ກຳປັ່ນທະຫານເຮືອຝຣັ່ງ ຢ້ຽມຢາມນະຄອນໂຮ່ຈີມິນ
ກປ.ອອນໄລ - ຕອນບ່າຍວັນທີ 1 ມີນາ, ກຳປັ່ນ Provence ຂອງທະຫານເຮືອຝຣັ່ງ ນໍາໂດຍທ່ານພັນເອກພິເສດ Lionel Siegfried ໄດ້ເຂົ້າທຽບທ່າຢູ່ທ່າເຮືອ Lotus, ນະຄອນໂຮ່ຈີມິນ, ເລີ່ມຕົ້ນການຢ້ຽມຢາມນະຄອນ.
ການຢ້ຽມຢາມແມ່ນເພື່ອແນໃສ່ຮັກສາບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງກໍາລັງທະຫານເຮືອສອງປະເທດ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບລະຫວ່າງສອງປະເທດເວົ້າລວມ ແລະການຮ່ວມມືດ້ານປ້ອງກັນຊາດເວົ້າສະເພາະ.
    |
 |
ຜູ້ແທນ ແລະຜູ້ບັນຊາການ, ນາຍທະຫານກຳປັ່ນ Provence ທີ່ພິທີຕ້ອນຮັບ. ພາບ: ຊວນເກື່ອງ. |
ໃນຂອບເຂດການຢ້ຽມຢາມ, ກຸ່ມຜູ້ບັນຊາການກຳປັ່ນຈະເຂົ້າຢ້ຽມຂໍ່ານັບຫົວໜ້າກອງບັນຊາການທະຫານເຂດ 7, ການນຳຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ຫົວໜ້າກອງບັນຊາການທະຫານເຮືອເຂດ 2; ແລກປ່ຽນວິຊາສະເພາະດ້ານການກູ້ໄພ, ກູ້ຊີບທາງທະເລກັບກອງບັນຊາການຕໍາຫຼວດທະເລເຂດ 3; ແຂ່ງຂັນບານສົ່ງມິດຕະພາບກັບນາຍທະຫານ, ລູກເຮືອທະຫານເຮືອເຂດ 2 ແລະຢ້ຽມຊົມບາງທັດສະນິຍະພາບທີ່ມີຊື່ສຽງຂອງນະຄອນໂຮ່ຈີມິນ.
ພາຍຫຼັງທີ່ອອກຈາກທ່າກຳປັ່ນໃນວັນທີ 7 ມີນາ, ກຳປັ່ນ Provence ຈະດຳເນີນການຝຶກແອບຮ່ວມທາງທະເລກ່ຽວກັບການກູ້ຊີບ, ກູ້ໄພກັບຕໍາຫຼວດທະເລເຂດ 3.
ໂດຍ: ຈາງຫງວຽນ