ອາເມລິກາ ຈັດວາງອັດຕາພາສີ 25% ຕໍ່ ການາດາ ແລະ ເມັກຊີໂກ
ນັບແຕ່ເວລາ 00 ໂມງຂອງວັນທີ 4 ມີນາ (ຕາມເວລາ ອາເມລິກາ), ສິນຄ້າທັງໝົດຂອງ ເມັກຊີໂກ ແລະ ການາດາ ນຳເຂົ້າຕະຫຼາດ ອາເມລິກາ ຖືກຈັດວາງອັດຕາພາສີນຳເຂົ້າ 25%, ສະເພາະບັນດາຜະລິດຕະພັນພະລັງງານຂອງ ການາດາ ແມ່ນຖືກເສຍພາສີ 10%.
    |
 |
ສາງສິນຄ້າຢູ່ Los Angeles, ອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານປະທານາທິບໍດີ Donald Trump ໄດ້ຕົກລົງຈັດວາງອັດຕາພາສີສຳລັບ 2 ເປົ້າໝາຍການຄ້າແຖວໜ້າຂອງ ອາເມລິກາ ຍ້ອນຖືວ່າສອງປະເທດນີ້ ຍັງບໍ່ທັນໃຫ້ຄຳໝັ້ນສັນຍາສະກັດກັ້ນຢາເສບຕິດນຳເຂົ້າ ອາເມລິກາ ເທື່ອ.
ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 4 ເມສາ, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ເນັ້ນໜັກວ່າ: “ອັດຕາພາສີຂອງ ອາເມລິກາ ໄດ້ຈັດວາງເລີ່ມແຕ່ຕອນເຊົ້າມື້ນີ້ ແລະມາດຕະການໂຕ້ຕອບຂອງ ການາດາ ກໍເຊັ່ນດຽວກັນ. ການາດາ ຈະປະຕິບັດອັດຕາພາສີ 25% ສຳລັບສິນຄ້າ ອາເມລິກາ ທີ່ມີມູນຄ່າ 155 ຕື້ໂດລາສະຫະລັດ. ບັນດາມາດຕະການຈັດວາງອັດຕາພາສີສຳລັບສິນຄ້າ ອາເມລິກາ ທີ່ມີມູນຄ່າ 30 ຕື້ ໂດລາສະຫະລັດ ຈະມີຜົນສັກສິດໃນທັນທີ, ສ່ວນຍັງເຫຼືອ ແມ່ນຈະໄດ້ປະຕິບັດໃນຮອບເວລາ 21 ວັນ”.
ພາຍຫຼັງຖະແຫຼງການຂອງທ່ານນາຍົກລັດຖະມົນຕີ Trudeau, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ນາບຂູ່ຈະເພີ່ມອັດຕາພາສີໂຕ້ຕອບຄືນ ການາດາ ພາຍຫຼັງທີ່ບັນດາມາດຕະການໂຕ້ຕອບຂອງ ການາດາ ຈັດວາງສຳລັບສິນຄ້າຂອງ ອາເມລິກາ ໃນທັນທີ. ທ່ານ Trump ຄາດຄະເນວ່າ ຈະປະກາດບັນດາອັດຕາພາສີດັ່ງກ່າວສຳລັບຄູ່ຮ່ວມມືການຄ້າຂອງ ອາເມລິກາ ລວມທັງ ການາດາ ແລະ ເມັກຊີໂກ ໃນວັນທີ 02 ເມສາ.
ແຫຼ່ງຄັດຈາກ: vovworld.vn