ດ້ວຍຄວາມຮັກແພງບັນດາສະຫາຍນາຍທະຫານ, ພະນັກງານເຂົ້າຮ່ວມແກ້ໄຂຜົນຮ້າຍຢ້ອນຫຼັງຈາກແຜ່ນດິນໄຫວທີ່ມຽນມາ.

ບັນດາສະຫາຍທີ່ຮັກແພງ!

ຕອນເຊົ້າວັນທີ 28 ມີນາ 2025, ທີ່ມຽນມາ ໄດ້ເກີດເຫດແຜ່ນດິນໄຫວດ້ວຍແຮງສັ່ນສະເທືອນທີ່ແຂງແຮງ, ກໍ່ຄວາມເສຍຫາຍຢ່າງໜັກໜ່ວງເປັນພິເສດທັງຄົນ ແລະຊັບສິນ. ຕາມການສະຖິຕິແລ້ວ, ມາຮອດປະຈຸບັນ, ໄດ້ມີຄົນເສຍຊີວິດ 3 ພັນກວ່າຄົນ, ຫຼາຍສິບພັນຄົນໄດ້ຮັບຜົນສະທ້ອນ. ລັດຖະບານມຽນມາ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງ.

ເສີມຂະຫຍາຍມູນເຊື້ອຮັກແພງຂອງຊາດ, ບົນຈິດໃຈ “ຫວຽດນາມ ແມ່ນເພື່ອນ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ”; ໂດຍຕອບສະໜອງຄໍາຮຽກຮ້ອງຂອງລັດຖະບານມຽນມາ; ປະຕິບັດຕາມຄໍາເຫັນຊີ້ນໍາຂອງຄະນະປະຈໍາຄະນະເລຂາທິການ, ນາຍົກລັດຖະມົນຕີ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດໄດ້ຕັດສິນໃຈສົ່ງນາຍທະຫານ ແລະພະນັກງານຈຳນວນ 80 ຄົນ ພ້ອມວັດຖຸອຸປະກອນໄປຊ່ວຍເຫຼືອມຽນມາ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກແຜ່ນດິນໄຫວ.

leftcenterrightdel
ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: qdnd.vn

ເຖິງວ່າຜັນຂະຫຍາຍໜ້າທີ່ໃນເວລາສັ້ນໆ, ຕ້ອງປະເຊີນໜ້າກັບເງື່ອນໄຂດິນຟ້າອາກາດທີ່ຮ້າຍກາດທີ່ສຸດ, ໄພອັນຕະລາຍຈາກການສັ່ນສະເທືອນຍັງມີຢູ່, ຄວາມຫຍຸ້ງຍາກຕ່າງໆກ່ຽວກັບວັດຖຸອຸປະກອນ, ເງື່ອນໄຂການກິນການນອນ, ດໍາລົງຊີວິດ ແລະເຮັດວຽກ, ແຕ່ດ້ວຍຄຸນທາດ, ປະສົບການ, ລະດັບຄວາມຮູ້ ແລະເຈດຈຳນົງຕັດສິນໃຈສູງ, ບັນດາສະຫາຍບໍ່ໄດ້ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລໍາບາກ ແລະເສຍສະຫຼະ, ແຂ່ງກັບເວລາ, ຍາດແຍ່ງເອົາແຕ່ລະຊົ່ວໂມງ, ແຕ່ລະນາທີ, ນຳໃຊ້ສະຕິ, ເຫື່ອແຮງຂອງຕົນ, ພາຫະນະທີ່ມີຢູ່ເພື່ອສົມທົບກັນຊອກຫາ, ນຳເອົາຜູ້ຖືກເຄາະຮ້າຍຫຼາຍຄົນອອກຈາກບ່ອນເພພັງ, ມອບສົ່ງໃຫ້ອໍານາດການປົກຄອງມຽນມາ. ການເຄື່ອນໄຫວນັ້ນຂອງບັນດາສະຫາຍໄດ້ສະແດງໃຫ້ເຫັນຈິດໃຈສາກົນອັນສູງສົ່ງ, ມູນເຊື້ອອັນດີງາມຂອງຊາດ ແລະຄຸນນະທາດອັນສູງສົ່ງຂອງ “ທະຫານລຸງໂຮ່”.

ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຮັບຮູ້, ຊົມເຊີຍ ແລະຕີລາຄາສູງນ້ຳໃຈຮັບຜິດຊອບ, ຄວາມມານະພະຍາຍາມ ແລະໝາກຜົນຕ່າງໆຂອງບັນດາສະຫາຍ. ໜ້າທີ່ໃນຊຸມວັນຈະມາເຖິງຍັງໜັກໜ່ວງ, ຫຍຸ້ງຍາກ ແລະອັນຕະລາຍ; ແຕ່ລະນາທີທີ່ຜ່ານໄປ, ຊີວິດຂອງຜູ້ຖືກເຄາະຮ້າຍຍິ່ງສັ້ນເຂົ້າ. ຂ້າພະເຈົ້າຫວັງວ່າ, ບັນດາສະຫາຍຈະສືບຕໍ່ພະຍາຍາມ, ຕັດສິນໃຈສູງກວ່າ, ຊ່ວຍຜູ້ຖືກເຄາະຮ້າຍໄດ້ຫຼາຍກວ່າອີກ. ລັດຖະບານ ແລະປະຊາຊົນມຽນມາ ພວມລໍຖ້າການຊ່ວຍເຫຼືອຂອງບັນດາສະຫາຍ. ປະເທດ ແລະກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ມີຄວາມເອກອ້າງທະນົງໃຈ, ຮ່ວມເດີນທາງພ້ອມກັບບັນດາສະຫາຍ.

ຂໍອວຍພອນໃຫ້ບັນດາສະຫາຍຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ປອດໄພ ແລະໄດ້ຮັບໄຊຊະນະ.

ດ້ວຍຄວາມນັບຖືຮັກແພງ ແລະເດັດຂາດມີໄຊ!

ທ່ານພົນເອກ ຟານວັນຢາງ