leftcenterrightdel
ທ່ານພົນໂທ ຈິ້ງວັນກວຽດ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn

* ທ່ານພົນໂທ ຈິ້ງວັນກວຽດ ເລຂາທິການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນໍາພິທີເປີດການອົບຮົມຫັດແອບຢູ່ກອງພັນໃຫຍ່ 285, ກອງພົນ 363, ເຫຼ່ົາທັບປ້ອງກັນອາກາດ-ທະຫານອາກາດ. 

leftcenterrightdel
ທ່ານພົນໂທ ຈິ້ງວັນກວຽດ ມອບທຸງກົມກອງອົບຮົມຫັດແອບເກັ່ງຂອງກະຊວງປ້ອງກັນປະເທດໃຫ້ກອງພັນໃຫຍ່ 285. ພາບ: qdnd.vn
leftcenterrightdel
ກອງພັນໃຫຍ່ 285 ຈັດຕັ້ງການສວນສະໜາມທີ່ພິທີເປີດການອົບຮົມຫັດແອບ. ພາບ: qdnd.vn

ກ່າວຄໍາເຫັນຊີ້ນໍາທີ່ພິທີ, ທ່ານພົນໂທ ຈິ້ງວັນກວຽດ ໄດ້ຮຽກຮ້ອງໃຫ້ຄະນະພັກ, ກອງບັນຊາການ ແລະພະນັກງານ, ນັກຮົບເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ຊາບຊຶມຢ່າງເລິກເຊິ່ງທັດສະນະ, ແນວທາງການທະຫານ, ການປ້ອງກັນຊາດຂອງພັກ; ມະຕິ, ຄໍາສັ່ງ, ຂໍ້ສະຫຼຸບຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກ່ຽວກັບວຽກງານອົບຮົມຫັດແອບ, ຈຸດສຸມແມ່ນມະຕິເລກທີ 1659-NQ/QUTW ລົງວັນທີ 20 ທັນວາ 2022 ຂອງຄະນະພັກການທະຫານສູນກາງວ່າດ້ວຍການຍົກສູງຄຸນນະພາບວຽກງານອົບຮົມຫັດແອບ ໄລຍະ 2023-2030 ແລະຊຸມປີຕໍ່ໜ້າ; ຄໍາສັ່ງຊີ້ນໍາວຽກງານການທະຫານ, ການປ້ອງກັນຊາດ ປີ 2025; ເສີມຂະຫຍາຍບົດບາດນໍາພາ, ຊີ້ນໍາຂອງຄະນະພັກ, ຄະນະບັນຊາທຸກຂັ້ນຕໍ່ກັບໜ້າທີ່ອົບຮົມຫັດແອບກຽມພ້ອມສູ້ຮົບໃຫ້ເປັນຢ່າງດີ. ຈັດຕັ້ງການອົບຮົມຫັດແອບຢ່າງໜັກແໜ້ນ, ຖືກກັບທິດນໍາ, ທັດສະນະ, ຫຼັກການ, ຖືການປະຕິບັດຕົວຈິງເປັນຫຼັກ; ອົບຮົມຫັດແອບໃຫ້ຕິດແທດກັບເປົ້າໝາຍສູ້ຮົບ, ການສູ້ຮົບໃນສະພາບຕົວຈິງ, ສອດຄ່ອງກັບອາວຸດຍຸດໂທປະກອນທີ່ມີ, ຍູ້ແຮງການໝູນໃຊ້ເຕັກໂນໂລຊີເຂົ້າໃນການອົບຮົມຫັດແອບ.

* ທ່ານພົນເອກ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມ ແລະຊີ້ນໍາພິທີເປີດການອົບຮົມຫັດແອບ ປະຈໍາປີ 2025 ຢູ່ກອງພົນນ້ອຍ 147, ທະຫານເຮືອ ເຂດ 1.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ກ່າວຄໍາເຫັນທີ່ພິທີເປີດການອົບຮົມຫັດແອບ ຂອງກອງພົນນ້ອຍ 147, ທະຫານເຮືອ ເຂດ 1. ພາບ: qdnd.vn
leftcenterrightdel
ສວນສະໜາມທີ່ພິທີເປີດການອົບຮົມຫັດແອບ. ພາບ: qdnd.vn

ກ່າວຄໍາເຫັນຊີ້ນໍາ, ທ່ານພົນເອກ ຫງວຽນເຕິນເກືອງ ຮຽກຮ້ອງໃຫ້ກອງພົນນ້ອຍ 147 ສືບຕໍ່ຊາບຊຶມທັດສະນະ, ແນວທາງການປ້ອງກັນຊາດ, ການທະຫານຂອງພັກ, ມະຕິ, ຄໍາສັ່ງຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກ່ຽວກັບວຽກງານອົບຮົມຫັດແອບ; ຄໍາສັ່ງຊີ້ນໍາກ່ຽວກັບວຽກງານການທະຫານ, ການປ້ອງກັນຊາດ ປີ 2025 ຂອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ... ສຸມໃສ່ນໍາພາ, ຊີ້ນໍາອົງການ, ກົມກອງ ຕັ້ງໜ້າປ່ຽນແປງໃໝ່, ຍົກສູງຄຸນນະພາບການອົບຮົມຫັດແອບ ແລະຄວາມສາມາດກຽມພ້ອມສູ້ຮົບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ກວດກາວັດຖຸ, ຮູບແບບການອົບຮົມຫັດແອບຂອງກອງພົນນ້ອຍ 147. ພາບ: qdnd.vn

ສໍາລັບໜ້າທີ່ອົບຮົມຫັດແອບໃຫ້ນັກຮົບໃໝ່, ທ່ານພົນເອກ ຫງວຽນເຕິນເກືອງ ຮຽກຮ້ອງໃຫ້ກອງພົນນ້ອຍ 147 ຈັດຕັ້ງການອົບຮົມຫັດແອບຖືກຕາມແຜນການ, ຄົບຕາມເນື້ອໃນ, ຮັບປະກັນຄຸນນະພາບ. ຖັນແຖວພະນັກງານທຸກຂັ້ນ, ໂດຍສະເພາະແມ່ນພະນັກງານທີ່ເຮັດໜ້າທີ່ຄຸ້ມຄອງ, ອົບຮົມຫັດແອບໂດຍກົງ ຕ້ອງແກ້ໄຂຄວາມຫຍຸ້ງຍາກ, ຍົກສູງຄວາມຮັບຜິດຊອບ, ເຮັດຈົນສຸດໃຈ, ເປັນແບບຢ່າງ, ໃກ້ຊິດຕິດແທດກັບນັກຮົບ, ຕິດແທດກໍາແໜ້ນກົມກອງ ເພື່ອຈັດຕັ້ງການອົບຮົມຫັດແອບບັນດາເນື້ອໃນຕາມຂໍ້ກໍານົດໃຫ້ມີຄຸນນະພາບ, ຮັບປະກັນຄວາມປອດໄພ 100%; ຈັດຕັ້ງການຖອດຖອນບົດຮຽນຢ່າງເຂັ້ມງວດ ນັບແຕ່ວັນທໍາອິດ, ອາທິດທໍາອິດ, ເດືອນທໍາອິດຂອງການອົບຮົມຫັດແອບ.

* ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນໍາພິທີເປີດການອົບຮົມຫັດແອບ ປະຈໍາປີ 2025 ຂອງກອງພັນໃຫຍ່ 141, ກອງພົນທີ 3 (ທະຫານເຂດ 1).

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄໍາເຫັນຊີ້ນໍາທີ່ພິທີ. ພາບ: qdnd.vn

ກ່າວຄໍາເຫັນຊີ້ນໍາທີ່ພິທີ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮຽກຮ້ອງໃຫ້ກອງພັນໃຫຍ່ 141 ຊາບຊຶມຢ່າງເລິກເຊິ່ງທັດສະນະ, ແນວທາງການທະຫານ, ການປ້ອງກັນຊາດຂອງພັກ; ມະຕິ, ຄໍາສັ່ງຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກ່ຽວກັບວຽກງານອົບຮົມຫັດແອບ. ຕັ້ງໜ້າຄົ້ນຄວ້າຂໍ້ລິເລີ່ມ, ປັບປຸງຮູບແບບ, ອຸປະກອນໃຊ້ໃນການຮຽນ, ຍູ້ແຮງການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການອົບຮົມຫັດແອບ; ເປັນເຈົ້າການຂຶ້ນແຜນການ, ຄຸ້ມຄອງ, ຊີ້ນໍາ, ບັນຊາການອົບຮົມຫັດແອບ; ຍູ້ແຮງຂະບວນການແຂ່ງຂັນຢູ່ທຸກຂັ້ນ, ສ້າງບັນຍາກາດອັນຟົດຟື້ນມ່ວນຊື່ນນັບແຕ່ຊຸມວັນທໍາອິດຂອງການເປີດການອົບຮົມຫັດແອບ. ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການອົບຮົມຫັດແອບການທະຫານ, ສຶກສາອົບຮົມການເມືອງກັບການກໍ່ສ້າງເປັນກໍາລັງຫຼວງ, ຝຶກຝົນຫຼໍ່ຫຼອມລະບຽບວິໄນ, ເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈໃຫ້ທະຫານ ເປັນຢ່າງດີ; ຮັບປະກັນໃຫ້ຄົບດ້ານຈໍານວນ, ຄຸນນະພາບອາວຸດຍຸດໂທປະກອນ ໃຫ້ແກ່ໜ້າທີ່ອົບຮົມຫັດແອບ, ກຽມພ້ອມສູ້ຮົບ.

* ທ່ານພົນໂທ ເລຮຸຍວິ້ງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນໍາພິທີເປີດການອົບຮົມຫັດແອບ ປະຈໍາປີ 2025 ແລະປຸກລະດົມຂະບວນການແຂ່ງຂັນ “ເລັ່ງຄວາມໄວ - ເດັດຂາດມີໄຊ” ທີ່ກອງພົນ 316 (ທະຫານເຂດ 2).

ກ່າວຄໍາເຫັນຊີ້ນໍາ, ທ່ານພົນໂທ ເລຮຸຍວິ້ງ ຮຽກຮ້ອງໃຫ້ຄະນະພັກ, ຄະນະບັນຊາກອງພົນ ສືບຕໍ່ຊາບຊຶມຢ່າງເລິກເຊິ່ງທັດສະນະ, ແນວທາງການທະຫານ, ການປ້ອງກັນຊາດຂອງພັກ; ມະຕິ, ຄໍາສັ່ງຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກ່ຽວກັບວຽກງານອົບຮົມຫັດແອບ; ຄໍາສັ່ງຊີ້ນໍາວຽກງານການທະຫານ, ການປ້ອງກັນຊາດ ປີ 2025 ຂອງຫົວໜ້າກົມໃຫຍ່ ເສນາທິການກອງທັບປະຊາຊົນຫວຽດນາມ. ສຸມໃສ່ນໍາພາ, ຊີ້ນໍາອົງການ, ກົມກອງຕັ້ງໜ້າປ່ຽນແປງໃໝ່, ຍົກສູງຄຸນນະພາບການອົບຮົມຫັດແອບ ແລະຄວາມສາມາດກຽມພ້ອມສູ້ຮົບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່.

* ທ່ານພົນໂທ ຮວິ່ງຈ໊ຽນຖັ໊ງ ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນໍາພິທີເປີດການອົບຮົມຫັດແອບ ທີ່ກອງພັນໃຫຍ່ 9, ກອງພົນທີ 8 (ທະຫານ ເຂດ 9).

ທ່ານພົນໂທ ຮວິ່ງຈ໊ຽນຖັ໋ງ ຮຽກຮ້ອງໃຫ້ກອງພັນໃຫຍ່ 9 ສຸມໃສ່ປະຕິບັດບາງໜ້າທີ່ຈຸດສຸມ, ຄື: ນໍາພາ, ຊີ້ນໍາ ແລະຈັດຕັ້ງການຜັນຂະຫຍາຍປະຕິບັດເຂັ້ມງວດມະຕິຂອງຄະນະພັກທຸກຂັ້ນ ກ່ຽວກັບການຍົກສູງຄຸນນະພາບການອົບຮົມຫັດແອບ ໄລຍະ 2023-2030 ແລະຊຸມປີຕໍ່ໜ້າ; ມະຕິກ່ຽວກັບການນໍາພາໜ້າທີ່ການທະຫານ, ການປ້ອງກັນຊາດ ປີ 2025; ຄໍາສັ່ງຊີ້ນໍາວຽກງານການທະຫານ, ການປ້ອງກັນຊາດ ປີ 2025 ຂອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ. ປະຕິບັດຖືກຕາມທິດນໍາອົບຮົມຫັດແອບ “ພື້ນຖານ, ແທດຈິງ, ໝັ້ນແກ່ນ”; ສົມທົບຢ່າງແໜ້ນແຟ້ນລະຫວ່າງທິດສະດີກັບພຶດຕິກໍາຕົວຈິງ, ທິດສະດີກັບການປະຕິບັດຕົວຈິງ, ຖືເອົາການປະຕິບັດຕົວຈິງເປັນຫຼັກ.

* ທ່ານພົນໂທ ເລກວາງມິງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ ແລະຊີ້ນໍາພິທີເປີດການອົບຮົມຫັດແອບປະຈໍາປີ 2025 ແລະປຸກລະດົມຂະບວນການແຂ່ງຂັນ “ເລັ່ງຄວາມໄວ - ເດັດຂາດມີໄຊ” ທີ່ ກອງພົນນ້ອຍປືນໃຫຍ່ 45, ເຫຼົ່າຮົບປືນໃຫຍ່.

leftcenterrightdel
ທ່ານພົນໂທ ເລກວາງມິງ ມອບທຸງແຂ່ງຂັນຂອງລັດຖະບານໃຫ້ກອງພົນນ້ອຍປືນໃຫຍ່ 45. ພາບ: qdnd.vn

ທ່ານພົນໂທ ເລກວາງມິງ ຮັບຮູ້, ຍ້ອງຍໍຊົມເຊີຍບັນດາຜົນງານ, ໝາກຜົນ ເຊິ່ງ ພະນັກງານ, ນັກຮົບກອງພົນນ້ອຍປືນໃຫຍ່ 45 ບັນລຸໄດ້ໃນປີ 2024. ເພື່ອປະຕິບັດສໍາເລັດບັນດາໜ້າທີ່ ປີ 2025 ຢ່າງຮອບດ້ານ ແລະມີໄຊ, ທ່ານພົນໂທ ເລກວາງມິງ ຮຽກຮ້ອງໃຫ້ຄະນະພັກ, ຄະນະບັນຊາທຸກຂັ້ນ, ພະນັກງານ, ນັກຮົບກອງພົນນ້ອຍປືນໃຫຍ່ 45 ສືບຕໍ່ນໍາພາ, ຊີ້ນໍາຊາບຊຶມ, ຫັນບັນດາມະຕິ, ຄໍາສັ່ງ, ຂໍ້ສະຫຼຸບ, ຂໍ້ກໍານົດກ່ຽວກັບວຽກງານການທະຫານ, ການປ້ອງກັນຊາດໃຫ້ເປັນລະອຽດ; ເພີ່ມທະວີການສຶກສາອົບຮົມດ້ານການເມືອງ, ນໍາພາແນວຄິດ, ສ້າງການຫັນປ່ຽນຢ່າງແຂງແຮງກ່ຽວກັບການຮັບຮູ້, ຄວາມຮັບຜິດຊອບຂອງພະນັກງານ, ນັກຮົບ; ຍົກສູງຄຸນນະພາບວຽກງານເປັນເສນາທິການອົບຮົມຫັດແອບ; ເຂົ້າຮ່ວມການສອບເສັງ, ການແຂ່ງຂັນທຸກຂັ້ນໃຫ້ບັນລຸໝາກຜົນສູງສຸດ; ຈັດຕັ້ງການອົບຮົມຫັດແອບ ໃຫ້ເປັນຢ່າງດີ, ເຂົ້າຮ່ວມການຍິງປືນ, ສວນສະໜາມໃນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ. 

ໂດຍ: ໄຊຊະນະ