ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ເມື່ອຕອບສຳພາດຕໍ່ບັນດາອົງການສື່ມວນຊົນຂອງກູບາ, ທ່ານພົນໂທ ຈິ້ງວັນກວຽດ ຢັ້ງຢືນວ່າ ການຢ້ຽມຢາມກູບາ ຂອງຄະນະພະນັກງານຂັ້ນສູງກອງທັບປະຊາຊົນຫວຽດນາມ ເພື່ອແນໃສ່ຜັນຂະຫຍາຍຄວາມຮັບຮູ້ລວມຂອງການນໍາຂັ້ນສູງສອງປະເທດ, ສອງກອງທັບ, ປະກອບສ່ວນປັບປຸງ ແລະເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍເລິກເຊິ່ງກວ່າອີກ, ພິເສດແມ່ນໃນຂົງເຂດວຽກງານພັກ ແລະວຽກງານການເມືອງໃນກອງທັບ. ດ້ວຍໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ແລະການຮ່ວມມືຫຼາຍດ້ານລະຫວ່າງສອງພັກ, ສອງລັດ, ປະຊາຊົນ ແລະກອງທັບສອງປະເທດຈະພັດທະນາຢ່າງບໍ່ຢຸດຢັ້ງ ແລະເປັນຊັບສົມບັດອັນລ້ຳຄ່າຂອງສອງປະເທດຫວຽດນາມ-ກູບາ ຕະຫຼອດການ.

leftcenterrightdel
ສອງຄະນະຜູ້ແທນ ຖ່າຍຮູບລວມ. ພາບ: qdnd.vn

ທີ່ພິທີຕ້ອນຮັບຄະນະພະນັກງານການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ, ທ່ານພົນຕີ Victor Leonardo Rojo Ramos ເຊື່ອໝັ້ນວ່າ ຜ່ານການເຄື່ອນໄຫວຂອງຄະນະຢູ່ກູບາ ຈະສ້າງຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບປະເທດຊາດ ແລະຊາວກູບາ, ປະກອບສ່ວນປັບປຸງສາຍພົວພັນສາມັກຄີທີ່ເປັນມູນເຊື້ອ, ນໍ້າໃຈມິດຕະພາບແບບພິເສດລະຫວ່າງສອງປະເທດ, ສອງກອງທັບ, ລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະ ກົມການເມືອງບັນດາກໍາລັງປະກອບອາວຸດປະຕິວັດກູບາ.

* ໃນຂອບເຂດການຢ້ຽມຢາມກູບາ ຢ່າງເປັນທາງການ, ຕອນເຊົ້າວັນດຽວກັນ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານພົນໂທ ຈິ້ງວັນກວຽດ ພ້ອມດ້ວຍຄະນະພະນັກງານການເມືອງຂັ້ນສູງ ກອງທັບປະຊາຊົນຫວຽດນາມ ໄດ້ໄປຢ້ຽມຢາມກອງພົນລົດຕັງທີ 1011, ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ.

leftcenterrightdel
 
leftcenterrightdel
ທ່ານພົນໂທ ຈິ້ງວັນກວຽດ ພ້ອມດ້ວຍຄະນະພະນັກງານການເມືອງຂັ້ນສູງ ກອງທັບປະຊາຊົນຫວຽດນາມ ຢ້ຽມຢາມກອງພົນລົດຕັງທີ 1011, ກະຊວງບັນດາກໍາລັງປະກອບອາວຸດປະຕິວັດ ກູບາ. ພາບ: qdnd.vn

ຕາງໜ້າຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ, ທ່ານພົນໂທ ຈິ້ງວັນກວຽດ  ໄດ້ສະແດງຄວາມຂອບໃຈ ຕໍ່ຫົວໜ້າກອງພົນ, ພະນັກງານ, ນັກຮົບຂອງກອງພົນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງສົມກຽດ, ຖານສະຫາຍອ້າຍນ້ອງອັນສະໜິດສະໜົມ, ທ່ານພົນໂທ ຈິ້ງວັນກວຽດ ສະແດງ ຄວາມປະທັບໃຈຕໍ່ມູນເຊື້ອ  ກໍຄືການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຂອງກອງພົນ ທັງດ້ານການຈັດຕັ້ງ, ກໍາລັງໃນໄລຍະທາງ 59 ປີ (1965-2024) ແຫ່ງການກໍ່ສ້າງ, ສູ້ຮົບ, ເຕີບໃຫຍ່ຂະຫຍາຍຕົວ.

ທ່ານພົນໂທ ຈິ້ງວັນດວຽດ ປາດຖະໜາວ່າ: ກອງພົນສືບຕໍ່ຮັກສາ ແລະເສີມຂະຫຍາຍມູນເຊື້ອ, ຖືເປັນສໍາຄັນວຽກງານສຶກສາດ້ານການເມືອງແນວຄິດ, ສ້າງຈິດໃຈສາມັກຄີ, ແກ້ໄຂຄວາມຫຍຸ້ງຍາກ, ຍົກສູງສະຕິລະວັງຕົວການປະຕິວັດໃຫ້ແກ່ພະນັກງານ, ນັກຮົບ; ຍົກສູງຄຸນນະພາບການຝຶກແອບ, ຄວາມກຽມພ້ອມສູ້ຮົບ, ປະຕິບັດສຳເລັດໜ້າທີ່ ເຊິ່ງພັກ, ລັດ, ປະຊາຊົນ ແລະ ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ມອບໝາຍໃຫ້, ສົມກັບນາມມະຍົດ “ກຳປັ້ນເຫຼັກ” ຂອງບັນດາກໍາລັງປະກອບອາວຸດປະຕິວັດກູບາ.

ໂດຍ: ທູຈາງ