ຫວຽດນາມ ແລະ ກຳປູເຈຍ ແບ່ງປັນປະສົບການໃນການສ້າງປຶ້ມປົກຂາວດ້ານປ້ອງກັນຊາດ
ກປ.ອອນໄລ - ຕອນບ່າຍວັນທີ 11 ມີນາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນຕີ ຫງວຽນຈ້ອງບິ່ງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນໜ່ວຍປຶ້ມປົກຂາວດ້ານປ້ອງກັນຊາດ, ກະຊວງປ້ອງກັນປະເທດກຳປູເຈຍ ນຳໂດຍທ່ານພົນເອກ Suon Samnang, ຮອງຫົວໜ້າກົມໃຫຍ່ນະໂຍບາຍ ແລະການພົວພັນຕ່າງປະເທດ, ຫົວໜ້າໜ່ວຍປຶ້ມປົກຂາວດ້ານປ້ອງກັນຊາດກຳປູເຈຍ ໄດ້ມາຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ ໃນລະຫວ່າງວັນທີ 10 – 14 ມີນາ.
ທີ່ການຕ້ອນຮັບ, ທ່ານພົນຕີ ຫງວຽນຈ້ອງບິ່ງ ເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ ລະຫວ່າງສອງກອງທັບສອງປະເທດເວົ້າລວມ, ລະຫວ່າງບັນດາອົງການຄົ້ນຄວ້າ, ເສນາທິການດ້ານນະໂຍບາຍ, ຍຸດທະສາດດ້ານປ້ອງກັນຊາດເວົ້າສະເພາະ; ຢືນຢັນວ່າ ການນຳຂອງພັກ, ລັດ ແລະກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະສຸມໃສ່ຊຸກຍູ້ທຸກຂົງເຂດຮ່ວມມືກັບ ກຳປູເຈຍ ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງ ປະເທດ.
    |
 |
ທ່ານພົນຕີ ຫງວຽນຈ້ອງບິ່ງ ແລກປ່ຽນກັບທ່ານພົນເອກ Suon Samnang. ພາບ: qdnd.vn |
ທ່ານພົນຕີ ຫງວຽນຈ້ອງບິ່ງ ເນັ້ນໜັກວ່າ ໝາກຜົນຂອງການເຄື່ອນໄຫວນີ້ຈະເປັນພື້ນຖານ ເພື່ອເປັນເສນາທິການໃຫ້ກະຊວງປ້ອງກັນປະເທດສອງປະເທດ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການຮຽບຮຽງ ແລະປະກາດປຶ້ມປົກຂາວດ້ານປ້ອງກັນຊາດ, ຜ່ານນັ້ນປະກອບສ່ວນປັບປຸງ, ຊຸກຍູ້ການພົວພັນລະຫວ່າງກອງທັບສອງປະເທດ. ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມື, ແລກປ່ຽນປະສົບການ, ຂໍ້ມູນຂ່າວສານໃນວຽກງານສ້າງປຶ້ມປົກຂາວດ້ານປ້ອງກັນຊາດ.
ສ່ວນທ່ານພົນເອກ Suon Samnang ຢືນຢັນວ່າ: ກໍາປູເຈຍ ຕີລາຄາສູງການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ; ຂອບໃຈ ພັກ, ລັດ, ກອງທັບ ແລະປະຊາຊົນ ຫວຽດນາມ ຍາມໃດກໍ່ໃຫ້ການຊ່ວຍເຫຼືອຢ່າງຈິງໃຈຕໍ່ ກຳປູເຈຍ ນັບແຕ່ໄລຍະຫຍຸ້ງຍາກທີ່ສຸດຈົນມາຮອດປະຈຸບັນ. ລັດຖະບານ, ກອງທັບ ແລະປະຊາຊົນ ກຳປູເຈຍ ຈະບໍ່ລືມການເສຍສະຫຼະ ແລະການຊ່ວຍເຫຼືອຂອງທະຫານອາສາສະໝັກ ຫວຽດນາມ. ທ່ານພົນເອກ Suon Samnang ເຊື່ອໝັ້ນວ່າ ສອງປະເທດຈະສືບຕໍ່ປັບປຸງນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ຊຸກຍູ້ການພົວພັນອັນດີງາມ ແລະການຮ່ວມມືຍາວນານລະຫວ່າງສອງປະເທດ.
ໂດຍ: ໂກແລັມ ອາໄພຍະວົງ