ຮັບປະກັນການເຄົາລົບກົດໝາຍ ແລະປະຕິບັດກົດໝາຍຢູ່ທະເລບົນພື້ນຖານກົດໝາຍວ່າດ້ວຍທະເລ
ກປ.ອອນໄລ - ການຊຸກຍູ້ຄວາມເປັນລະບຽບທາງທະເລທີ່ອີງໃສ່ກົດໝາຍແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ.
ວັນທີ 5 ມີນາ, ຢູ່ຮ່າໂນ້ຍ, ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ໄດ້ສົມທົບກັບສະຖານທູດຍີ່ປຸ່ນ ປະຈໍາ ຫວຽດນາມ ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດສາກົນ ດ້ວຍຫົວຂໍ້: “ຮັບປະກັນຄວາມເຄົາລົບກົດໝາຍ ແລະປະຕິບັດກົດໝາຍຢູ່ທະເລບົນພື້ນຖານກົດໝາຍວ່າດ້ວຍທະເລ”. ເຫດການດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງນັກຊ່ຽວຊານ, ນັກວິຊາການທີ່ຢູ່ພາຍໃນ ແລະຕ່າງປະເທດຫຼາຍທ່ານ ເພື່ອແນໃສ່ປຶກສາຫາລືກ່ຽວກັບພື້ນຖານນິຕິກຳ, ມາດຕະການປະຕິບັດ ແລະສິ່ງທ້າທາຍໃນການນໍາໃຊ້ກົດໝາຍວ່າດ້ວຍທະເລສາກົນເຂົ້າສູ່ພຶດຕິກໍາຕົວຈິງ.
    |
 |
ຕໍາຫຼວດທະເລຫວຽດນາມ ໂຄສະນາໃຫ້ບັນດາກຳປັ່ນຫາປາທີ່ເຄື່ອນໄຫວຢູ່ຕາມເສັ້ນທາງລາດຕະເວນ ປະຕິບັດລະບຽບການຫາປາຢ່າງເຂັ້ມງວດ. ພາບປະກອບຈາກສໍານັກຂ່າວສານຫວຽດນາມ. |
ທີ່ກອງປະຊຸມສໍາມະນາ, ທ່ານ ຮສຈ Yoshinobu Takei, ຄະນະນິຕິສາດ, ມະຫາວິທະຍາໄລ Keio (ຍີ່ປຸ່ນ) ໄດ້ແບ່ງປັນບັນດາຫຼັກການສຳຄັນໃນການປະຕິບັດກົດໝາຍວ່າດ້ວຍທະເລ, ໃນນັ້ນໄດ້ເນັ້ນໜັກເຖິງບົດບາດຂອງຫຼັກການອຳນາດນິຕິບັນຍັດ. ຕາມທ່ານແລ້ວ, ທຸກປະເທດລ້ວນແຕ່ມີພັນທະຕໍ່ການປະຕິບັດຕາມກົດໝາຍສາກົນ, ເພື່ອແນໃສ່ຮັບປະກັນການເຄື່ອນໄຫວທາງທະເລໄດ້ດຳເນີນໄປຢ່າງປອດໄພ, ໂປ່ງໃສ ແລະສອດຄ່ອງກັບລະບຽບຫຼັກການລວມ.
ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບວ່າ ການປະຕິບັດກົດໝາຍຢູ່ທະເລບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຂອງແຕ່ລະປະເທດເທົ່ານັ້ນ ຫາກຍັງແມ່ນບັນຫາທົ່ວໂລກ, ຮຽກຮ້ອງໃຫ້ມີການສົມທົບກັນຂອງຫຼາຍຝ່າຍ ແລະໃຫ້ຄໍາໝັ້ນສັນຍາປະຕິບັດຕາມລະບຽບຫຼັກການສາກົນ. ການຊຸກຍູ້ຄວາມເປັນລະບຽບທາງທະເລທີ່ອີງໃສ່ກົດໝາຍແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງຢູ່ພາກພື້ນ ແລະໃນທົ່ວໂລກ.
ໂດຍ: ຈາງຫງວຽນ