ຝຶກແອບປະສົມບັນດາກໍາລັງເຂົ້າຮ່ວມການເດີນສວນສະໜາມ, ແຫ່ຂະບວນ
ກປ.ອອນໄລ - ວັນທີ 4 ມີນາ, ຢູ່ສູນຝຶກແອບການທະຫານແຫ່ງຊາດ ທີ 4, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງການຝຶກແອບປະສົມບັນດາກໍາລັງເຂົ້າຮ່ວມການເດີນສວນສະໜາມ, ແຫ່ຂະບວນໃນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບຂອງຫວຽດນາມ (30-4-1975 / 30-4-2025). ທ່ານພົນເອກ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມ ແລະຊີ້ນໍາການຝຶກແອບປະສົມ.
ການຝຶກແອບປະສົມແນໃສ່ຕີລາຄາໝາກຜົນ, ຖອດຖອນບົດຮຽນ, ເປັນພື້ນຖານເພື່ອໃຫ້ບັນດາກົມກອງສືບຕໍ່ຝຶກແອບກໍາລັງເຂົ້າຮ່ວມການເດີນສວນສະໜາມໃນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບຂອງຫວຽດນາມ ໃຫ້ບັນລຸໝາກຜົນສູງສຸດ.
    |
 |
ທ່ານພົນເອກ ຫງວຽນເຕິນເກືອງ ກ່າວຄຳເຫັນທີ່ການຝຶກແອບປະສົມ. ພາບ: ເລຮ໊ຽວ |
ກ່າວຄຳເຫັນພາຍຫຼັງການຝຶກແອບປະສົມ, ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ຍ້ອງຍໍຊົມເຊີຍຈິດໃຈຝຶກຊ້ອມ, ຜົນງານທີ່ດີໃນການຝຶກຊ້ອມຂອງບັນດາກຳລັງ ແລະເນັ້ນໜັກວ່າໄລຍະເວລາຝຶກຊ້ອມຍັງບໍ່ຫຼາຍ, ຮຽກຮ້ອງໃຫ້ບັນດາກຳລັງຕ້ອງສຸມໃສ່ດ້ວຍຈິດໃຈຮັບຜິດຊອບ ແລະຄວາມມານະພະຍາຍາມສູງສຸດ, ຮັບປະກັນໃຫ້ການເດີນສວນສະໜາມ, ແຫ່ຂະບວນສົມກັບຂອບຂະໜາດຂອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບຂອງຫວຽດນາມ; ສົມທົບກັນຢ່າງແໜ້ນແຟ້ນໃນການຝຶກແອບ, ແກ້ໄຂທຸກຄວາມຫຍຸ້ງຍາກ, ຍາດແຍ່ງເວລາເພື່ອຝຶກແອບ, ປະຕິບັດລະບຽບວິໄນກອງທັບ, ຂໍ້ກຳນົດຂອງກົມກອງຢ່າງເຂັ້ມງວດ.
    |
 |
ທ່ານພົນເອກ ຫງວຽນເຕິນເກືອງ ຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈກໍາລັງເຂົ້າຮ່ວມການເດີນສວນສະໜາມ, ແຫ່ຂະບວນທີ່ການຝຶກແອບປະສົມ. ພາບ: ເລຮ໊ຽວ |
ທ່ານພົນເອກ ຫງວຽນເຕິນເກືອງ ໃສ່ໃຈວ່າ ຖັນແຖວຄູ-ອາຈານ, ພະນັກງານຄຸ້ມຄອງ ສືບຕໍ່ໃກ້ຊິດຕິດແທດ, ຕິດຕາມກໍາແໜ້ນໝາກຜົນເພື່ອປັບປຸງ, ຖອດຖອນບົດຮຽນຢ່າງທັນການ; ຈັດຕັ້ງການຕີລາຄາ, ຈັດປະເພດສໍາລັບແຕ່ລະຄົນ, ແຕ່ລະໜ່ວຍ, ແຕ່ລະແຖວ, ແລະແຕ່ລະກຸ່ມ. ຄຽງຂ້າງນັ້ນ, ຜູ້ບັນຊາການບັນດາກົມກອງຄວນຮັກສາລະບອບຢ່າງເຂັ້ມງວດ; ບໍລິຫານການຝຶກແອບ, ຝຶກແອບປະສົມໃຫ້ມີວິທະຍາສາດ, ຮັບປະກັນຄວາມປອດໄພຢ່າງເດັດຂາດໃນທຸກດ້ານ. ກົມໃຫຍ່ພະລາທິການ-ເຕັກນິກຕ້ອງຮັບປະກັນພາຫະນະ, ອຸປະກອນເຕັກນິກໃຫ້ພຽງພໍ; ຮັກສາວຽກງານສຸຂະອະນາໄມສິ່ງແວດລ້ອມ, ບ່ອນກິນຢູ່ຂອງກຳລັງເຂົ້າຮ່ວມການເດີນສວນສະໜາມ, ແຫ່ຂະບວນໃຫ້ດີ; ຮັບປະກັນຄວາມປອດໄພດ້ານອາຫານ ແລະສຸຂະອະນາໄມ, ຍົກສູງຄຸນນະພາບດ້ານອາຫານ, ສົ່ງເສີມສຸຂະພາບໃຫ້ທະຫານໃຫ້ດີ. ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຄົ້ນຄວ້າ, ພິຈາລະນາແນະນຳເນື້ອໃນແຂ່ງຂັນຕິດພັນກັບການປະຕິບັດໜ້າທີ່ການເດີນສວນສະໜາມ, ແຫ່ຂະບວນ, ຈາກນັ້ນສະຫຼຸບ, ສະເໜີຍ້ອງຍໍໝູ່ຄະນະ, ບຸກຄົນທີ່ມີຜົນງານດີເດັ່ນ.
ໂດຍ: ເຈິ່ນຮວ່ຽນ