ທ່ານພົນໂທ ຫວໍມິງເລືອງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຈັດຕັ້ງການເຄື່ອນໄຫວ ສະເຫຼີມສະຫຼອງເປັນປະທານກອງປະຊຸມ.

ໄລຍະຜ່ານມານີ້, ບັນດາຄະນະ, ກະຊວງ, ຂະແໜງການສູນກາງ ແລະບັນດາທ້ອງຖິ່ນໄດ້ວາງແຜນການ, ຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ; ປຸກລະດົມບັນດາຂະບວນການແຂ່ງຂັນທີ່ແທດຈິງ ພ້ອມສ້າງບັນຍາກາດຄຶກຄຶ້ນ, ກວ້າງຂວາງ.

leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫວໍມິງເລືອງ ໄດ້ຮັບຮອງ ແລະຍ້ອງຍໍບັນດາໝາກຜົນແຫ່ງການປະຕິບັດໜ້າທີ່ຂອງບັນດາອົງການ, ກົມກອງ; ສະເໜີໃຫ້ບັນດາຄະນະ, ກະຊວງ, ຂະແໜງການສູນກາງ ແລະບັນດາທ້ອງຖິ່ນ, ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດໃນການກະກຽມ, ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ. ກະຊວງຕຳຫຼວດສົມທົບກັບກະຊວງປ້ອງກັນປະເທດສ້າງແຜນການ, ຮັບປະກັນຄວາມສະຫງົບ, ປອດໄພໃຫ້ເຫດການຕ່າງໆ, ຜັນຂະຫຍາຍກຳລັງຄວບຄຸມການຈະລາຈອນ,  ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການຄົມມະນາຄົມໃນເວລາຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ. ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ປະສານສົມທົບກັບກະຊວງປ້ອງກັນປະເທດ ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ວັນນະຄະດີ, ສິລະປະ, ກາຍະບໍລິຫານ, ກິລາ. ບັນດາອົງການຂ່າວສານ, ສື່ມວນຊົນພາຍໃນ ແລະນອກກອງທັບ ສ້າງແຜນການ, ລາຍການໂຄສະນາເຜີຍແຜ່ດ້ວຍຫຼາຍຮູບການທີ່ເໝາະສົມ, ສົມທົບລະຫວ່າງມູນເຊື້ອ ແລະທັນສະໄໝ, ສ້າງກໍາລັງແຜ່ຂະຫຍາຍຢ່າງກວ້າງຂວາງໃນທົ່ວພັກ ແລະສັງຄົມ. ໃນການຜັນຂະຫຍາຍການປະຕິບັດ, ຖ້າພົບກັບຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງໃດຕ້ອງລາຍງານທັນທີໃຫ້ຄະນະຈັດຕັ້ງຜ່ານອົງການປະຈໍາການ.

ໂດຍ: ສຸກສະຫວັນ ສຸວັນນະລາດ