ກອງປະຊຸມ KACC ແມ່ນທະຫານບົກ ສ ເກົາຫຼີ ເປັນຜູ້ລິເລີ່ມ ເພື່ອແນໃສ່ສ້າງເວທີປາໄສໃຫ້ຜູ້ບັນຊາການທະຫານບົກ ແລະຜູ້ຕາງໜ້າທະຫານບົກຂອງບັນດາປະເທດອາຊຽນ ແລະ ສ ເກົາຫຼີ ແບ່ງປັນທັດສະນະກ່ຽວກັບສະພາບການໂລກ ແລະພາກພື້ນ, ແລກປ່ຽນຄວາມສາມາດບົ່ມຊ້ອນຂອງການຮ່ວມມືໃນບັນດາຂົງເຂດທີ່ກ່ຽວຂ້ອງເຖິງທະຫານບົກ, ຜ່ານນັ້ນປະກອບສ່ວນເຂົ້າໃນສັນຕິພາບ ແລະສະຖຽນລະພາບໃນພາກພື້ນ.

ກອງປະຊຸມ KACC ຄັ້ງທຳອິດໄດ້ດຳເນີນເປັນ 2 ວາລະ, ໂດຍສຸມໃສ່ປຶກສາຫາລື, ຕີລາຄາກ່ຽວກັບການປ້ອງກັນຄວາມສະຫງົບໃນພາກພື້ນ ແລະເພີ່ມທະວີການສ້າງເຄືອຂ່າຍຍຸດທະສາດໃຫ້ບັນດາກຳລັງທະຫານບົກ.

leftcenterrightdel
ບັນດາຫົວໜ້າຄະນະເຂົ້າຮ່ວມກອງປະຊຸມ. ພາບ: ຫຽວມິງ.

ທີ່ກອງປະຊຸມ, ທ່ານພົນໂທ ຫງວຽນວັນເຫງັຍ ໄດ້ກ່າວຄຳປາໄສດ້ວຍຫົວຂໍ້ “ອາຊຽນ - ສ ເກົາຫຼີ ແລກປ່ຽນກ່ຽວກັບການຮ່ວມມືດ້ານເຕັກໂນໂລຊີວິທະຍາສາດປ້ອງກັນຊາດ ແລະໜູນຊ່ວຍດ້ານພະລາທິການ”; ໃນນັ້ນໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງຍູ້ແຮງວຽກງານຄົ້ນຄວ້າວິທະຍາສາດ - ເຕັກໂນໂລຢີປ້ອງກັນຊາດ ແລະຮັກສາວຽກງານຮັບປະກັນພະລາທິການໂດຍກົງເພື່ອປະກອບສ່ວນຍົກສູງກຳລັງແຮງສັງລວມ ແລະຄວາມສາມາດກຽມພ້ອມສູ້ຮົບຂອງກອງທັບ.

ຢູ່ນອກກອງປະຊຸມ KACC, ທ່ານພົນໂທ ຫງວຽນວັນເຫງັຍ ໄດ້ມີການພົບປະສອງຝ່າຍກັບທ່ານພົນເອກ Park An-su; ທ່ານພົນເອກ Mao Sophan, ຜູ້ບັນຊາການທະຫານບົກກຳປູເຈຍ; ທ່ານພົນຕີ Roy Mabagos Galido, ຜູ້ບັນຊາການທະຫານບົກຟີລິບປິນ; ພົບປະກັບຫົວໜ້າຄະນະຜູ້ແທນທຸກປະເທດທີ່ເຂົ້າຮ່ວມກອງປະຊຸມເພື່ອປຶກສາຫາລືບັນດາມາດຕະການເພີ່ມທະວີການຮ່ວມມື.

ໃນຂອບເຂດກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສພະລາທິການທະຫານບົກ ອາຊຽນ - ສ. ເກົາຫຼີ ເປີດກວ້າງ ຄັ້ງທີ 4 ແລະງານວາງສະແດງອຸດສາຫະກຳປ້ອງກັນຊາດສາກົນທະຫານບົກ ສ. ເກົາຫຼີ (KADEX 2024).

ທີ່ງານວາງສະແດງ KADEX 2024, ຫົວໜ້າຄະນະຜູ້ແທນຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານພົນຕີ Ueda Kazumasa, ຮອງຫົວໜ້າເສນາທິການກຳລັງປ້ອງກັນໜ້າດິນ ຍີ່ປຸ່ນ.

ໂດຍ: ຈາງຫງວຽນ