ໃນລາຍການພົບປະແລກປ່ຽນລະຫວ່າງຕໍາຫຼວດທະເລຫວຽດນາມ ກັບກໍາລັງປ້ອງກັນຝັ່ງທະເລຟີລິບປິນ ທີ່ໄດ້ດຳເນີນໃນຕົ້ນເດືອນສິງຫາຜ່ານມານີ້, ມີການແຂ່ງຂັນບານສົ່ງ ແລະຕີດອກປີກໄກ່ລະຫວ່າງສອງກໍາລັງດັ່ງກ່າວ. ດ້ວຍອາລົມຈິດ ແລະວັດທະນະທຳທີ່ເປັນເອກະລັກສະເພາະ, ການດໍາເນີນຊີວິດຂອງຊາວຟີລິບປິນ, ເວລາພັກຜ່ອນ ຫຼືເວລາພັກຜ່ອນເພື່ອປ່ຽນເນື້ອໃນແຂ່ງຂັນ, ພາກສ່ວນຮັບໃຊ້ຂອງກໍາລັງປ້ອງກັນຝັ່ງທະເລຟີລິບປິນ ໄດ້ນຳເອົາອາຫານ, ລວມມີ: ເຄື່ອງດື່ມ, ເຂົ້າໜົມ, ໝາກໄມ້ບາງຊະນິດ... ບັນຈຸໃນຖົງຢາງເພື່ອແຈກໃຫ້ແຕ່ລະຄົນໃນທີມກິລາ ແລະແຟນ. ຍ້ອນບໍ່ເຄີຍກິນເຂົ້າຫວ່າງຕອນບ່າຍ, ສະນັ້ນ, ພະນັກງານ, ນັກຮົບຕໍາຫຼວດທະເລພຽງແຕ່ດື່ມນ້ຳ; ສ່ວນເຂົ້າໜົມແມ່ນໃສ່ໃນຖົງໃຫຍ່, ຮອດທ້າຍການແຂ່ງຂັນກິລາຈະນຳໄປຫາບ່ອນພັກຂອງຄະນະ.

ບົນເສັ້ນທາງກັບຄືນກຳປັ່ນ, ລົດຂອງຕໍາຫຼວດທະເລຫວຽດນາມ ໄປຜ່ານເສັ້ນທາງຕອນທີ່ລົດຕິດ, ສະນັ້ນຕ້ອງຢຸດໄວ້ຢູ່ແຄມທາງເພື່ອລໍຖ້າລົດຂອງຄະນະເພື່ອນ, ໃນຂະນະລໍຖ້ານັ້ນ, ເມື່ອເຫັນເດັກນ້ອຍຫຼາຍຄົນລະຫຼິ້ນຢູ່ແຄມທາງ. ເຫັນພວກຫຼານຈ່ອຍຜອມ, ຫ່ຽວດຳ. ນາຍທະຫານຜູ້ 1 ໃນກໍາລັງປ້ອງກັນຝັ່ງທະເລຟີລິບປິນ ນັ່ງໃນລົດດຽວກັນໄດ້ແນະນຳວ່າ ນັ້ນແມ່ນພວກເດັກນ້ອຍທີ່ອາໄສຢູ່ໃນເຮືອນທີ່ຮົກເຮື້ອ, ເປ່ເພຂ້າງຖະໜົນ. ພວກຫຼານເຄີຍ ເລາະຂາຍຕາມທາງພ້ອມກັບພໍ່ແມ່, ຂັບລົດຈັກ, ເກັບຫາສິ່ງເສດເຫຼືອ... ເມື່ອຮັບຟັງຄືແນວນັ້ນ, ທະຫານຫຼາຍຄົນຮູ້ສຶກສະເທືອນໃຈ!

leftcenterrightdel
ພະນັກງານ ຕໍາຫຼວດທະເລເຂດ 2 ມອບເຂົ້າໜົມໃຫ້ແກ່ຄົນທຸກຍາກ ແລະເດັກນ້ອຍຢູ່ນະຄອນ Pasay, ເຂດຕົວເມືອງ Manila, ຟີລິບປິນ ໃນເດືອນສິງຫາ  2024. ພາບ: ແທັງຮ່ວຽນ

ເຫັນຄົນແປກໜ້າ, ພວກຫຼານຫຼຽວເຫັນດ້ວຍຄວາມຕົກຕະລິງ. ທ່ານພັນຕີ ກວ໋ານດິ່ງເຢືອງ, ຫົວໜ້າກອງທະຫານເຮືອ 202 (ກອງບັນຊາການຕໍາຫຼວດທະເລເຂດ 2) ໄດ້ນຳເອົາຖົງເຂົ້າໜົມຂອງຕົນມາມອບໃຫ້ຫຼານຢືນໃກ້ໆ. ທັນທີນັ້ນ, ພວກຫຼານນ້ອຍກໍ່ພາກັນຍື່ນມືໄປຂໍ. ຕໍ່ໜ້າສະພາບການດັ່ງກ່າວ, ພະນັກງານ ແລະນັກຮົບຫຼາຍຄົນໄດ້ລົງຈາກລົດ, ເອົາຖົງເຂົ້າໜົມຂອງຕົນມາແຈກໃຫ້ພວກຫຼານ. ເມື່ອແຈກໝົດແລ້ວ, ເຫັນວ່າຍັງມີເດັກນ້ອຍຫຼາຍຄົນ ນັບທັງຄົນທຸກຍາກບໍ່ມີທີ່ເພິ່ງພາອາໄສແລ່ນມາຂໍ, ນາຍທະຫານຕໍາຫຼວດທະເລຫວຽດນາມ 2 ຄົນ ຈຶ່ງແລ່ນຫາຮ້ານຢູ່ໃກ້ນັ້ນ ຊື້ເຂົ້າໜົມຕື່ມອີກ ແລະ ເພື່ອແຈກໃຫ້ເຂົາເຈົ້າ.

ເມື່ອເຫັນການກະທຳອັນສູງສົ່ງນັ້ນ, ນາຍທະຫານຂອງກໍາລັງປ້ອງກັນຝັ່ງຟີລິບປິນ ຜູ້ຮ່ວມເດີນທາງພ້ອມກັບພວກຂ້າພະເຈົ້າ ໄດ້ເວົ້າວ່າ: “ຂອບໃຈພວກເພື່ອນຫວຽດນາມ! ຂອບໃຈທະຫານຫວຽດນາມ”. ແລ້ວແລ່ນໄປຫາຫຼານນ້ອຍທີ່ຫາກໍໄດ້ຮັບຂອງຂວັນໃນທັນທີ ແລະເວົ້າສິ່ງໃດແດ່ກັບຫຼານຜູ້ນັ້ນ. ຈາກນັ້ນ ຫຼານນ້ອຍໄດ້ແລ່ນຫາລົດຂອງພວກເຮົາ ແລະເວົ້າວ່າ: "ຂອບໃຈ... ພວກອາວທະຫານຫວຽດນາມ."

ເມື່ອພວກຂ້າພະເຈົ້າຂຶ້ນລົດສືບຕໍ່ເດີນທາງ, ພວກຫຼານນ້ອຍຟີລິບປິນ ພ້ອມດ້ວຍປະຊາຊົນຫຼາຍຄົນກໍໂບກມືອໍາລາ ແລະເບິ່ງຫາພວກຂ້າພະເຈົ້າດ້ວຍຄວາມຮັກແພງ!

ໂດຍ: ທູຈາງ