ຄວາມເອກອ້າງທະນົງໃຈໃນການເຝົ້າຮັກສາຊາຍແດນ
ກປ.ອອນໄລ - ຮຸ່ງເຊົ້າຂອງວັນຕົ້ນລະດູບານໃໝ່, ຈາກຈອມພູ ບາກວ໋າງ (ເມືອງຮະລາງ, ແຂວງກາວບັ່ງ) ເມື່ອຫຼຽວເບິ່ງອ້ອມຂ້າງ, ທັດສະນີຍະພາບແມ່ນສຸດຍອດທີ່ສຸດ!
ສຽງໄກ່ຂັນໃນຕອນເຊົ້າດັງກ້ອງໄປທົ່ວພູຜາປ່າໄມ້, ແສງແດດທໍາອິດໄດ້ສ່ອງລົງມາໃສ່ພຸ່ມໄມ້ໃຫຍ່, ໄດ້ສ້າງເປັນທັດສະນີຍະພາບທີ່ມະຫັດສະຈັນ, ສວຍງາມ. ນັ້ນກໍແມ່ນເວລາທີ່ຄະນະພະນັກງານ, ນັກຮົບຂອງກອງບັນຊາການທະຫານເມືອງຮະລາງ (ກອງບັນຊາການທະຫານແຂວງກາວບັ່ງ) ສົມທົບກັບກໍາລັງທະຫານລາດປ້ອງກັນຕົວທ້ອງຖິ່ນເຂົ້າຮ່ວມການລາດຕະເວນ, ອົບຮົມຫັດແອບກຽມພ້ອມສູ້ຮົບ, ເລີ່ມຕົ້ນໃຫ້ແກ່ປີໃໝ່.
ຢູ່ທ່າມກາງທໍາມະຊາດທີ່ໃຫຍ່ໂຕມະໂຫຖານ, ຈອມພູສະຫຼັບຊັບຊ້ອນ, ແມ່ນໍ້າໄຫຼຄົດໂຄໂງໂງ້ງ... ໃນຍາມລະດູບານໃໝ່, ໃນໃຈໃຜໆກໍຮູ້ສຶກສະບາຍໃຈ, ມີຄວາມເອກອ້າງທະນົງໃຈ ເມື່ອໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະສ້າງສາບ້ານເກີດເມືອງນອນຂອງຕົນ.
    |
 |
ພະນັກງານ, ນັກຮົບກອງບັນຊາການທະຫານເມືອງ ແລະພໍ່ແມ່ປະຊາຊົນບັນດາເຜົ່າເມືອງຮະລາງ ລາດຕະເວນໃນຍາມຕົ້ນປີ. ພາບ: ຝູເຊີນ |
    |
 |
ເສັ້ນທາງລາດຕະເວນ ຜ່ານພູເຂົາຫຼາຍໜ່ວຍທີ່ທຸລະກັນດານ. ພາບ: ຝູເຊີນ |
    |
 |
ເວລາພັກຜ່ອນໃນການລາດຕະເວນ. ພາບ: ຝູເຊີນ |
ໂດຍ: ໄຊຊະນະ