leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ກວດແຖວກຽດຕິຍົດ. ພາບ: qdnd.vn

ຕາງໜ້າການນຳພັກ, ລັດ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຮັບຮູ້, ຕີລາຄາສູງ ແລະຍ້ອງຍໍຊົມເຊີຍຜົນງານ, ມູນເຊື້ອອັນສະຫງ່າລາສີຂອງສືບຂ່າວປ້ອງກັນຊາດ, ພ້ອມທັງວາງອອກຄວາມຮຽກຮ້ອງຕ້ອງການສໍາລັບຂະແໜງສືບຂ່າວປ້ອງກັນຊາດ ໃນສະພາບການໃໝ່. ໃນໄລຍະຈະມາເຖິງ, ສະພາບການຂອງໂລກ ແລະພາກພື້ນຈະສືບຕໍ່ຜັນແປໄປຢ່າງສັບສົນ ແລະຍາກທີ່ຈະຄາດຄະເນລ່ວງໜ້າໄດ້; ສົ່ງຜົນກະທົບໂດຍກົງ ແລະວ່ອງໄວທັງຕັ້ງໜ້າ ແລະຫຍໍ້ທໍ້ເຖິງປະເທດເຮົາ. ສິ່ງດັ່ງກ່າວໄດ້ວາງອອກໜ້າທີ່ສຳຄັນ, ໜັກໜ່ວງກວ່າໃຫ້ຂະແໜງສືບຂ່າວປ້ອງກັນຊາດ, ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມ, ຂ້ຽວຂາດກວ່າອີກ ເພື່ອປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ປະກອບສ່ວນພ້ອມກັບທົ່ວພັກ, ທົ່ວປວງຊົນ ແລະທ່ົວກອງທັບປະຕິບັດສອງໜ້າທີ່ຍຸດທະສາດແມ່ນສ້າງສາ ແລະປົກປັກຮັກສາປະເທດຊາດໃນສະພາບການໃໝ່.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຖ່າຍຮູບກັບການນໍາກະຊວງປ້ອງກັນປະເທດ ແລະກົມໃຫຍ່ II. ພາບ: qdnd.vn
leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພ້ອມດ້ວຍບັນດາຜູ້ແທນຢ້ຽມຢາມຫໍພິພິທະພັນ ກົມໃຫຍ່ II. ພາບ: qdnd.vn

ກ່ຽວກັບທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່, ປະທານປະເທດເນັ້ນໜັກວ່າ: ສືບຂ່າວປ້ອງກັນຊາດຕ້ອງເພີ່ມທະວີລັກສະນະຊົນຊັ້ນ, ລັກສະນະປະຕິວັດຢ່າງບໍ່ຢຸດຢັ້ງ, ຍາມໃດກໍ່ຕ້ອງຢັ້ງຢືນວ່າແມ່ນກຳລັງຈົ່ງຮັກພັກດີ, ໄວ້ເນື້ອເຊື່ອໃຈພິເສດຂອງພັກ, ລັດ,  ກອງທັບ ແລະປະຊາຊົນ; ສືບຕໍ່ປະຕິບັດບົດບາດເປັນອົງການສືບຂ່າວຍຸດທະສາດ.  ສືບຂ່າວປ້ອງກັນຊາດ ຕ້ອງຮັບໃຊ້ຢ່າງມີປະສິດທິຜົນກວ່າອີກ ໃຫ້ການນຳຂອງພັກ, ລັດ, ກອງທັບ ແລະບັນດາຄະນະ, ກະຊວງ, ຂະແໜງການທ້ອງຖິ່ນໃນການຕີລາຄາ ແລະໃຫ້ຂໍ້ສັງເກດສະພາບການ, ກຳນົດແຜນນະໂຍບາຍ, ຍຸດໂທບາຍ ແລະຮັບມືກັບທຸກໆກໍລະນີ; ສູ້ຊົນຍົກສູງຄຸນນະພາບການເຄື່ອນໄຫວ, ສົມກັບຄວາມໄວ້ເນື້ອເຊື່ອໃຈພິເສດຂອງການນຳພັກ, ລັດ ແລະ ກອງທັບ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn

ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ຮຽກຮ້ອງໃຫ້ຂະແໜງສືບຂ່າວປ້ອງກັນຊາດ ຕ້ອງກວດກາຄືນກົງຈັກການຈັດຕັ້ງເປັນປະຈຳ ແລະປັບປຸງໂຄງຮ່າງການຈັດຕັ້ງຕາມທິດ “ກະທັດຮັດ, ປະສິດທິຜົນ, ຖືກກັບພາລະໜ້າທີ່”. ກໍ່ສ້າງທ່າສືບຂ່າວໃຫ້ໝັ້ນຄົງເຂັ້ມແຂງ, ໄຫວພິບ, ເສີມຂະຫຍາຍກໍາລັງແຮງສັງລວມຂອງທຸກແບບວິທີ ແລະກໍາລັງ.

ໂດຍ: ທູຈາງ