ການຝຶກຊ້ອມຕົວຈິງຍິງປືນສູ້ຮົບແມ່ນເນື້ອໃນສຳຄັນໜຶ່ງໃນການຝຶກຊ້ອມເຂດປ້ອງກັນນະຄອນຮ່າໂນ້ຍ ດ້ວຍ 3 ໄລຍະ, ມີການສົມທົບກັນລະຫວ່າງເຫຼົ່າທັບ, ເຫຼົ່າຮົບດ້ວຍຫຼາຍຮູບການສູ້ຮົບ,  ໄດ້ນຳໃຊ້ອາວຸດຍຸດໂທປະກອນເຕັກນິກທັນສະໄໝຫຼາຍປະເພດໂດຍກອງທັບ ປະດິດສ້າງ, ດັດແປງ ແລະຜະລິດ; ໝູນໃຊ້ວິທະຍາສາດເຕັກນິກ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະໄດ້ຮັບການຖ່າຍທອດສົດທາງໂທລະພາບໃນວິວັດດໍາເນີນການຝຶກຊ້ອມ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ການຝຶກຊ້ອມ. ພາບ: qdnd.vn

ກ່າວຄຳເຫັນທີ່ການຝຶກຊ້ອມ, ທ່ານພົນເອກ ຟານວັນຢາງ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍບັນດາໝາກຜົນ ແລະຜົນງານດີເດັ່ນຂອງພະນັກງານ, ນັກຮົບ, ບັນດາອົງການ, ກົມກອງ ແລະເນັ້ນໜັກວ່າ: ໃນວິວັດດໍາເນີນການຝຶກຊ້ອມຕົວຈິງ, ກໍາລັງຕ່າງໆຂອງເຫຼົ່າທັບ, ເຫຼົ່າຮົບໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການສູ້ຮົບ; ພະນັກງານ, ນັກຮົບ ແລະທະຫານໝວດຕ່າງໆ ໄດ້ແກ້ໄຂກໍລະນີຢ່າງມີໄຫວພິບ,   ຮັບປະກັນໃຫ້ມີໄຊ ແລະປອດໄພຢ່າງເດັດຂາດໃນທຸກດ້ານ. ນີ້ແມ່ນພະຍານຫຼັກຖານໃຫ້ໝາກຜົນການຝຶກແອບຂອງບັນດາອົງການ, ກົມກອງ; ວຽກງານຊີ້ນຳນໍາພາຂອງຄະນະພັກ ແລະຜູ້ບັນຊາການທຸກຂັ້ນ; ນ້ຳໃຈຄວາມຮັບຜິດຊອບສູງຂອງທະຫານໃນການຝຶກແອບ, ກະກຽມ ແລະປະຕິບັດການຝຶກຊ້ອມ.

leftcenterrightdel
ຜູ້ແທນຕິດຕາມການຝຶກຊ້ອມຢູ່ສະໜາມຍິງປືນ TB1. ພາບ: qdnd.vn

ຢືນຢັນວ່າ ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງການຝຶກຊ້ອມສຳເລັດ, ທ່ານລັດຖະມົນຕີ ຟານວັນຢາງ ຮຽກຮ້ອງວ່າ ພາຍຫຼັງການຝຶກຊ້ອມ, ບັນດາອົງການ, ກົມກອງຕ້ອງຕີລາຄາ ແລະຖອດຖອນບົດຮຽນຢ່າງເຂັ້ມງວດ; ລະດົມກໍາລັງໃຈ, ຍ້ອງຍໍບັນດາໝູ່ຄະນະ, ບຸກຄົນທີ່ມີຜົນງານດີເດັ່ນ ໃນການຝຶກຊ້ອມ; ພ້ອມທັງໃສ່ໃຈວ່າ ຜູ້ບັນຊາການຂອງບັນດາອົງການ, ກົມກອງຕ້ອງກວດກາອາວຸດຍຸດໂທປະກອນເຕັກນິກພາຍຫຼັງການຝຶກຊ້ອມ ເພື່ອເກັບ ແລະບໍາລຸງຮັກສາໃຫ້ຖືກຕ້ອງຕາມຂໍ້ກໍານົດ.

leftcenterrightdel
ກໍາລັງທະຫານອາກາດ ເຂົ້າຮ່ວມການຝຶກຊ້ອມ. ພາບ: qdnd.vn
leftcenterrightdel
ດັບສູນເປົ້າໝາຍນັບແຕ່ການຍິງປືນເບື້ອງຕົ້ນ. ພາບ: qdnd.vn
leftcenterrightdel
ຄວາມເບີກບານມ່ວນຊື່ນຂອງນັກຮົບຕີພິເສດເມື່ອປະຕິບັດສໍາເລັດໜ້າທີ່ຝຶກຊ້ອມ.  ພາບ: qdnd.vn
leftcenterrightdel
ກໍາລັງເຄື່ອນຍ້າຍກັບຄືນສູ່ສະຖານທີ່ເຕົ້າໂຮມ ພາຍຫຼັງປະຕິບັດສໍາເລັດການຝຶກຊ້ອມ. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຟານວັນຢາງ ລະດົມກໍາລັງໃຈທະຫານພາຍຫຼັງການຝຶກຊ້ອມ. ພາບ: qdnd.vn
leftcenterrightdel
ການນໍາກະຊວງປ້ອງກັນປະເທດ, ນະຄອນຮ່າໂນ້ຍ ພ້ອມດ້ວຍຜູ້ແທນ ລະດົມກໍາລັງໃຈບັນດາກໍາລັງເຂົ້າຮ່ວມການຝຶກຊ້ອມ. ພາບ: qdnd.vn

ກ່ອນທີ່ດໍາເນີນການຝຶກຊ້ອມຕົວຈິງຍິງປືນສູ້ຮົບ, ທາງນະຄອນຮ່າໂນ້ຍ ໄດ້ຈັດຕັ້ງການຝຶກຊ້ອມປ້ອງກັນພົນລະເຮືອນ ແລະຈັດການຝຶກຊ້ອມຕາມແຜນການ A2 ສຳເລັດ; ການຝຶກຊ້ອມດຳເນີນໄປດ້ວຍບັນດາກອງປະຊຸມ, ຄື: ຄະນະປະຈຳຄະນະພັກນະຄອນຮ່າໂນ້ຍ ອອກມະຕິນໍາພາຫັນທ້ອງຖິ່ນໃຫ້ຢູ່ໃນສະພາວະສຸກເສີນດ້ານປ້ອງກັນຊາດ, ປະຕິບັດຄຳສັ່ງປຸກລະດົມໃນທ້ອງຖິ່ນ; ກອງປະຊຸມຄະນະບັນຊາສະພາວະສຸກເສີນດ້ານປ້ອງກັນຊາດ ເພື່ອຜັນຂະຫຍາຍແຜນການຫັນທ້ອງຖິ່ນໃຫ້ຢູ່ໃນສະພາວະສຸກເສີນດ້ານປ້ອງກັນຊາດ; ກອງປະຊຸມຄະນະບໍລິຫານງານອົງຄະນະພັກນະຄອນຮ່າໂນ້ຍ ອອກມະຕິນຳພາຫັນທ້ອງຖິ່ນໄປສູ່ສະພາບສົງຄາມ, ປະຕິບັດຄຳສັ່ງປຸກລະດົມ; ບັນດາກອງປະຊຸມ ໄດ້ຮັບຮອງເອົາຄວາມຕັດສິນໃຈສູ້ຮົບ ແລະອອກມະຕິນໍາພາໜ້າທີ່ສູ້ຮົບ ແລະກອງປະຊຸມຂອງບັນດາພະແນກ, ຄະນະ, ຂະແໜງການ ຮັບຮອງເອົາແຜນການໃນການສູ້ຮົບປ້ອງກັນ. ທີ່ກອງປະຊຸມຕ່າງໆ,  ກຳລັງເຂົ້າຮ່ວມການຝຶກຊ້ອມລ້ວນແຕ່ກໍາແໜ້ນ ແລະປະຕິບັດກົນໄກພັກນໍາພາ, ອໍານາດການປົກຄອງຄຸ້ມຄອງ, ບໍລິຫານເປັນຢ່າງດີ, ອົງການການທະຫານ, ຕໍາຫຼວດ ແລະບັນດາຄະນະ, ພະແນກ, ຂະແໜງການ,  ອົງການຈັດຕັ້ງມະຫາຊົນເປັນເສນາທິການ; ຈັດຕັ້ງກອງປະຊຸມຖືກກັບຫຼັກການ, ແຜນການ, ຂັ້ນຕອນ, ມີເນື້ອໃນສົມບູນຄົບຖ້ວນ.

ໂດຍ: ທູຈາງ