    |
 |
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn |
ປີ 2024, ເສດຖະກິດ-ສັງຄົມຂອງແຂວງຫາຍເຢືອງ ມີບາດກ້າວບຸກທະລຸຫຼາຍຢ່າງ, ບັນລຸ ແລະລື່ນກາຍຄາດໝາຍ. ວຽກງານປ້ອງກັນຊາດ, ການທະຫານທ້ອງຖິ່ນບັນລຸໝາກຜົນຕັ້ງໜ້າຫຼາຍຢ່າງ, ປະກອບສ່ວນກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນໝັ້ນຄົງເຂັ້ມແຂງ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ສ້າງສະພາບແວດລ້ອມສະຖຽນລະພາບໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ. ບັນດາກົມກອງກອງທັບທີ່ຕັ້ງທັບໃນບໍລິເວນແຂວງໄດ້ປະຕິບັດວຽກງານຂົນຂວາຍປະຊາຊົນ, ຊ່ວຍເຫຼືອປະຊາຊົນພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກເປັນຢ່າງດີ.
    |
 |
ທ່ານ ເຈິ່ນດຶກຖັ໋ງ, ກໍາມະການສູນກາງພັກ, ເລຂາພັກແຂວງຫາຍເຢືອງ ກ່າວຄໍາເຫັນ. ພາບ: qdnd.vn |
ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານພົນເອກ ຟານວັນຢາງ ຊົມເຊີຍໝາກຜົນທີ່ໜ້າເອກອ້າງທະນົງໃຈຂອງແຂວງຫາຍເຢືອງ ໃນການພັດທະນາເສດຖະກິດ-ສັງຄົມ, ດຶງດູດການລົງທຶນ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກໃນຊຸມປີມໍ່ໆມານີ້. ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ແຂວງຫາຍເຢືອງ ມີທີ່ຕັ້ງຍຸດທະສາດສໍາຄັນທາງດ້ານເສດຖະກິດ, ການເມືອງ, ວັດທະນະທໍາ, ສັງຄົມ ແລະການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຕໍ່ທະຫານເຂດ 3 ແລະທົ່ວປະເທດ. ໃນບໍລິເວນແຂວງມີເສັ້ນທາງຫຼວງຫຼາຍສາຍທີ່ສໍາຄັນ, ມີຫຼາຍແມ່ນໍ້າໃຫຍ່ ແລະບາງຈຸດສູງ, ມີຄຸນຄ່າຍຸດທະວິທີ. ແຂວງ ໄດ້ມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການພັດທະນາເສດຖະກິດ-ສັງຄົມຕິດພັນກັບການປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບປະກັນຊີວິດສັງຄົມ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ. ກໍາລັງການທະຫານ, ຕໍາຫຼວດ, ທະຫານລາດປ້ອງກັນຕົວປະຕິບັດດໍາລັດຂອງລັດຖະບານຢ່າງມີປະສິດທິຜົນ, ກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນຕິດພັນກັບທ່າຮົບປ້ອງກັນຄວາມສະຫງົບປະຊາຊົນ ໄວ້ຢ່າງໝັ້ນຄົງ.
    |
 |
ບັນດາສະຫາຍການນໍາແຂວງຫາຍເຢືອງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນເອກ ຟານວັນຢາງ. ພາບ: qdnd.vn |
ໃນໄລຍະຈະມາເຖິງ, ທ່ານພົນເອກ ຟານວັນຢາງ ສະເໜີແຂວງຫາຍເຢືອງ ສືບຕໍ່ປະຕິບັດມະຕິສູນກາງ ຄັ້ງທີ 8 (ຊຸດທີ XIII) ວ່າດ້ວຍຍຸດທະສາດປົກປັກຮັກສາປະເທດຊາດ ໃນສະພາບການໃໝ່ຢ່າງມີປະສິດທິຜົນ. ສືບຕໍ່ເພີ່ມທະວີກໍາລັງບົ່ມຊ້ອນ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຍົກສູງຄຸນນະພາບການອົບຮົມຫັດແອບ, ກຽມພ້ອມສູ້ຮົບ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ.
ສໍາລັບບາງຂໍ້ສະເໜີຂອງແຂວງ, ທ່ານພົນເອກ ຟານວັນຢາງ ມອບໃຫ້ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ແລະກອງບັນຊາການທະຫານເຂດ 3 ສົມທົບກັບທ້ອງຖິ່ນແກ້ໄຂຢ່າງທັນການ, ຮັບປະກັນປະຕິບັດບັນດາຂໍ້ກໍານົດຂອງກົດໝາຍທີ່ພວມປະກາດໃຊ້ໃນປັດຈຸບັນຢ່າງເຂັ້ມງວດ.
    |
 |
ທ່ານພົນເອກ ຟານວັນຢາງ ກັບການນໍາແຂວງຫາຍເຢືອງ ແລະບັນດາຜູ້ແທນ. ພາບ: qdnd.vn |
* ໃນຕອນເຊົ້າວັນດຽວກັນ, ມາຢ້ຽມຢາມ, ກວດກາໂຮງໝໍທະຫານ 7 (ກົມພະລາທິການ-ເຕັກນິກທະຫານເຂດ 3), ທ່ານພົນເອກ ຟານວັນຢາງ ຮັບຮູ້, ຍ້ອງຍໍຊົມເຊີຍ ແລະຕີລາຄາສູງບັນດາໝາກຜົນທີ່ໂຮງໝໍບັນລຸໄດ້ໃນໄລຍະຜ່ານມາ.
    |
 |
ທ່ານພົນເອກ ຟານວັນຢາງ ກວດກາໂຮງໝໍ ແລະຢ້ຽມຢາມ, ມອບຂອງຂວັນໃຫ້ຄົນເຈັບທີ່ພວມປິ່ນປົວພະຍາດຢູ່ໂຮງໝໍທະຫານ 7. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ໂຮງໝໍທະຫານເລກ 7 ເພີ່ມທະວີການກໍ່ສ້າງລະບຽບແບບແຜນ, ກໍ່ສ້າງໂຮງໝໍ “ຂຽວ, ສະອາດ, ງາມຕາ”, ກາຍເປັນສະຖານທີ່ກວດພະຍາດທີ່ໄວ້ເນື້ອເຊື່ອໃຈຂອງທະຫານ ແລະປະຊາຊົນ; ຕັ້ງໜ້າຜັນຂະຫຍາຍລາຍການກວດພະຍາດ, ແຈກຢາຍຢາ, ສົ່ງເສີມສຸຂະພາບໃຫ້ພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍຢູ່ເຂດຫ່າງໄກສອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກພິເສດ.
ໂດຍ: ໄຊຊະນະ