ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ຮັບຮູ້ຜົນການຮ່ວມມືຮອບດ້ານລະຫວ່າງກອງທັບສອງປະເທດ ໃນໄລຍະມໍ່ໆມານີ້, ເປັນຕົ້ນແມ່ນໃນຂົງເຂດ, ຄື: ການສົມທົບ ແລະເປັນເສນາທິການຜັນຂະຫຍາຍໜ້າທີ່ການທະຫານ, ການປ້ອງກັນຊາດ; ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບັນຫາຍຸດທະສາດ; ໜູນຊ່ວຍເຊິ່ງກັນ ແລະກັນໃນການກໍ່ສ້າງທ່າຮົບ ແລະກຳລັງບົ່ມຊ້ອນດ້ານປ້ອງກັນຊາດ; ການບໍາລຸງສ້າງຊັບພະຍາກອນມະນຸດ; ເສີມຂະຫຍາຍກົນໄກແລກປ່ຽນ, ໂອ້ລົມສົນທະນາ ແລະແຮກສ່ຽວ...

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຊົມເຊີຍຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ພາບ: qdnd.vn

ທ່ານ ຟ້າມມິງຈິ໊ງ ສະເໜີໃຫ້ກອງທັບສອງປະເທດ ເພີ່ມທະວີການສົມທົບກັນ, ເປັນເສນາທິການໃຫ້ການນໍາຂັ້ນສູງຂອງສອງປະເທດ ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຜັນຂະຫຍາຍຜົນການພົບປະລະຫວ່າງຜູ້ນໍາຂອງ 3 ພັກ ແລະນາຍົກລັດຖະມົນຕີ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຢູ່ນະຄອນໂຮ່ຈີມິນ ເມື່ອເດືອນກຸມພາທີ່ຜ່ານມາ, ປັບປຸງກຸ່ມກ້ອນມະຫາສາມັກຄີທີ່ສະໜິດແໜ້ນລະຫວ່າງ 3 ປະເທດ; ຜັນຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວ.

ໃນນັ້ນ, ຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະພົບປະແລກປ່ຽນລະຫວ່າງກອງທັບສອງຝ່າຍ; ຕັ້ງໜ້າຜັນຂະຫຍາຍວຽກງານບໍາລຸງກໍ່ສ້າງຊັບພະຍາກອນມະນຸດ; ຊຸກຍູ້ການຮ່ວມມືດ້ານຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, ພະລາທິການ-ເຕັກນິກ; ຍູ້ແຮງການຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ ຫວຽດນາມ - ລາວ ໃຫ້ມີສັນຕິພາບ, ສະຖຽນລະພາບ, ພັດທະນາ, ໃນນັ້ນມີການກໍ່ສ້າງກຸ່ມບ້ານ; ຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາດ ຢ່າງທັນການ; ເຂົ້າຮ່ວມການພັດທະນາເສດຖະກິດ, ກໍ່ສ້າງຮູບແບບເສດຖະກິດປ້ອງກັນຊາດ; ໂຄສະນາເຜີຍແຜ່, ສຶກສາອົບຮົມກ່ຽວກັບປະຫວັດສາດ, ຄວາມໝາຍ, ຄວາມສຳຄັນຂອງສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ແລະ ສອງກອງທັບຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊ່ົວກາລະນານ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ. ພາບ: qdnd.vn

ສ່ວນທ່ານພົນຕີ ສາຍໃຈ ກົມມະສິດ ໃຫ້ຮູ້ວ່າ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຫາກໍ່ດໍາເນີນການພົບປະສອງຝ່າຍ ປະສົບຜົນສໍາເລັດຢ່າງຈົບງາມ. ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການພົວພັນຮ່ວມມື, ຜັນຂະຫຍາຍເນື້ອໃນການຮ່ວມມືຢ່າງມີປະສິດທິຜົນ ຕາມຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ, ເປັນຕົ້ນແມ່ນຂໍ້ຕົກລົງຂັ້ນສູງຫວຽດນາມ - ລາວ ປີ 2024, ການພົບປະລະຫວ່າງການນຳພັກຂອງ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ສອງຝ່າຍໄດ້ເຫັນດີເພີ່ມທະວີການແບ່ງປັນບັນຫາຍຸດທະສາດຜ່ານການພົບປະຂັ້ນສູງ, ກົນໄກເຈລະຈານະໂຍບາຍປ້ອງກັນຊາດ; ເພີ່ມທະວີການຮ່ວມມືປົກປັກຮັກສາຊາຍແດນຂອງສອງປະເທດ, ໃນນັ້ນມີການກໍ່ສ້າງກຸ່ມບ້ານ; ຖືເປັນສໍາຄັນການຮ່ວມມືດ້ານການບຳລຸງກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ; ຊຸກຍູ້ການຮ່ວມມືດ້ານພະລາທິການ, ເຕັກໂນໂລຢີຂໍ້ມູນຂ່າວສານ, ອຸດສາຫະກຳປ້ອງກັນຊາດ, ພັດທະນາເສດຖະກິດ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ.

ໂດຍ: ທູຈາງ