leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ກ່າວຄໍາເຫັນທີ່ການຝຶກຊ້ອມ. ພາບ: qdnd.vn
leftcenterrightdel
ຜູ້ແທນຊົມການຝຶກຊ້ອມ. ພາບ: qdnd.vn

ເຂົ້າຮ່ວມ ແລະຊີ້ນໍາການຝຶກຊ້ອມມີບັນດາສະຫາຍ: ທ່ານນາງ ບຸ່ຍທິມິງຮວ່າຍ, ກໍາມະການກົມການເມືອງ, ເລຂາພັກນະຄອນຮ່າໂນ້ຍ, ຫົວໜ້າຄະນະຊີ້ນໍາການຝຶກຊ້ອມເຂດປ້ອງກັນນະຄອນຮ່າໂນ້ຍ; ພົນໂທ ຫງວຽນເຕິນເກືອງ ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງຫົວໜ້າຜູ້ປະຈໍາການຄະນະຊີ້ນໍາການຝຶກຊ້ອມກະຊວງປ້ອງກັນປະເທດ; ພົນໂທ ເຈິ່ນກ໊ວກຕໍ໋, ຮອງລັດຖະມົນຕີກະຊວງຕໍາຫຼວດ; ທ່ານ ເຈິ່ນສີແທງ ປະທານຄະນະກໍາມະການປະຊາຊົນ ນະຄອນຮ່າໂນ້ຍ.

leftcenterrightdel
ກໍາລັງຊ່າງແສງ ຈັດຕັ້ງການຊອກຫາກູ້ໄພໃນການຝຶກຊ້ອມ. ພາບ: qdnd.vn
leftcenterrightdel
ປະຊາຊົນ ເຂົ້າຮ່ວມການໜູນຊ່ວຍກໍາລັງ ກູ້ຊີບກູ້ໄພ ໃນການຝຶກຊ້ອມ. ພາບ: qdnd.vn

ຈຸດປະສົງຂອງການຝຶກຊ້ອມແມ່ນເພື່ອແນໃສ່ຊາບຊຶມ, ຜັນຂະຫຍາຍປະຕິບັດກົດໝາຍວ່າດ້ວຍປ້ອງກັນພົນລະເຮືອນ ປີ 2023; ດໍາລັດ ເລກທີ 02/2019/NĐ-CP ຂອງລັດຖະບານ ວ່າດ້ວຍການປ້ອງກັນພົນລະເຮືອນ. ນີ້ກໍແມ່ນໂອກາດເພື່ອບໍາລຸງສ້າງ, ຍົກສູງຄວາມສາມາດນໍາພາ, ຊີ້ນໍາ, ບໍລິຫານຂອງຄະນະພັກ, ອໍານາດການປົກຄອງ, ຄະນະບັນຊາປ້ອງກັນພົນລະເຮືອນທຸກຂັ້ນ; ຕີລາຄາບົດບາດເປັນເສນາທິການຂອງອົງການທະຫານ, ຕໍາຫຼວດ ແລະບັນດາຄະນະ, ພະແນກ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂອງນະຄອນຮ່າໂນ້ຍ ໃນວຽກງານປ້ອງກັນພົນລະເຮືອນ, ສະກັດກັ້ນ ແລະຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ສະກັດກັ້ນ ແລະຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກອຸບັດຕິເຫດ, ໄພພິບັດ, ໂລກລະບາດ; ປົກປ້ອງປະຊາຊົນ, ສຳນັກງານ, ອົງການຈັດຕັ້ງ ແລະພື້ນຖານເສດຖະກິດແຫ່ງຊາດ. ຜ່ານການຝຶກຊ້ອມ ເພື່ອໂຄສະນາເຜີຍແຜ່, ສຶກສາອົບຮົມ, ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບຂອງທຸກຂັ້ນ, ທຸກຂະແໜງການ, ກໍາລັງປະກອບອາວຸດ ແລະປະຊາຊົນນະຄອນຫຼວງກ່ຽວກັບການເຄື່ອນໄຫວປ້ອງກັນພົນລະເຮືອນໃນກໍລະນີຕ່າງໆ. ຍ້ອນປະຕິບັດວຽກງານກະກຽມດ້ານບຸກຄະລາກອນ, ພື້ນຖານວັດຖຸ ແລະການປະສານສົມທົບເປັນຢ່າງດີ ແລະແໜ້ນແຟ້ນ, ບັນດາກໍາລັງທີ່ເຂົ້າຮ່ວມການຝຶກຊ້ອມໄດ້ແກ້ໄຂກໍລະນີຝຶກຊ້ອມທີ່ຕິດແທດກັບຕົວຈິງ, ບັນລຸໄດ້ຈຸດປະສົງ, ຄວາມຕ້ອງການທີ່ວາງອອກ ແລະຖືກກັບຈຸດປະສົງຂອງຄະນະຊີ້ນໍາການຝຶກຊ້ອມ.

leftcenterrightdel
ພົນໂທ ຫງວຽນເຕິນເກືອງ ມອບຂອງຂວັນໃຫ້ກໍາລັງໃຈກໍາລັງເຂົ້າຮ່ວມການຝຶກຊ້ອມ. ພາບ: qdnd.vn
leftcenterrightdel
ການນໍາກະຊວງປ້ອງກັນປະເທດ, ນະຄອນຮ່າໂນ້ຍ ມອບຂອງຂວັນໃຫ້ກໍາລັງໃຈບັນດາກໍາລັງເຂົ້າຮ່ວມການຝຶກຊ້ອມ. ພາບ: qdnd.vn

ກ່າວຄໍາເຫັນສິ້ນສຸດການຝຶກຊ້ອມ, ທ່ານພົນໂທ ຫງວຽນເຕິນເກືອງ ຮັບຮູ້, ຍ້ອງຍໍຊົມເຊີຍໝາກຜົນ, ຄວາມຮັບຜິດຊອບໃນການແກ້ໄຂຄວາມຫຍຸ້ງຍາກຂອງບັນດາກໍາລັງເຂົ້າຮ່ວມການຝຶກຊ້ອມ. ໂດຍໄດ້ເນັ້ນໜັກເຖິງຈຸດປະສົງ, ຄວາມຕ້ອງການ ແລະຄວາມໝາຍຂອງການຝຶກຊ້ອມ ຕໍ່ກັບວຽກງານປ້ອງກັນພົນລະເຮືອນຂອງນະຄອນຮ່າໂນ້ຍ, ສະຫາຍຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຫວັງວ່າ ທຸກຂັ້ນ, ທຸກຂະແໜງການຂອງນະຄອນຮ່າໂນ້ຍ, ກໍາລັງທີ່ເຂົ້າຮ່ວມການຝຶກຊ້ອມ ຈະປັບປຸງຄວາມຮູ້, ຖອດຖອນບົດຮຽນ, ເສີມຂະຫຍາຍບັນດາໝາກຜົນ, ຜົນງານທີ່ບັນລຸໄດ້, ນັບມື້ນັບຍົກສູງຄວາມສາມາດໃນການເປັນເສນາທິການ, ສະເໜີໃຫ້ຄະນະພັກນະຄອນ, ຄະນະກໍາມະການປະຊາຊົນໃນການປະຕິບັດກົດໝາຍວ່າດ້ວຍການປ້ອງກັນພົນລະເຮືອນ ແລະວຽກງານທຸກດ້ານ, ບັນດາໜ້າທີ່ໃນການປ້ອງກັນພົນລະເຮືອນຂອງນະຄອນຮ່າໂນ້ຍ, ຍົກສູງຄວາມສາມາດຮັບມື, ແກ້ໄຂກໍລະນີຢ່າງມີໄຫວພິບ ແລະມີໄຊ. ທ່ານພົນໂທ ຫງວຽນເຕິນເກືອງ ເຊື່ອໝັ້ນວ່າ ບົນພື້ນຖານຜົນການຝຶກຊ້ອມປ້ອງກັນພົນລະເຮືອນ ແລະແກ້ໄຂສະຖານະການ A2, ນະຄອນຮ່າໂນ້ຍ ຈະສືບຕໍ່ປະຕິບັດສໍາເລັດໜ້າທີ່ຝຶກຊ້ອມເຂດປ້ອງກັນປີ 2024 ໄດ້ເປັນຢ່າງດີ.

ໂດຍ: ໄຊຊະນະ