ທ່ານພົນໂທ ເລຮຸຍວິ້ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານກອງປະຊຸມ. ເຂົ້າຮ່ວມກອງປະຊຸມມີທ່ານພົນໂທ ຟຸ່ງສີເຕິ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ.

leftcenterrightdel
ທ່ານພົນໂທ ເລຮຸຍວິ້ງ ເປັນປະທານກອງປະຊຸມ. ພາບ: ຈູແອັງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ເລຮຸຍວິ້ງ ໄດ້ຍ້ອງຍໍຊົມເຊີຍອົງການ, ກົມກອງທີ່ໄດ້ຕັ້ງໜ້າ, ເປັນເຈົ້າການເຮັດສໍາເລັດບັນດາເນື້ອໃນໃນແຜນການຈັດຕັ້ງກອງປະຊຸມສໍາມະນາ; ຮຽກຮ້ອງໃຫ້ຄະນະພັກ, ຜູ້ບັນຊາການທຸກຂັ້ນສົມທົບກັນຢ່າງແໜ້ນແຟ້ນບົນພື້ນຖານຊາບຊຶມທັດສະນະ, ແນວຄິດຊີ້ນໍາຂອງກົມການເມືອງ, ຄະນະເລຂາທິການ, ລັດຖະບານ, ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງກອງປະຊຸມວິທະຍາສາດເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອການປະຕິວັດລາວ ໄດ້ເປັນຢ່າງດີ; ຈັດຕັ້ງກອງປະຊຸມສຳມະນາບັນລຸໄດ້ຄຸນນະພາບ ແລະມີປະສິດທິຜົນ,  ປະຢັດ; ຮັບປະກັນຄວາມປອດໄພຢ່າງເດັດຂາດໃນທຸກດ້ານ.

ສະຖາບັນປະຫວັດສາດການທະຫານ ໄດ້ເອົາໃຈໃສ່ເປັນພິເສດໃນການສົມທົບກັບບັນດາອົງການ, ກົມກອງ, ນັກຊ່ຽວຊານ ແລະພະຍານປະຫວັດສາດກະກຽມເນື້ອໃນບົດປະກອບຄຳເຫັນເປັນຢ່າງດີ, ຮັບປະກັນລັກສະນະພາວະວິໄສ, ມີວິທະຍາສາດ, ມີການປະກອບສ່ວນດ້ານທິດສະດີ ແລະພຶດຕິກຳຕົວຈິງ; ສຸມໃສ່ເຮັດໃຫ້ແຈ້ງບັນດາປັດໄຈສຳຄັນທີ່ປະກອບສ່ວນເຂົ້າໃນການຊ່ວຍເຫຼືອທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຫວຽດນາມ ປະຕິບັດໜ້າທີ່ສາກົນຢູ່ລາວ, ປະຕິບັດສຳເລັດໜ້າທີ່ທີ່ພັກ, ລັດ ແລະກອງທັບມອບໃຫ້ຢ່າງດີເລີດ. ຄາດວ່າ ກອງປະຊຸມສໍາມະນາຈະຈັດຂຶ້ນໃນທ້າຍເດືອນ ຕຸລາ 2024, ຢູ່ຮ່າໂນ້ຍ.

ໂດຍ: ເຈິ່ນຮວ່ຽນ