ກອງປະຊຸມປະສົມຄັ້ງທີໜຶ່ງລະຫວ່າງກອງບັນຊາການທະຫານແຂວງແຄ໊ງຮວາ ແລະກອງພົນທີ 5 (ກອງທັບປະຊາຊົນລາວ)
ກປ.ອອນໄລ - ຕອນບ່າຍວັນທີ 14 ມີນາ, ທີ່ນະຄອນຍາຈາງ, ກອງບັນຊາການທະຫານແຂວງແຄ໊ງຮວາ ແລະກອງພົນທີ 5 (ກອງທັບປະຊາຊົນລາວ) ຈັດຕັ້ງກອງປະຊຸມປະສົມຄັ້ງທີໜຶ່ງປີ 2025.
ທ່ານພັນເອກພິເສດ ຫງວຽນເຕີ໊ນອີ໊, ຫົວໜ້າກອງບັນຊາການທະຫານແຂວງແຄ໊ງຮວາ ແລະທ່ານພົນຈັດຕະວາ ທອງສະໄໝ ສຸກປະເສີດ ຫົວໜ້າການທະຫານກອງພົນທີ 5 (ກອງທັບປະຊາຊົນລາວ) ເປັນປະທານກອງປະຊຸມ. ທີ່ກອງປະຊຸມ, ສອງຝ່າຍໄດ້ປຶກສາຫາລື, ຕີລາຄາສູງການພົວພັນຮ່ວມມື, ສະແດງໃຫ້ເຫັນທັດສະນະ, ແນວທາງການພົວພັນຕ່າງປະເທດເຊິ່ງສອງພັກ, ສອງລັດ ແລະສອງກະຊວງປ້ອງກັນປະເທດວາງອອກຢ່າງຖືກຕ້ອງ. ບັນດາອົງການ, ກົມກອງ, ທ້ອງຖິ່ນຂອງກອງພົນທີ 5 ທີ່ແຮກສ່ຽວກັບບັນດາອົງການ, ກົມກອງຂອງກອງບັນຊາການທະຫານແຂວງແຄ໊ງຮວາ ໄດ້ຕັ້ງໜ້າສົມທົບກັນກໍາແໜ້ນ, ແລກປ່ຽນຂໍ້ມູນ, ແກ້ໄຂສະພາບການ, ຮັບປະກັນຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນ, ພາຍໃນ ແລະຜັນຂະຫຍາຍການປະຕິບັດບາງໜ້າທີ່ອື່ນ.
    |
 |
ສອງກົມກອງເຊັນບົດບັນທຶກການຮ່ວມມື. ພາບ: qdnd.vn |
ພາຍຫຼັງໄດ້ເຫັນດີເປັນເອກະພາບຕໍ່ເນື້ອໃນ, ລາຍການແຮກສ່ຽວ, ຕໍ່ການເປັນສັກຂີພິຍານຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ, ທ່ານພັນເອກພິເສດ ຫງວຽນເຕີ໊ນອີ໊ ຫົວໜ້າກອງບັນຊາການທະຫານແຂວງແຄ໊ງຮວາ ແລະທ່ານພົນຈັດຕະວາ ທອງສະໄໝ ສຸກປະເສີດ ຫົວໜ້າ ການທະຫານກອງພົນທີ 5 (ກອງທັບປະຊາຊົນລາວ) ໄດ້ເຊັນບົດບັນທຶກຊ່ວຍຈໍາ, ເປັນຂີດໝາຍບາດກ້າວພັດທະນາສໍາຄັນໃນການພົວພັນ ຮ່ວມມືລະຫວ່າງສອງກົມກອງ. ນີ້ແມ່ນໜຶ່ງໃນບັນດາເນື້ອໃນເພື່ອໃຫ້ສອງກົມກອງຍູ້ແຮງການໂຄສະນາ, ສຶກສາໃຫ້ພະນັກງານ, ນັກຮົບຍົກສູງຄວາມຮັບຮູ້, ສະຕິຮັບຜິດຊອບ, ສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດໜ້າທີ່ ແລະໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດ.
ໂດຍ: ໄຊນີດາ