leftcenterrightdel
ບັນດາຮູບພາບທໍາອິດຂອງກອງຊ່າງແສງເລກ 2 ກັບຄືນປະເທດພາຍຫຼັງສິ້ນສຸດອາຍຸການປະຕິບັດງານ. ພາບ: qdnd.vn
leftcenterrightdel
ພົນຈັດຕະວາ ຟ້າມແມ້ງຖັ໊ງ ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ມອບຊໍ່ດອກໄມ້ອວຍພອນການນໍາກອງຊ່າງແສງ ເລກ 2. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີຕ້ອນຮັບ, ທ່ານພົນຈັດຕະວາ ຟ້າມແມ້ງຖັ໊ງ ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ຮັບຮູ້ ແລະຍ້ອງຍໍຊົມເຊີຍບັນດາສະມາຊິກກອງຊ່າງແສງເລກ 2 ທີ່ໄດ້ປະຕິບັດສໍາເລັດໜ້າທີ່ຮັກສາສັນຕິພາບ ສປຊ ຢ່າງດີເລີດ ແລະກັບຄືນປະເທດຢ່າງປອດໄພ, ເຂັ້ມແຂງ; ຕີລາຄາສູງຕໍ່ 4 ສະຫາຍຂອງກອງຊ່າງແສງເລກ 2 ທີ່ໄດ້ປະຕິບັດສໍາເລັດໜ້າທີ່ ແລະມີຄວາມປາດຖະໜາຢາກສືບຕໍ່ເຮັດວຽກຢູ່ໃນກອງຊ່າງແສງເລກ 3.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານພົນຈັດຕະວາ ຟ້າມແມ້ງຖັ໊ງ ເນັ້ນໜັກວ່າ ກອງຊ່າງແສງເລກ 2 ໄດ້ສະແດງໃຫ້ເຫັນລະດັບຄວາມຮູ້ດ້ານວິຊາສະເພາະ, ແບບແຜນການເຮັດວຽກທີ່ເປັນມືອາຊີບ, ມີວິທະຍາສາດ; ຍາມໃດກໍເຮັດວຽກຊ່ວຍເຫຼືອປະຊາຊົນເຂດ Abyei ຢ່າງສຸດໃຈ, ໄດ້ຮັບການຍ້ອງຍໍຊົມເຊີຍຈາກເຈົ້າໜ້າທີ່ ແລະຜູ້ບັນຊາຄະນະປະຕິບັດງານ UNISFA; ໝູ່ເພື່ອນ, ເພື່ອນຮ່ວມອາຊີບສາກົນເຄົາລົບນັບຖື, ຮັກແພງ; ຜ່ານນັ້ນແຜ່ຂະຫຍາຍຮູບພາບທະຫານລຸງໂຮ່, ຮູບພາບທະຫານໝວກເບເລສີຟ້າຫວຽດນາມ; ສ້າງຄວາມປະທັບໃຈ ແລະພາບພົດທີ່ດີງາມໃນໃຈເພື່ອນມິດສາກົນ ເວົ້າລວມ ເວົ້າສະເພາະແມ່ນປະຊາຊົນເຂດ Abyei ກ່ຽວກັບພາບພົດ, ປະເທດຊາດ, ຊາວຫວຽດນາມທີ່ເປັນມິດ, ມີຄວາມຮັບຜິດຊອບ ແລະສູງສົ່ງ.

leftcenterrightdel
ການນໍາບັນດາອົງການ, ກົມກອງ ຖ່າຍຮູບເປັນທີ່ລະນຶກກັບສະມາຊິກກອງຊ່າງແສງເລກ 2 ທີ່ພິທີຕ້ອນຮັບ. ພາບ: qdnd.vn

ໃນອາຍຸການປະຕິບັດງານ, ກອງຊ່າງແສງ ເລກ 2 ໄດ້ສ້ອມແປງສໍາເລັດເສັ້ນທາງຫຼັກສາຍຕ່າງໆ (ມີຄວາມຍາວປະມານ 59 ກິໂລແມັດ), ເປັນເສັ້ນທາງເຊື່ອມຕໍ່ ແຕ່ຊູດັງ ໄປຫາ ຊູດັງໃຕ້ ຜ່ານເຂດ Abyei; ກໍ່ສ້າງເສັ້ນທາງລາດຕະເວນໃໝ່ ດ້ວຍຄວາມຍາວ 337 ກິໂລແມັດ ໃນລະດູແລ້ງ, ຮັບປະກັນການລາດຕະເວນຂອງບັນດາກອງພັນທະຫານຮາບ ໃນການຮັບປະກັນຄວາມສະຫງົບຢູ່ເຂດ Abyei... ນອກຈາກໜ້າທີ່ວິຊາສະເພາະຊ່າງແສງທີ່ຮັບປະກັນໃຫ້ແກ່ການເຄື່ອນໄຫວຂອງຄະນະປະຕິບັດງານແລ້ວ, ກອງຊ່າງແສງເລກ 2 ຍັງໄດ້ເຂົ້າຮ່ວມປະຕິບັດໜ້າທີ່ພິເສດອື່ນຕາມ ຄວາມຮຽກຮ້ອງຕ້ອງການຂອງຄະນະປະຕິບັດງານ ອີກດ້ວຍ ເພື່ອແນໃສ່ໜູນຊ່ວຍການເຄື່ອນໄຫວມະນຸດສະທໍາຢູ່ເຂດທຸກຍາກ ແລະຮັກສາຄໍາໝັ້ນສັນຍາຂອງ ສປຊ ໃນການປະຕິບັດພາລະກໍາ ຢູ່ Abyei; ຕັ້ງໜ້າ, ເປັນເຈົ້າການຈັດການເຄື່ອນໄຫວຂົນຂວາຍປະຊາຊົນ, ໜູນຊ່ວຍມະນຸດສະທໍາໃຫ້ແກ່ປະຊາຄົມຊາວ Abyei; ແນະນໍາ ແລະນໍາເອົາຄວາມງາມທາງດ້ານວັດທະນະທໍາ, ມູນເຊື້ອອັນດີງາມຂອງປະເທດ, ຊາວ ຫວຽດນາມ ສູ່ເພື່ອນມິດສາກົນ.

leftcenterrightdel
ການນໍາກົມຮັກສາສັນຕິພາບຫວຽດນາມ, ໂຮງໝໍກອງທັບ 175 ແລະບັນດາຜູ້ແທນຕ້ອນຮັບໂຮງໝໍສະໜາມ ຂັ້ນ 2 ເລກ 5. ພາບ: qdnd.vn

ຕອນຄໍ່າວັນທີ 28 ກັນຍາ, ທີ່ສະໜາມບິນສາກົນ ເຕິນເຊີນເຍິດ, ກົມຮັກສາສັນຕິພາບຫວຽດນາມ ໄດ້ສົມທົບກັບໂຮງໝໍກອງທັບ 175 ຈັດພິທີຕ້ອນຮັບໂຮງໝໍສະໜາມຂັ້ນ 2 ເລກ 5 ທີ່ປະຕິບັດສໍາເລັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ ກັບຄືນປະເທດ. ທ່ານພັນເອກພິເສດ ມາກດຶງຈ້ອງ ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ ເຂົ້າຮ່ວມ ແລະເປັນປະທານພິທີຕ້ອນຮັບ.

leftcenterrightdel
ບັນດາຜູ້ແທນ ແລະພະນັກງານ, ພາລະກອນໂຮງໝໍສະໜາມ ຂັ້ນ 2 ເລກ 5 ທີ່ພິທີຕ້ອນຮັບ. ພາບ: qdnd.vn

ໂຮງໝໍສະໜາມ ຂັ້ນ 2 ເລກ 5 ໄດ້ຜັນຂະຫຍາຍໄປເຖິງບໍລິເວນຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ ປະຕິບັດໜ້າທີ່ຢູ່ຊູດັງໃຕ້ ແຕ່ເດືອນກໍລະກົດ 2023 ມາຮອດປັດຈຸບັນ. ໂຮງໝໍສະໜາມຂັ້ນ 2 ເລກ 5 ໄດ້ຮັບເອົາ ແລະປິ່ນປົວພະຍາດໃຫ້ແກ່ຄົນເຈັບເກືອບ 2.400 ຄົນ, ເປັນເຈົ້າການຮ່ວມມື ແລະໜູນຊ່ວຍດ້ານວິຊາການໃຫ້ແກ່ໂຮງໝໍພົນລະເຮືອນ, ໂຮງໝໍຂັ້ນ 1 ໃນຖານທັບ.

ກ່າວຄໍາເຫັນທີ່ພິທີຕ້ອນຮັບ, ການນໍາກົມຮັກສາສັນຕິພາບຫວຽດນາມ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍບັນດາຜົນງານທີ່ພົ້ນເດັ່ນຂອງໂຮງໝໍສະໜາມຂັ້ນ 2 ເລກ 5 ໃນໄລຍະປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ ແລະເນັ້ນໜັກວ່າ ພະນັກງານ, ພາລະກອນຂອງໂຮງໝໍ ໄດ້ສ້າງຄວາມປະທັບໃຈທີ່ດີໃນໃຈເພື່ອນມິດສາກົນກ່ຽວກັບຮູບພາບ ແລະປະເທດ, ຊາວຫວຽດນາມ ທີ່ສວຍງາມ.

ໂດຍ: ໄຊຊະນະ