leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ເປັນປະທານການກວດຜ່ານ. ພາບ: qdnd.vn

ພາຍຫຼັງສັງເກດການສະແດງຂອງບັນດາກຳລັງ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ໄດ້ຍ້ອງຍໍຊົມເຊີຍພະນັກງານ, ນັກຮົບ, ນັກສິລະປິນ, ນັກສະແດງພ້ອມກັບບັນດາອົງການ, ກົມກອງທີ່ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ, ປະກອບສ່ວນນໍາມາເຊິ່ງໝາກຜົນອັນດີງາມ ແລະຜົນສຳເລັດໃຫ້ການກວດຜ່ານ. ວຽກງານກະກຽມໃຫ້ແກ່ພິທີເປີດງານວາງສະແດງໄດ້ດຳເນີນໄປຢ່າງຄົບຖ້ວນ, ຮອບຄອບຖີ່ຖ້ວນນັບແຕ່ກຳລັງ, ພາຫະນະ, ອຸປະກອນຈົນຮອດເນື້ອໃນແຜນການ. ກໍາລັງທະຫານອາກາດ, ທະຫານພິເສດ,  ໝາວິຊາສະເພາະໂດຍທະຫານຊາຍແດນບັນຊາ ໄດ້ປະຕິບັດລາຍການສະແດງໄດ້ດີ ແລະມີການສົມທົບກັນເປັນຢ່າງດີ, ສ້າງເປັນລາຍການສະແດງທີ່ໃຫຍ່ໂຕໂອ້ໂຖງ, ສະແດງໃຫ້ເຫັນລັກສະນະເປັນມືອາຊີບ, ກໍາລັງແຮງຂອງກອງທັບປະຊາຊົນຫວຽດນາມ. ນີ້ແມ່ນໝາກຜົນແຫ່ງຄວາມມານະພະຍາຍາມຝຶກຝົນຫຼໍ່ຫຼອມ, ຝຶກແອບ ແລະການສົມທົບກັນຢ່າງແໜ້ນແຟ້ນຂອງກຳລັງຕ່າງໆໃນໄລຍະທີ່ຜ່ານມາ, ເພື່ອແນໃສ່ກຽມພ້ອມໃຫ້ພິທີເປີດງານວາງສະແດງປະທັບໃຈ ແລະປະສົບຜົນສຳເລັດ.

leftcenterrightdel
ລາຍການສະແດງສິລະປະ. ພາບ: qdnd.vn
leftcenterrightdel
 
leftcenterrightdel
ທະຫານພິເສດສະແດງການຕີມວຍ. ພາບ: qdnd.vn
leftcenterrightdel
 
leftcenterrightdel
ລາຍການສະແດງຍິນດີຕ້ອນຮັບຂອງກໍາລັງທະຫານອາກາດ. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ປະກອບຄຳເຫັນຕໍ່ວຽກງານພິທີການ, ຕ້ອນຮັບ, ວາງສະແດງຢູ່ກາງແຈ້ງ ແລະໃນຮົ່ມ; ຮຽກຮ້ອງໃຫ້ບັນດາກຳລັງຕ້ອງສຸມໃສ່ຢ່າງສຸດຂີດ, ໃຫ້ບຸລິມະສິດທຸກແຫຼ່ງກຳລັງ, ເລັ່ງລັດຂອດສຸດທ້າຍເພື່ອປະຕິບັດວຽກງານກະກຽມໃຫ້ສຳເລັດ ແລະບັນລຸຄຸນນະພາບດີທີ່ສຸດ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ຍັງໄດ້ລົງກວດກາພື້ນທີ່ຕົວຈິງ ແລະກວດກາຄືນວຽກງານກະກຽມທຸກດ້ານ, ລວມມີເຂດວາງສະແດງຢູ່ກາງແຈ້ງ ແລະໃນຮົ່ມ; ກິດຈະກໍາຕ່າງໆທີ່ຮັບໃຊ້ງານວາງສະແດງ ແລະເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານຈັດຕັ້ງ. ມາຮອດປະຈຸບັນ, ວຽກງານກະກຽມດ້ານພື້ນຖານໂຄງລ່າງ, ພະລາທິການ, ເຕັກນິກໃຫ້ງານວາງສະແດງໄດ້ສຳເລັດໂດຍພື້ນຖານ, ວຽກງານກໍ່ສ້າງກຳລັງຈະສຳເລັດໃນຂອດສຸດທ້າຍ ເພື່ອກຽມພ້ອມໃຫ້ມື້ເປີດງານວາງສະແດງ ທີ່ຈະດໍາເນີນໃນວັນທີ 19 ທັນວາຈະມາເຖິງນີ້ ແລະເຫດການອື່ນອີກໃນຂອບເຂດຂອງງານວາງສະແດງ.

ບາງຮູບພາບທີ່ເຂດວາງສະແດງກາງແຈ້ງ:

leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
 

ໂດຍ: ທູຈາງ