ຕາງໜ້າການນໍາກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຊົມເຊີຍທ່ານພັນເອກ Jerry Henry Manuhutu ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນທີ່ປຶກສາທູດປ້ອງກັນຊາດອິນໂດເນເຊຍ ປະຈໍາຫວຽດນາມ; ສະແດງຄວາມເຊື່ອໝັ້ນວ່າ ທ່ານພັນເອກ Jerry Henry Manuhutu ຈະມີອາຍຸການປະຕິບັດງານທີ່ປະສົບຜົນສໍາເລັດ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ໃນໄລຍະຈະມາເຖິງກວ່າອີກ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທີ່ປຶກສາທູດປ້ອງກັນຊາດອິນໂດເນເຊຍ ປະຈໍາ ຫວຽດນາມ. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ ຫວຽດນາມ ແລະອິນໂດເນເຊຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີເສັ້ນຊາຍແດນຮ່ວມກັນຢູ່ທະເລ, ມີຫຼາຍຈຸດຄ້າຍຄືກັນກ່ຽວກັບຜົນປະໂຫຍດ.

ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອິນໂດເນເຊຍ ໃນໄລຍະຜ່ານມາພັດທະນາອັນດີງາມ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບແມ່ນໜຶ່ງໃນບັນດາເສົາຄ້ໍາສໍາຄັນ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງຕໍ່ການປະກອບສ່ວນສໍາຄັນຂອງຫ້ອງການທີ່ປຶກສາທູດປ້ອງກັນຊາດອິນໂດເນເຊຍ ປະຈໍາ ຫວຽດນາມ ໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງກະຊວງປ້ອງກັນປະເທດສອງປະເທດໃນຂົງເຂດຕ່າງໆ, ຄື: ການແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ; ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ; ຮັກສາບັນດາກົນໄກປຶກສາຫາລື, ການພົບປະເຈລະຈາຢ່າງມີປະສິດທິຜົນ; ການຮ່ວມມືບໍາລຸງສ້າງ; ອຸດສາຫະກໍາປ້ອງກັນຊາດ; ພະລາທິການ; ປະສານສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສ, ກົນໄກຫຼາຍຝ່າຍຢູ່ພາກພື້ນ ແລະສາກົນ...

ທ່ານພົນໂທ ຮວ່າງຊວນຈ໊ຽນ ຂອບໃຈກະຊວງປ້ອງກັນປະເທດອິນໂດເນເຊຍ ທີ່ໄດ້ຈັດສົ່ງຄະນະມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 35 ປີແຫ່ງວັນປ້ອງກັນຊາດທົ່ວປວງຊົນ ແລະງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 2 ທີ່ຈັດຂຶ້ນໃນເດືອນທັນວາ 2024.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສະເໜີວ່າໃນໄລຍະຈະມາເຖິງ, ທ່ານພັນເອກ Jerry Henry Manuhutu ຈະສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືລະຫວ່າງກະຊວງປ້ອງກັນປະເທດອິນໂດເນເຊຍ ແລະກະຊວງປ້ອງກັນປະເທດຫວຽດນາມ, ຜ່ານນັ້ນ ເສີມຂະຫຍາຍທີ່ຕ້ັງ, ບົດບາດຂອງການຮ່ວມມືດ້ານປ້ອງກັນຊາດໃນການພົວພັນສອງຝ່າຍກວ່າອີກ, ຈຸດສຸມແມ່ນ: ແລກປ່ຽນຄະນະຜູ້ແທນ; ຮັກສາບັນດາກົນໄກແລກປ່ຽນ, ການພົບປະເຈລະຈາປະຈໍາປີ; ການບໍາລຸງສ້າງ; ການຮ່ວມມືເຫຼົ່າທັບ, ເຫຼົ່າຮົບ...

ຂອບໃຈການນໍາກະຊວງປ້ອງກັນປະເທດຫວຽດນາມ ທີ່ສະຫຼະເວລາຕ້ອນຮັບ, ທ່ານພັນເອກ Jerry Henry Manuhutu ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນຢ່າງຕັ້ງໜ້າໃນການພົວພັນຮ່ວມມືລະຫວ່າງສອງປະເທດເວົ້າລວມ, ລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ເວົ້າສະເພາະ.

ທ່ານພັນເອກ Jerry Henry Manuhutu ປາດຖະໜາວ່າໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນຂອບເຂດສອງຝ່າຍ ແລະຫຼາຍຝ່າຍ; ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການຕັດສິນໃຈດ້ານການເມືອງ, ເຈດຕະນາດີ ແລະຄວາມມານະພະຍາຍາມຂອງທັງສອງຝ່າຍ, ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ອິນໂດເນເຊຍ ຈະມີບາດກ້າວພັດທະນາຢ່າງແຂງແຮງໃນໄລຍະຈະມາເຖິງກວ່າອີກ.

ໂດຍ: ໄຊນີດາ