ພາຍຫຼັງການເຜີຍແຜ່ກົດລະບຽບຂອງສະໜາມຝຶກຊ້ອມ ແລະຂໍ້ທີ່ຄວນໃສ່ໃຈໃນຂະບວນການຝຶກແອບ, ຫົວໜ້າການທະຫານກອງບັນຊາການທະຫານຕາແສງ ໄດ້ປະຕິບັດຕົວຈິງຢູ່ຫ້ອງຮຽນ, ສະຫຼຸບທິດສະດີ, ສົມທົບການປະຕິບັດຈັງຫວະປະຕິບັດງານຕົວຈິງໂດຍໄວ, ແລ້ວແນະນໍາກົມກອງແບ່ງອອກເປັນແຕ່ລະພາກສ່ວນ ເພື່ອຈັດຕັ້ງການຝຶກແອບ. ໂດຍໄດ້ຮັບການຝຶກແອບເປັນມື້ທີ 2 ສະນັ້ນ ບັນດານັກຮົບໄດ້ປະຕິບັດຕົວຈິງຈັງຫວະສ່ວນຕົວຖືກຕ້ອງພໍສົມຄວນ, ປະຕິບັດການເຂົ້າຮູບແຖວໄດ້ດີ ແລະ ຖືກເຕັກນິກ. ໃຜກໍ່ຕັ້ງໜ້າຝຶກແອບ ເພື່ອເຮັດໃຫ້ຖືກຕ້ອງ, ສະໝ່ຳສະເໝີ, ສວຍງາມ, ແລະເປັນເອກະພາບ.

ສະຫາຍ ດິງເຈື່ອງສາງ, ຫົວໜ້າການທະຫານກອງບັນຊາການທະຫານຕາແສງ ຊ໊ອມກູຍ, ໃຫ້ຮູ້ວ່າ: “ຂຶ້ນກັບເປົ້າໝາຍທະຫານລາດປີທີ 1 ຫຼື 2 ເພື່ອໃຫ້ກົມກອງຈັດຕັ້ງການຝຶກແອບຢ່າງເໝາະສົມ. ພວກຂ້າພະເຈົ້າ ຖືເປັນສໍາຄັນການໃນການຝຶກແອບປະຕິບັດຕົວຈິງ, ທັກສະສ່ວນຕົວ, ຮັບປະກັນໃຫ້ແທດຈິງໃນທຸກເນື້ອໃນ, ລາຍການວິຊາສະເພາະແຕ່ມື້ທໍາອິດ, ສູ້ຊົນເຮັດສຳເລັດໜ້າທີ່ການຝຶກແອບໃນປີ 2025”.

leftcenterrightdel
ຝຶກແອບວິຊາງົດງາມຢູ່ກອງບັນຊາການທະຫານຕາແສງຊ໊ອມກູຍ (ເມືອງ 8, ນະຄອນໂຮ່ຈີມິນ). ພາບ: qdnd.vn

ທີ່ກອງບັນຊາການທະຫານຕາແສງຮືງຝູ (ເມືອງ 8), ວຽກງານຝຶກແອບກໍ່ໄດ້ຜັນຂະຫຍາຍຢ່າງເຂັ້ມງວດດ້ວຍຫຼາຍເນື້ອໃນ, ຄື: ວິຊາງົດງາມ, ມວຍ, ຍິງປືນ, ສຶກສາອົບຮົມການເມືອງ... ແລະຝຶກແອບບັນດາເນື້ອໃນກະກຽມໃຫ້ງານມະຫາກຳກິລາ. ປີນີ້, ກອງບັນຊາການທະຫານຕາແສງ ເປັນເຈົ້າການໃນການສ້າງແຜນການ, ກະກຽມວັດຖຸອຸປະກອນ, ຫຼັກສູດ, ສະຖານທີ່ຝຶກແອບ, ຈັດສົ່ງກຳລັງເຂົ້າຮ່ວມການຝຶກແອບໂດຍຂັ້ນເທິງຈັດຕັ້ງ... ບົນພື້ນຖານເນື້ອໃນທີ່ເປັນເອກະພາບ, ກອງບັນຊາການທະຫານຕາແສງ ໄດ້ຈັດຕັ້ງການຝຶກແອບເລີ່ມແຕ່ງ່າຍຫາຍາກ; ຈາກຈັງຫວະສ່ວນຕົວໄປສູ່ການປະສານງານເປັນກຸ່ມ, ຖືຄຸນນະພາບເປັນຫຼັກ.

ທ່ານ ເລວັນເລີ້ຍ, ຮອງຫົວໜ້າການທະຫານກອງບັນຊາການທະຫານຕາແສງຮືງຝູ, ແບ່ງປັນວ່າ: “ຕາແສງ ຫາກໍ່ໂຮມເຂົ້າກັນ, ບໍລິເວນກວ້າງໃຫຍ່, ໜ້າທີ່ກໍໜັກໜ່ວງກວ່າ, ຄວາມຮັບຮູ້ຂອງນັກຮົບທະຫານລາດຍັງບໍ່ທັນເທົ່າກັນ… ສະນັ້ນ, ກອງບັນຊາການທະຫານຕາແສງຮືງຝູ ຈຶ່ງໄດ້ກໍານົດເນື້ອໃນການຝຶກແອບຕ້ອງຮັບປະກັນໃຫ້ແທດຈິງ ແລະຕິດແທດກັບຄວາມຮຽກຮ້ອງຕ້ອງການໜ້າທີ່. ພະນັກງານຝຶກແອບຕ້ອງມີວິທີການສິດສອນທີ່ເໝາະສົມ, ເປັນແບບຢ່າງປະຕິບັດຈັງຫວະ ເພື່ອໃຫ້ນັກຮົບປະຕິບັດຕາມເປັນເອກະພາບໃນກົມກອງ...”.

ຊາບຊຶມຄວາມຮຽກຮ້ອງຕ້ອງການ, ໜ້າທີ່ຝຶກແອບຂອງກອງບັນຊາການທະຫານນະຄອນໂຮ່ຈີມິນ ຢ່າງເລິກເຊິ່ງ, ກອງບັນຊາການທະຫານເມືອງ 8 ໄດ້ຊີ້ນໍາບັນດາກອງບັນຊາການທະຫານ ຢ່າງໃກ້ຊິດຕິດແທດກັບທິດນໍາທີ່ວ່າ “ພື້ນຖານ, ແທດຈິງ, ໝັ້ນແກ່ນ”, 3 ທັດສະນະ, 8 ຫຼັກການ, 6 ການສົມທົບກັນໃນການຝຶກແອບ, ຮັບປະກັນ “3 ແທດຈິງ” (ສອນໃຫ້ແທດຈິງ; ຮຽນໃຫ້ແທດຈິງ; ກວດກາ, ຕີລາຄາໝາກຜົນຢ່າງແທດຈິງ), ຖືເປັນສໍາຄັນການຝຶກແອບຢ່າງຄົບຊຸດ, ລົງເລິກ, ຖືການປະຕິບັດງານຕົວຈິງເປັນຫຼັກ, ນຳໃຊ້ອາວຸດຍຸດໂທປະກອນຢ່າງຊໍານິຊຳນານ ແລະຝຶກແອບຢ່າງຮອບດ້ານໃຫ້ບັນດາເປົ້າໝາຍ, ຕິດແທດກັບການສູ້ຮົບຕົວຈິງ.

ຕາມທ່ານພັນໂທ ຫວໍແທ່ງຟອງ, ຫົວໜ້າການທະຫານກອງບັນຊາການທະຫານ ເມືອງ 8: ຄຸນນະພາບການຝຶກແອບແມ່ນໜຶ່ງໃນບັນດາປັດໄຈທີ່ສ່ອງແສງໃຫ້ເຫັນກໍາລັງຄວາມສາມາດຂອງພະນັກງານ; ພ້ອມກັນນັ້ນກໍສະແດງໃຫ້ເຫັນກໍາລັງຄວາມສາມາດໃນການກຽມພ້ອມສູ້ຮົບຂອງກົມກອງ. ສະນັ້ນ, ຄະນະພັກ, ກອງບັນຊາການທະຫານເມືອງ 8 ຈຶ່ງໄດ້ສຸມໃສ່ນຳພາຍົກສູງຄຸນນະພາບການຝຶກແອບ; ເອົາໃຈໃສ່ບໍາລຸງສ້າງທັກສະ, ວິທີການຝຶກແອບໃຫ້ແກ່ຖັນແຖວພະນັກງານ ເພື່ອແນະນຳໃຫ້ນັກຮົບ, ປະຕິບັດຈັງຫວະເປັນແບບຢ່າງ,  ຮັບປະກັນຄວາມຖືກຕ້ອງ ແລະມີຄຸນນະພາບ, ບໍ່ແລ່ນຕາມຜົນງານ. ນີ້ກໍແມ່ນຄວາມຮຽກຮ້ອງຕ້ອງການລວມທີ່ກອງບັນຊາການທະຫານນະຄອນໂຮ່ຈີມິນ ຊີ້ນຳປະຕິບັດຢ່າງເຂັ້ມງວດໃນປີ 2025.

ໂດຍ: ທະນາພອນ