    |
 |
ທ່ານພົນເອກ ຫງວຽນເຕິນເກືອງ ຢ້ຽມຢາມ, ອວຍພອນບຸນເຕັດທ່ານພົນເອກ ໂງຊວນລີກ. ພາບ: ຫງອັກເຮິນ. |
ຕາງໜ້າຄະນະພັກການທະຫານສູນກາງ - ກະຊວງປ້ອງກັນປະເທດ, ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ໄປຢ້ຽມຢາມ, ອວຍພອນສຸຂະພາບ ແລະລາຍງານໃຫ້ທ່ານພົນເອກ ໂງຊວນລີກ ຮັບຊາບກ່ຽວກັບໝາກຜົນທີ່ພົ້ນເດັ່ນໃນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ປີ 2024 ຂອງທົ່ວກອງທັບ. ຕາມນັ້ນແລ້ວ, ຄະນະພັກການທະຫານສູນກາງ-ກະຊວງປ້ອງກັນປະເທດ ໄດ້ນໍາພາ, ຊີ້ນໍາທົ່ວກອງທັບປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ; ຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ກໍາແໜ້ນສະພາບການ, ເປັນເສນາທິການໃຫ້ພັກ, ລັດ ແກ້ໄຂທຸກກໍລະນີຢ່າງທັນການ ແລະມີປະສິດທິຜົນ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນແຫ່ງຊາດໄວ້ຢ່າງໝັ້ນຄົງ; ສົມທົບກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນທົ່ວປະເທດ. ກອງທັບກໍເສີມຂະຫຍາຍບົດບາດຫຼັກແຫຼ່ງໃນການສະກັດກັ້ນ, ຕ້ານໄພທໍາມະຊາດ, ຊອກຫາກູ້ໄພເປັນຢ່າງດີ; ດັດປັບການຈັດຕັ້ງກໍາລັງຢ່າງໜັກແໜ້ນ, ຖືກຕາມແຜນການ, ຂັ້ນຕອນ; ປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ກໍ່ສ້າງກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”...
    |
 |
ທ່ານພົນເອກ ຫງວຽນເຕິນເກືອງ ຢ້ຽມຢາມ, ອວຍພອນບຸນເຕັດອໍານາດການປົກຄອງ ແລະປະຊາຊົນເມືອງນາມຕືລຽມ (ຮ່າໂນ້ຍ). ພາບ: ຫງອັກເຮິນ. |
    |
 |
ທ່ານພົນເອກ ຫງວຽນເຕິນເກືອງ ມອບຂອງຂວັນໃຫ້ກອງບັນຊາການທະຫານເມືອງນາມຕືລຽມ. ພາບ: ຫງອັກເຮິນ. |
ຂອບໃຈຕໍ່ຄວາມເອົາໃຈໃສ່ຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ໂງຊວນລີກ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ, ຊີ້ນໍາຂອງພັກ, ລັດ ເຊິ່ງເປັນປະຈໍາ, ໂດຍກົງແມ່ນຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກອງທັບ ຈະມານະພະຍາຍາມ, ແກ້ໄຂທຸກຄວາມຫຍຸ້ງຍາກ, ປະຕິບັດສໍາເລັດສອງໜ້າທີ່ຍຸດທະສາດແມ່ນສ້າງສາ ແລະປົກປັກຮັກສາຢ່າງດີເດັ່ນ.
ທີ່ເມືອງນາມຕືລຽມ, ທ່ານພົນເອກ ຫງວຽນເຕິນເກືອງ ຊົມເຊີຍບັນດາໝາກຜົນອັນພົ້ນເດັ່ນກ່ຽວກັບເສດຖະກິດ-ການເມືອງ, ວັດທະນະທໍາ-ສັງຄົມ, ການທະຫານ, ການປ້ອງກັນຊາດເຊິ່ງອໍານາດການປົກຄອງ, ທະຫານ ແລະປະຊາຊົນທ້ອງຖິ່ນບັນລຸໄດ້ໃນປີຜ່ານມາ. ສະຫາຍຫົວໜ້າກົມໃຫຍ່ເສນາທິການ ຫວັງວ່າ ອໍານາດການປົກຄອງ ແລະປະຊາຊົນເມືອງນາມຕືລຽມ ຈະສືບຕໍ່ເສີມຂະຫຍາຍນໍ້າໃຈສາມັກຄີ, ຮ່ວມແຮງຮ່ວມໃຈກໍ່ສ້າງທ້ອງຖິ່ນໃຫ້ນັບມື້ນັບພັດທະນາ, ຮັ່ງມີເຂັ້ມແຂງ.
ໃນວັນດຽວກັນ, ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ໄປຢ້ຽມຢາມ, ອວຍພອນກອງບັນຊາການທະຫານເມືອງນາມຕືລຽມ; ກອງບັນຊາການຕໍາຫຼວດເມືອງນາມຕືລຽມ; ຄະນະພັກ, ຄະນະກໍາມະການປະຊາຊົນ ແລະກອງບັນຊາການຕໍາຫຼວດຕາແສງໝີ້ດິ່ງ 2.
ໂດຍ: ໄຊຊະນະ