ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2 ຄາດວ່າຈະຈັດຕັ້ງໃນວັນທີ 22 ແລະວັນທີ 23 ຕຸລາ ຢູ່ເມືອງມົກເຈົາ, ແຂວງເຊີນລາ, ສສ ຫວຽດນາມ ແລະເມືອງສົບເບົາ, ແຂວງຫົວພັນ, ສປປ ລາວ. ຕາງໜ້າການນໍາຂັ້ນສູງຂອງລັດຖະບານ, ກະຊວງປ້ອງກັນປະເທດ, ບັນດາກະຊວງ, ຂະແໜງການຂອງສອງປະເທດຈະເຂົ້າຮ່ວມບັນດາເຫດການຫຼັກ.

leftcenterrightdel
ພົນຈັດຕະວາ ຮວ່າງຫຶວຈ໊ຽນ ແລະຄະນະປະຕິບັດງານກວດກາຢູ່ບໍລິເວນໂຮງຮຽນເຄິ່ງກິນນອນຊົນເຜົ່າ ປະຖົມ ແລະມັດທະຍົມຕອນຕົ້ນ-ຕອນປາຍ ລ໊ອງເຊີບ. ພາບ: ຫວຽດລາມ.

ໃນຂອບເຂດລາຍການຈະມີການເຄື່ອນໄຫວທີ່ດໍາເນີນຢູ່ເຂດຊາຍແດນສອງປະເທດ, ຄື: ການພົບປະແລກປ່ຽນນາຍທະຫານໜຸ່ມກອງທັບສອງປະເທດ ຫວຽດນາມ-ລາວ; ການລາດຕະເວນຮ່ວມ; ສົມທົບກັນປາບປາມອາດຊະຍາກໍາຢາເສບຕິດຂ້າມຊາດ; ພົບປະເຈລະຈາລະຫວ່າງຄະນະຜູ້ແທນກະຊວງປ້ອງກັນປະເທດສອງປະເທດ ຫວຽດນາມ-ລາວ; ກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ; ມອບທຶນການສຶກສາໃຫ້ແກ່ນັກຮຽນທຸກຍາກທີ່ດໍາລົງຊີວິດຢູ່ສອກຟາກຊາຍແດນ; ມອບງົວພັນໃຫ້ແກ່ຄອບຄົວທຸກຍາກ...

leftcenterrightdel
ຄະນະປະຕິບັດງານ ກວດກາຢູ່ເຂດຫຼັກໝາຍຊາຍແດນ. ພາບ: ຫວຽດລາມ.

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2 ແມ່ນໂອກາດ ເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນທີ່ສະໜິດຕິດພັນອັນໝັ້ນແກ່ນລະຫວ່າງສອງປະເທດ, ໂດຍສະເພາະແມ່ນປະຊາຊົນຢູ່ເຂດຊາຍແດນສອງປະເທດ, ພ້ອມທັງຍົກສູງຄວາມຮັບຜິດຊອບຂອງກໍາລັງປົກປັກຮັກສາຊາຍແດນສອງປະເທດໃນການປະຕິບັດໜ້າທີ່ສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນ; ຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາ, ຊ່ວຍປະຊາຊົນລຶບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ໃຫ້ມີສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພ້ອມກັນພັດທະນາ.

leftcenterrightdel
ພົນຈັດຕະວາ ຮວ່າງຫຶວຈ໊ຽນ ໃຫ້ກໍາລັງໃຈກໍາລັງຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ. ພາບ: ຫວຽດລາມ.

ປະຕິບັດລາຍການເຮັດວຽກ, ທ່ານພົນຈັດຕະວາ ຮວ່າງຫຶວຈ໊ຽນ ພ້ອມດ້ວຍຄະນະປະຕິບັດງານ ໄດ້ລົງກວດກາວຽກງານກະກຽມຂອງບັນດາກໍາລັງຢູ່ເຂດດ່ານຊາຍແດນ ລ໊ອງເຊີບ, ຄ້າຍທະຫານຊາຍແດນດ່ານຊາຍແດນ ລ໊ອງເຊີບ, ໂຮງຮຽນເຄິ່ງກິນນອນຊົນເຜົ່າປະຖົມ ແລະມັດທະຍົມຕອນຕົ້ນ-ຕອຍປາຍ ລ໊ອງເຊີບ, ສຸກສາລາທະຫານ ແລະປະຊາຊົນມິດຕະພາບຢູ່ເຂດຊາຍແດນ ຫວຽດນາມ-ລາວ ເຊິ່ງຈະເປັນ ສະຖານທີ່ດໍາເນີນການເຄື່ອນໄຫວໃນລາຍການ. ທ່ານພົນຈັດຕະວາ ຮວ່າງຫຶວຈ໊ຽນ ຍັງໄດ້ກວດກາວຽກງານອົບຮົມຫັດແອບຂອງບັນດາກໍາລັງເຂົ້າຮ່ວມການຮັບໃຊ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງກອງທັບສອງປະເທດ ເຂົ້າຮ່ວມເຫດການ; ອົບຮົມຫັດແອບການລາດຕະເວນສອງຝ່າຍ; ຫັດແອບການສົມທົບກັນຕໍ່ສູ້ສະກັດກັ້ນອາດຊະຍາກໍາຢາເສບຕິດຂ້າມຊາດ.

ທີ່ກອງປະຊຸມສະຫຼຸບ, ຖອດຖອນບົດຮຽນພາຍຫຼັງການກວດກາ, ທ່ານພົນຈັດຕະວາ ຮວ່າງຫຶວຈ໊ຽນ ຍ້ອງຍໍຊົມເຊີຍບັນດາອົງການ, ກົມກອງ ໃນໄລຍະຜ່ານມາທີ່ໄດ້ປະສານສົມທົບຢ່າງແໜ້ນແຟ້ນກັບອໍານາດການປົກຄອງທ້ອງຖິ່ນແກ້ໄຂຄວາມຫຍຸ້ງຍາກ ເພື່ອປະຕິບັດສໍາເລັດວຽກງານກະກຽມໃຫ້ແກ່ງານພົບປະໂດຍພື້ນຖານ. ສະຫາຍຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານຊານແດນ ຍັງໄດ້ຊີ້ໃຫ້ເຫັນຂໍ້ຈໍາກັດ, ຮຽກຮ້ອງໃຫ້ບັນດາອົງການ, ກົມກອງ ສືບຕໍ່ແກ້ໄຂ, ປັບປຸງໃຫ້ສົມບູນແບບ ເພື່ອໃຫ້ເນື້ອໃນໄດ້ດໍາເນີນໄປຕາມແຜນການທີ່ວາງອອກ, ຮັບປະກັນໃຫ້ງານພົບປະແລກປ່ຽນປະສົບຜົນສໍາເລັດຢ່າງຈົບງາມ.

ໂດຍ: ໄຊຊະນະ