ບໍ່ລວມເຄື່ອງທີ່ກະຊວງປ້ອງກັນປະເທດ ສະໜັບສະໜູນຕື່ມອີກ); ສະມາຊິກໃນຄະນະບໍລິຈາກເງິນໄດ້ 5.000 ໂດລາສະຫະລັດ ເພື່ອຊ່ວຍເຫຼືອຄອບຄົວຜູ້ປະສົບເຄາະຮ້າຍ; ໄດ້ຈັດຕັ້ງການກວດສຸຂະພາບ ແລະແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນທ້ອງຖິ່ນ 200 ກວ່າເທື່ອຄົນ.

ຈິດໃຈປະຕິບັດໜ້າຢ່າງສຸດຈິດສຸດໃຈຂອງກຳລັງກູ້ຊີບກູ້ໄພກອງທັບປະຊາຊົນຫວຽດນາມ ຢູ່ ມຽນມາ ໄດ້ຮັບການຍ້ອງຍໍ ແລະຕີລາຄາສູງຈາກການນຳຄະນະພັກການທະຫານສູນກາງ ແລະການນໍາກະຊວງປ້ອງກັນປະເທດ. ວັນທີ 3 ເມສາ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສົ່ງຈົດໝາຍຊົມເຊີຍມາຍັງຄະນະ.

ທ່ານ Soe Win ລັດຖະມົນຕີກະຊວງສະຫວັດດີການສັງຄົມ, ກູ້ຊ່ວຍ ແລະຍົກຍ້າຍຖິ່ນຖານຄືນໃໝ່ມຽນມາ ແບ່ງປັນວ່າ: “ຝ່າຍມຽນມາ ສະແດງຄວາມຂອບອົກຂອບໃຈຕໍ່ຫວຽດນາມ ທີ່ໄດ້ສົ່ງກຳລັງກູ້ຊີບກູ້ໄພຢ່າງທັນການ; ໜູນຊ່ວຍເຄື່ອງກູ້ຊ່ວຍ ແລະມອບເງິນຊ່ວຍເຫຼືອ 300.000 ໂດລາສະຫະລັດ ເພື່ອຊ່ວຍເຫຼືອ ມຽນມາ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ. ພວກຂ້າພະເຈົ້າ ຈົດຈໍາພາລະກິດ ແລະອາລົມຈິດຂອງຫວຽດນາມ ໃນການກູ້ຊ່ວຍຜູ້ປະສົບເຄາະຮ້າຍ ແລະປະທັບໃຈຕໍ່ກໍາລັງຂອງພວກເພື່ອນ”.

ຕາມແຜນການແລ້ວ, ວັນທີ 9 ເມສາ, ກະຊວງປ້ອງກັນປະເທດ ຈະຈັດຕັ້ງພິທີເຊີດຊູກຳລັງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມກູ້ຊີບກູ້ໄພ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຢູ່ມຽນມາ.

ໂດຍ: ທະນາພອນ