ກວດກາວຽກງານປະຕິສັງຂອນສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຈີນ ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດຫວຽດນາມ
ກປ.ອອນໄລ - ວັນທີ 3 ມີນາ, ທີ່ເມືອງຮືວລູງ, ແຂວງລ້າງເຊີນ, ຄະນະປະຕິບັດງານກະຊວງປ້ອງກັນປະເທດ ນຳໂດຍທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ລົງຢ້ຽມຢາມ, ກວດກາວຽກງານປະຕິສັງຂອນ, ບູລະນະບັນດາສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຈີນ ທີ່ມີຄຸນງາມຄວາມດີຊ່ວຍການປະຕິວັດຫວຽດນາມ.
ໂດຍປະຕິບັດຕາມຄໍາຊີ້ນໍາຂອງກະຊວງປ້ອງກັນປະເທດ ກ່ຽວກັບການປະຕິສັງຂອນ, ບູລະນະບັນດາສຸສານທະຫານ ແລະນັກຊ່ຽວຊານຈີນ ທີ່ມີຄຸນງາມຄວາມດີຊ່ວຍການປະຕິວັດຫວຽດນາມ, ບໍລິສັດໃຫຍ່ ດົງບັ໊ກ ຮັບໜ້າທີ່ປະຕິສັງຂອນ, ບູລະນະສຸສານ 4 ແຫ່ງ, ລວມມີ: ສຸສານຢູ່ຕາແສງມິງເຊີນ, ເມືອງຮືວລູງ ແລະສຸສານຢູ່ເມືອງຈີລັງ, ນະຄອນລ້າງເຊີນ, ແຂວງລ້າງເຊີນ; ສຸສານຢູ່ໜ່ວຍ 2, ເມືອງບາຊາວ, ເທດສະບານເມືອງກິມບາງ, ແຂວງຮ່ານາມ; ສຸສານຢູ່ເຂດ 1, ເມືອງເກືອອົງ, ນະຄອນເກີມຝາ, ແຂວງກວາງນິງ. ໃນນັ້ນ, ສຸສານຢູ່ຕາແສງ ມິງເຊີນ, ເມືອງຮືວລູງ, ແຂວງລ້າງເຊີນ ມີເນື້ອທີ່ກວ່າ 3.300 ຕາແມັດ, ປະຈຸບັນ, ມີຂຸມຝັງສົບ ນັກຮົບເສຍສະຫຼະຊີວິດເພື່ອຊາດຈີນ ທີ່ມີຄຸນງາມຄວາມດີຊ່ວຍການປະຕິວັດຫວຽດນາມ 94 ຂຸມ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລກປ່ຽນກັບຜູ້ແທນກ່ຽວກັບການປະຕິສັງຂອນສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຈີນ ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດຫວຽດນາມ. ພາບ: qdnd.vn |
ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ: ໃນໄລຍະກວ່າ 50 ປີກ່ອນນີ້, ພ້ອມກັບທະຫານ ແລະປະຊາຊົນຫວຽດນາມ, ທະຫານປົດປ່ອຍປະຊາຊົນຈີນ ໄດ້ສະຫຼະຊີວິດຢ່າງພິລະອາດຫານ ເພື່ອພາລະກິດປົດປ່ອຍຊາດຂອງຫວຽດນາມ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງ” ລະຫວ່າງສອງປະເທດ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຮຽກຮ້ອງມາຍັງກົມກອງຮັບເໝົາກໍ່ສ້າງ, ມານະພະຍາຍາມປະຕິບັດໜ້າທີ່ໃຫ້ເປັນຢ່າງດີ ເພື່ອໃຫ້ກິດຈະການຜັນຂະຫຍາຍຖືກຕາມຄວາມຄືບໜ້າ, ຮັບປະກັນຄຸນນະພາບ, ຄວາມງາມ.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 2 ມີນາ, ທ່ານພົນໂທ ຮວ່າງຊວນຈ໊ຽນ ພ້ອມດ້ວຍຄະນະປະຕິບັດງານລົງຢ້ຽມຢາມ, ກວດກາວຽກງານປະຕິສັງຂອນ, ບູລະນະສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຈີນ ຢູ່ເມືອງຈີລັງ, ນະຄອນລ້າງເຊີນ.
ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຫວຽດນາມ ສົມທົບກັບກະຊວງປ້ອງກັນປະເທດຈີນ ກະກຽມທຸກດ້ານຢ່າງຮອບຄອບຖີ່ຖ້ວນ, ກຽມພ້ອມຕ້ອນຮັບຍາດຕິພີ່ນ້ອງນັກຮົບ, ທະຫານອາສາສະໝັກທີ່ເສຍສະຫຼະຊີວິດເພື່ອຊາດຈີນ ມາໄວ້ອາໄລ ໄດ້ຮັບປະກັນຢ່າງສະຫງ່າຜ່າເຜີຍ, ສັກສິດ.
ໂດຍ: ໄຊນີດາ