ທີ່ກອງປະຊຸມປຶກສາຫາລື, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບຄວາມໝັ້ນຄົງໃນການເດີນເຮືອຢູ່ເຂດທະເລຕາເວັນອອກ ແລະເຂດທະເລອ້ອມຂ້າງ; ຕີລາຄາໝາກຜົນການເຄື່ອນໄຫວແຕ່ເດືອນ ສິງຫາ 2023 ມາຮອດປະຈຸບັນ ແລະທິດທາງການຮ່ວມມືໃນໄລຍະຈະມາເຖິງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມປຶກສາຫາລື. ພາບ: qdnd.vn

ໃນໄລຍະຜ່ານມາ, ທະຫານເຮືອສອງປະເທດໄດ້ສົມທົບກັນຜັນຂະຫຍາຍການເຄື່ອນໄຫວຮ່ວມມືທີ່ມີປະສິດທິຜົນ, ບັນລຸໄດ້ຫຼາຍໝາກຜົນທີ່ແທດຈິງ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ເຂົ້າໃຈເຊິ່ງກັນ ແລະກັນ, ປັບປຸງ, ຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືອັນດີງາມລະຫວ່າງກອງທັບ ແລະທະຫານເຮືອສອງປະເທດ. ທະຫານເຮືອສອງປະເທດໄດ້ຕັ້ງໜ້າສົມທົບກັນແກ້ໄຂບັນຫາທີ່ເກີດຂື້ນຢູ່ທະເລດ້ວຍທັດສະນະຕ້ອງເຄົາລົບບັນດາຫຼັກການ ແລະກົດໝາຍສາກົນ, ກົດໝາຍຂອງແຕ່ລະປະເທດ ເພື່ອແນໃສ່ກໍ່ສ້າງເຂດທະເລໃຫ້ກາຍເປັນເຂດທະເລສັນຕິພາບ, ການຮ່ວມມື ແລະພັດທະນາ.

leftcenterrightdel
ຫົວໜ້າຄະນະທະຫານເຮືອສອງປະເທດ ລົງນາມ ແລະແລກປ່ຽນເອກະສານກອງປະຊຸມປຶກສາຫາລື. ພາບ: qdnd.vn

ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຜັນຂະຫຍາຍບັນດາເນື້ຶອໃນການຮ່ວມມືບົນພື້ນຖານຂໍ້ຕົກລົງທີ່ໄດ້ລົງນາມ, ຄື: ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ, ກົນໄກເຈລະຈາ, ປຶກສາຫາລືທະຫານເຮືອ; ການຮ່ວມມືໃນການໜູນຊ່ວຍມະນຸດສະທໍາ-ກູ້ໄພ-ກູ້ຊີບໄພພິບັດ, ຊອກຫາກູ້ຊີບຊາວປະມົງທີ່ປະສົບກັບອຸບັດຕິເຫດຢູ່ທະເລ; ເພີ່ມທະວີການຮ່ວມມືຝຶກແອບ-ບໍາລຸງກໍ່ສ້າງ ແລະແລກປ່ຽນບົດຮຽນໃນຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໃນວັນດຽວກັນ, ຄະນະໄດ້ເຂົ້າຢ້ຽມຂໍ່ານັບການນໍາກອງບັນຊາການທະຫານເຮືອຫວຽດນາມ. ທ່ານພັນເອກພິເສດ ຫງວຽນວັນແບ໊ກ ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານເຮືອຫວຽດນາມ ຕ້ອນຮັບຄະນະ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນວັນແບ໊ກ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຈັດຕະວາ Jose Ma Ambrosio Q Ezpeleta. ພາບ: qdnd.vn
leftcenterrightdel
ຄະນະທະຫານເຮືອສອງປະເທດ ຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານພັກເອກພິເສດ ຫງວຽນວັນແບ໊ກ ຕີລາຄາສູງຜົນສໍາເລັດຂອງກອງປະຊຸມປຶກສາຫາລື ແລະຫວັງວ່າ ໃນໄລຍະຈະມາເຖິງ ບັນດາເນື້ອໃນທີ່ໄດ້ເປັນເອກະພາບຢູ່ກອງປະຊຸມປຶກສາຫາລືສອງຝ່າຍຈະໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ພິເສດແມ່ນໃນປີ 2025 ເມື່ອສອງປະເທດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ; ປະກອບສ່ວນຮັກສາເຂດທະເລສັນຕິພາບ, ສະຖຽນລະພາບ ແລະພັດທະນາວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ.

ໂດຍ: ໄຊນີດາ