leftcenterrightdel
ພະນັກງານ, ນັກຮົບເກາະນາມອຽດ ຕ້ອນຮັບຄະນະປະຕິບັດງານມາຢ້ຽມຢາມ ແລະກວດກາ. ພາບ: ຮວ່າງເຈື່ອງ

ຢູ່ບັນດາໝູ່ເກາະ ແລະຮ້ານເວນຍາມ, ຄະນະປະຕິບັດງານໄດ້ໄປກວດກາທຸກດ້ານວຽກງານຢ່າງຮອບດ້ານ, ຈຸດສຸມແມ່ນການເຄື່ອນໄຫວຝຶກແອບ, ກຽມພ້ອມສູ້ຮົບ; ຝຶກຝົນຫຼໍ່ຫຼອມປະຕິບັດລະບຽບວິໄນ, ສ້າງແບບແຜນຕາມລະບຽບຫຼວງ; ການເຄື່ອນໄຫວວຽກງານພັກ, ວຽກງານການເມືອງ; ວຽກງານຮັບປະກັນພະລາທິການ, ເຕັກນິກ; ຢ້ຽມຢາມຖາມຂ່າວ, ມອບຂອງຂວັນ, ລະດົມກໍາລັງໃຈພະນັກງານ, ນັກຮົບ ແລະປະຊາຊົນ ພ້ອມກັບກໍາລັງປະຕິບັດໜ້າທີ່ຢູ່ບັນດາເກາະ, ຮ້ານເວນຍາມ. ນອກຈາກນັ້ນ, ຄະນະປະຕິບັດງານກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ກໍ່ຈັດຕັ້ງພິທີອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ເສຍສະຫຼະຊີວິດ ເພື່ອພາລະກິດປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະອັນສັກສິດຂອງປະເທດຊາດ.

leftcenterrightdel
ທ່ານພົນຕີ ທ໊າຍດ້າຍງອັກ ກ່າວຄຳເຫັນທີ່ໝູ່ເກາະເຈື່ອງຊາ. ພາບ: ຮວ່າງເຈື່ອງ

ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນຕີ ທ໊າຍດ້າຍງອັກ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍພະນັກງານ, ນັກຮົບບັນດາເກາະ ແລະຮ້ານເວນຍາມ DK1/8; ຮຽກຮ້ອງໃຫ້ພະນັກງານ, ນັກຮົບຊາບຊຶມໜ້າທີ່ການເມືອງຢ່າງເລິກເຊິ່ງ, ຝຶກຝົນຫຼໍ່ຫຼອມຄຸນທາດ, ຍົກສູງຄຸນນະພາບການຝຶກແອບ, ຍົກສູງຈິດໃຈກຽມພ້ອມສູ້ຮົບ, ຕັດສິນໃຈປົກປັກຮັກສາອະທິປະໄຕຂອງທະເລ, ໝູ່ເກາະອັນສັກສິດຂອງປະເທດຊາດ; ແມ່ນບ່ອນອີງອັນໝັ້ນແກ່ນ, ໜູນຊ່ວຍຊາວປະມົງມີຄວາມອຸ່ນອ່ຽນໃຈອອກໄປຫາປາຢູ່ທະເລຢ່າງທັນການ.

ເນື່ອງໃນໂອກາດນີ້, ເຫຼົ່າທັບເຮືອ ໄດ້ມອບຫຼຽນກາລະນຶກ ເພື່ອພາລະກິດປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ ແລະຫຼຽນການັກຮົບເຈື່ອງຊາ ໃຫ້ບັນດາຜູ້ແທນເຂົ້າຮ່ວມຄະນະປະຕິບັດງານ.

ໂດຍ: ເຈິ່ນຮວ່ຽນ