ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ-ລາວ ຄັ້ງທີ 2 ຄາດວ່າ ຈະຈັດຕັ້ງໃນເດືອນ ຕຸລາ 2024 ຢູ່ບໍລິເວນເມືອງມົກເຈົາ ແຂວງເຊີນລາ ຂອງຫວຽດນາມ ແລະເມືອງສົບເບົາ, ແຂວງຫົວພັນຂອງລາວ. ເດືອນສິງຫາ ຜ່ານມານີ້, ຄະນະປະຕິບັດງານກະຊວງປ້ອງກັນປະເທດຂອງສອງປະເທດຫວຽດນາມ-ລາວ ໄດ້ດໍາເນີນການສໍາຫຼວດ, ກວດກາວຽກງານກະກຽມໃຫ້ແກ່ການຈັດຕັ້ງງານພົບປະແລກປ່ຽນດັ່ງກ່າວຢູ່ບໍລິເວນເມືອງມົກເຈົາ ແລະເມືອງສົບເບົາ.

leftcenterrightdel
 
leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ລົງກວດກາຄືນວຽກງານກະກຽມໃຫ້ແກ່ການຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຢູ່ດ່ານຊາຍແດນລ໊ອງເຊິບ. ພາບ: ຮວ່າງຫວູ

ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະຄະນະໄດ້ລົງກວດກາຕົວຈິງວຽກງານກະກຽມຢູ່ບັນດາສະຖານທີ່ເຊິ່ງຄາດວ່າຈະຈັດກິດຈະກຳເຄື່ອນໄຫວໃນຂອບເຂດງານພົບປະແລກປ່ຽນ, ຄື: ດ່ານຊາຍແດນລ໊ອງເຊິບ, ຄ້າຍທະຫານຊາຍແດນລ໊ອງເຊິບ, ໂຮງຮຽນຊົນເຜົ່າເຄິ່ງກິນນອນປະຖົມ ແລະມັດທະຍົມຕອນຕົ້ນລ໊ອງເຊິບ, ສູນບໍລິຫານງານເມືອງມົກເຈົາ... ຢູ່ແຕ່ລະບ່ອນທີ່ໄດ້ລົງໄປກວດການັ້ນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ໃຫ້ຄໍາຄິດເຫັນ, ເຫັນດີເປັນເອກະພາບກ່ຽວກັບຂອບເຂດ, ຂະໜາດ, ວິທີການຜັນຂະຫຍາຍວຽກງານນັບແຕ່ດ້ານເນື້ອໃນ, ພິທີການ, ແນວຫຼັງ, ປະດັບປະດາ, ສະເຫຼີມສະຫຼອງຈົນເຖິງການຮັບປະກັນການຄົມມະນາຄົມ, ການຮັກສາຄວາມສະຫງົບ, ປອດໄພ, ຂໍ້ມູນຕິດຕໍ່ສື່ສານ, ການແພດ...; ຮັບຟັງການລາຍງານ ແລະສະຫຼຸບສໍາລັບຄຳຄິດເຫັນ ແລະຂໍ້ສະເໜີຂອງບັນດາອົງການ, ກົມກອງທີ່ກ່ຽວຂ້ອງ. ໂດຍເນັ້ນໜັກວ່າ ນັບແຕ່ນີ້ຈົນຮອດເວລາດໍາເນີນງານພົບປະແລກປ່ຽນແມ່ນຍັງບໍ່ຫຼາຍ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ບັນດາອົງການ, ກົມກອງທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຫວຽດນາມ ສືບຕໍ່ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດລາວ ກໍ່ຄືກັບບັນດາພະແນກ, ຄະນະ, ຂະແໜງການ, ທ້ອງຖິ່ນຂອງແຂວງເຊີນລາ ແລະແຂວງຫົວພັນ ເພື່ອຟ້າວເຮັດວຽກງານກະກຽມໃຫ້ສຳເລັດ, ຮັບປະກັນຈັດຕັ້ງການເຄື່ອນໄຫວໃນຂອບເຂບງານພົບປະແລກປ່ຽນສໍາເລັດ.

ໂດຍ: ດັ້ງເກື່ອງ