ຫຼາຍປີມານີ້, ບັນດາກົມກອງຂອງທະຫານເຮືອເຂດ 2 ຍາມໃດກໍ່ເສີມຂະຫຍາຍຈິດໃຈປະດິດຄິດສ້າງ, ຕັ້ງໜ້າຄົ້ນຄວ້າ, ດັດປັບຮູບຈຳລອງ, ເຄື່ອງມືການຮຽນ, ຍົກສູງຄຸນນະພາບການອົບຮົມຫັດແອບ, ກຽມພ້ອມສູ້ຮົບ ແລະສ້າງແບບແຜນຫຼວງ. ໃນງານແຂ່ງຂັນຮູບຈຳລອງ, ເຄື່ອງມືການຮຽນ ປີ 2025, ທະຫານເຮືອເຂດ 2 ມີ 32 ຂໍ້ລິເລີ່ມ, ຮູບຈຳລອງທີ່ມີຄຸນຄ່າ, ສະແດງໃຫ້ເຫັນຫົວຄິດປະດິດສ້າງຂອງພະນັກງານ, ນັກຮົບ.

ພົ້ນເດັ່ນແມ່ນຮູບຈຳລອງອຸປະກອນຮັບ ແລະປ່ອຍເຊື້ອເພີງ MC-389.1 ແລະຂັ້ນຕອນຮັບ ແລະປ່ອຍເຊື້ອເພີງລູກສອນໄຟ Kh-35 ຂອງຮ້ອຍເອກພິເສດ ເດົ້າວັນທ້ວນ, ຫົວໜ້າປ້ອມ 96 (ສູນຮັບປະກັນເຕັກນິກ), ຍາດລາງວັນທີ 1 ຂັ້ນເຂດ. ຮູບຈໍາລອງນີ້ເລີ່ມຈາກສະພາບຕົວຈິງຂອງການອົບຮົມຫັດແອບ, ຂຸດຄົ້ນ, ນຳໃຊ້ອຸປະກອນ, ຮັບ, ປ່ອຍເຊື້ອເພີງລູກສອນໄຟ Kh-35 ຮຽກຮ້ອງຕ້ອງມີຄວາມຊັດເຈນ, ຄວາມປອດໄພສູງ; ໃນຂະນະນັ້ນ, ຄວາມຮູ້, ຄວາມສາມາດຂອງພະນັກງານ, ພາລະກອນກ່ຽວກັບການຂຸດຄົ້ນ, ການນຳໃຊ້ອຸປະກອນຮັບ, ປ່ອຍເຊື້ອເພີງຍັງບໍ່ທັນໄດ້ປັບປຸງເປັນປະຈຳ ແລະມີປະສົບການໜ້ອຍ...

leftcenterrightdel
ການນຳກອງບັນຊາການທະຫານເຮືອເຂດ 2 ກວດກາຮູບຈຳລອງ, ຂໍ້ລິເລີ່ມຮັບໃຊ້ການອົບຮົມຫັດແອບ ປີ 2025. ພາບ: qdnd.vn

ທ່ານຮ້ອຍເອກພິເສດ ເດົ້າວັນທ້ວນ ໃຫ້ຮູ້ວ່າ ປະຈຸບັນ, ກົມກອງຍັງບໍ່ທັນມີຂໍ້ລິເລີ່ມ, ຮູບຈຳລອງສັງລວມ, ລະອຽດໃດກ່ຽວກັບໂຄງສ້າງ, ການເຄື່ອນໄຫວຂອງອຸປະກອນຮັບ МС-389.1 ສະນັ້ນຮູບຈຳລອງອຸປະກອນຮັບ, ປ່ອຍເຊື້ອເພີງ MC-389.1 ໄດ້ແກ້ໄຂຫຼາຍຂໍ້ຈຳກັດ, ຮູບຈຳລອງໂຄງສ້າງຄົບຖ້ວນ, ຫຼັກການເຄື່ອນໄຫວຂອງອຸປະກອນ МС-389.1 ແລະຂັ້ນຕອນຮັບ, ປ່ອຍເຊື້ອເພີງລູກສອນໄຟ Kh-35 ຢ່າງມີຊີວິດຊີວາ, ແທດຈິງ. ຜູ້ຮຽນສາມາດຂຸດຄົ້ນ, ນຳໃຊ້ອຸປະກອນ, ປະຕິບັດການຮັບ, ປ່ອຍເຊື້ອເພີງຖືກຕາມລຳດັບ, ພາລະໜ້າທີ່ຄືດັ່ງອຸປະກອນແທ້. ຈາກນັ້ນຍົກສູງຄຸນນະພາບການອົບຮົມຫັດແອບ, ພິເສດແມ່ນການອົບຮົມຫັດແອບຕົວຈິງໃຫ້ພະນັກງານ, ພາລະກອນຢູ່ ກົມກອງ.

ຕາມການຕີລາຄາຂອງສະພາປະເມີນຂໍ້ລິເລີ່ມຂອງທະຫານເຮືອເຂດ 2, ຮູບຈຳລອງນີ້ໄດ້ອອກແບບກໍ່ສ້າງຈາກວັດສະດຸ, ຄື: ເຫຼັກ, formex, ໄມ້, aluminum, ບັນດາເຄື່ອງອາໄຫຼ່ເອເລັກໂຕນິກທີ່ມີຢູ່ແລ້ວໃນຕະຫຼາດ, ສະນັ້ນລາຄາຖືກພໍສົມຄວນ, ເປັນເຈົ້າການໃນການຊອກຫາວັດຖຸປ່ຽນແທນ. ພິເສດ, ການໝູນໃຊ້ຮູບຈຳລອງນີ້ເຂົ້າໃນສະພາບຕົວຈິງຈະໄວກວ່າເມື່ອທຽບໃສ່ກັບການອົບຮົມຫັດແອບຕາມວິທີເກົ່າ; ຍົກສູງລະດັບຄວາມຮູ້ດ້ານວິຊາການ, ມີທັກສະນຳໃຊ້ຢ່າງຄ່ອງແຄ້ວ, ແກ່ຍາວໄລຍະນຳໃຊ້ຂອງຕ່ອງໂສ້.

ຂໍ້ລິເລີ່ມໜຶ່ງອີກກໍ່ໄດ້ຮັບການຕີລາຄາສູງແມ່ນຊອບແວຄຸ້ມຄອງວຽກງານອົບຮົມຫັດແອບຂອງທ່ານພັນໂທ ດັ້ງວັນຫ໊ຽວ, ຮອງຫົວໜ້າຫ້ອງພາລະທິການ-ເຕັກນິກ ກອງພົນນ້ອຍ 167 ພ້ອມກັບເພື່ອນຮ່ວມງານ. ຊອບແວນີ້ໄດ້ອອກແບບບົນພື້ນຖານການນຳໃຊ້ຊອບແວ Microsoft Visual Studio 2022, ດ້ວຍພາສາ C Sharp (C#), ຊ່ວຍໃຫ້ຜູ້ປະຕິບັດ ແລະຄຸ້ມຄອງວຽກງານອົບຮົມຫັດແອບສໍາເນົາເອກະສານ, ຕຳລາອົບຮົມຫັດແອບຢ່າງມີວິທະຍາສາດ, ເອກະພາບ; ປະຢັດເວລາຊອກຫາເອກະສານ; ນຳໃຊ້ສະດວກດີ... ປະກອບສ່ວນຍົກສູງຄຸນນະພາບຄຸ້ມຄອງການ ອົບຮົມຫັດແອບ.

ຕາມການຕີລາຄາຂອງທ່ານພັນເອກພິເສດ ຫງວຽນວັນກ໊ວານ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານເຮືອເຂດ 2: ບັນດາຈຸ, ໜ່ວຍ, ບຸກຄົນຄົ້ນຄວ້າ, ອອກແບບຮູບຈຳລອງ, ຂໍ້ລິເລີ່ມໄດ້ສຸມກຳລັງເຫື່ອແຮງ, ພູມປັນຍາ ແລະສຸດ ອົກສຸດໃຈຕໍ່ກັບຜະລິດຕະພັນຂອງຕົນ. ຫຼາຍຮູບຈຳລອງທີ່ມີລັກສະນະປະດິດສ້າງ, ໝູນໃຊ້ບັນດາເຕັກນິກທັນສະໄໝ ແລະໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານທີ່ດີເຂົ້າໃນຜະລິດຕະພັນ. ພິເສດ, ບັນດາຂໍ້ລິເລີ່ມ, ຮູບຈຳລອງລ້ວນແຕ່ເລີ່ມຈາກສະພາບຕົວຈິງ, ສະນັ້ນລັກສະນະຄວາມເປັນໄປໄດ້ສູງ, ໝູນໃຊ້ໂດຍກົງເຂົ້າໃນການອົບຮົມຫັດແອບ, ກຽມພ້ອມສູ້ຮົບ, ເກັບຮັກສາບູລະນະພາຫະນະ, ຍຸດໂທປະກອນ ແລະສິດສອນທະຫານ.

ບໍ່ພຽງແຕ່ເສີມຂະຫຍາຍຈິດໃຈປະດິດຄິດສ້າງຂອງພະນັກງານ, ນັກຮົບ, ທະຫານເຮືອເຂດ 2 ຍັງຖືເປັນສຳຄັນວຽກງານອົບຮົມຫັດແອບພະນັກງານ, ຖືນີ້ແມ່ນມາດຕະການສຳຄັນເພື່ອຍົກສູງຄຸນນະພາບການອົບຮົມຫັດແອບ ປີ 2025. ຄະນະພັກ, ກອງບັນຊາການທະຫານເຮືອເຂດ 2 ໄດ້ຊີ້ນຳການຟຶກອົບຮົມຮອບດ້ານ, ໃກ້ຊິດກັບຕົວຈິງ; ເອົາໃຈໃສ່ແນະນຳ, ເອກະພາບ, ເປັນເອກະພາບຕໍ່ບັນດາເນື້ອໃນໃໝ່, ຍາກ, ຍັງຈຳກັດຢູ່; ສຸມໃສ່ເຂົ້າໃນວິທີການຈັດຕັ້ງການອົບຮົມຫັດແອບ; ການເຄື່ອນໄຫວຂອງວຽກງານພັກ, ວຽກງານການເມືອງໃນການອົບຮົມຫັດແອບ; ວຽກງານຄຸ້ມຄອງ, ຮັບ, ຈຳໜ່າຍ ແລະເກັບວັດສະດຸ, ຈົດທະບຽນໃນປື້ມຕາມຂໍ້ກຳນົດ, ການແນະນຳ...

ທ່ານພົນຈັດຕະວາ ເລບ໊າກວນ, ຜູ້ບັນຊາການທະຫານເຮືອເຂດ 2 ເນັ້ນໜັກວ່າ: “ດ້ວຍລັກສະນະການຄຸ້ມຄອງ, ຂຸດຄົ້ນ, ນຳໃຊ້ອາວຸດຍຸດໂທປະກອນ, ພາຫະນະທັນສະໄໝຫຼາຍປະເພດໃນການອົບຮົມຫັດແອບ, ກຽມພ້ອມສູ້ຮົບ, ພ້ອມກັບຄວາມຮຽກຮ້ອງ, ທິດນຳການອົບຮົມຫັດແອບຖືເປັນສຳຄັນລັກສະນະຄົບຊຸດ, ລົງເລິກ, ໃກ້ຊິດກັບສະພາບຕົວຈິງການສູ້ຮົບ, ຖືການປະຕິບັດຕົວຈິງແມ່ນຕົ້ນຕໍ, ເອົາໃຈໃສ່ “3 ເນື້ອແທ້”, ຄະນະພັກ, ກອງບັນຊາການທະຫານເຮືອເຂດ 2 ຍາມໃດກໍ່ເຊີດຊູວຽກງານບຳລຸງສ້າງ, ອົບຮົມຫັດແອບໃຫ້ຖັນແຖວພະນັກງານ, ຍົກສູງຄວາມສາມາດເປັນເຈົ້າຂອງອາວຸດຍຸດໂທປະກອນ, ສ້າງເງື່ອນໄຂຄົ້ນຄວ້າ, ໝູນໃຊ້ຂໍ້ລິເລີ່ມ, ຮູບຈຳລອງດັດປັບເຕັກນິກເຂົ້າໃນການອົບຮົມຫັດແອບ, ກຽມພ້ອມສູ້ຮົບ, ປະກອບສ່ວນສຳເລັດໜ້າທີ່ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະອັນສັກກະຫຼະບູຊາຂອງປະເທດຊາດ”.

ໂດຍ: ແສງເດືອນ