leftcenterrightdel
ພັນເອກພິເສດ ຫງວຽນວັນເງິນ, ຮອງຫົວໜ້າເສນາທິການທະຫານເຮືອເຂດ 4 ເປັນປະທານການຕ້ອນຮັບຄະນະ. ພາບ: qdnd.vn
leftcenterrightdel
ພະນັກງານ, ລູກເຮືອທະຫານເຮືອເຂດ 4 ຕ້ອນຮັບຄະນະຜູ້ແທນທະຫານເຮືອລາດຊະວົງມາເລເຊຍ. ພາບ: qdnd.vn

ໃນຂອບເຂດການຢ້ຽມຢາມແຕ່ວັນທີ 24 – 27 ກັນຍາ, ຜູ້ບັນຊາການກໍາປັ່ນຈະເຂົ້າຢ້ຽມຂໍ່ານັບກອງບັນຊາການທະຫານເຮືອເຂດ 4 ແລະວິທະຍາຄານທະຫານເຮືອ (ຂຶ້ນກັບທະຫານເຮືອປະຊາຊົນ ຫວຽດນາມ). ນາຍທະຫານພ້ອມກັບລູກເຮືອຂອງຄະນະຈະເຂົ້າຮ່ວມການແຂ່ງຂັນກິລາມິດຕະພາບ ແລະວັດທະນະທໍາ, ພົບປະແລກປ່ຽນນາຍທະຫານໜຸ່ມກັບພະນັກງານ, ນັກຮົບທະຫານເຮືອຫວຽດນາມ ແລະຢ້ຽມຢາມບາງທັດສະນີຍະພາບຂອງແຂວງ ແຄ໊ງຮວ່າ.

leftcenterrightdel
ກຳປັ່ນ KD Teguh Samudera  ກະກຽມເຂົ້າທຽບທ່າກຳປັ່ນສາກົນກາມແຣງ. ພາບ: qdnd.vn
leftcenterrightdel
ກຳປັ່ນ KD Teguh Samudera  ແລະ KD Gempita ເຂົ້າທຽບທ່າກຳປັ່ນສາກົນກາມແຣງ. ພາບ: qdnd.vn

ການຢ້ຽມຢາມຂອງກອງກຳປັ່ນທະຫານເຮືອລາດຊະວົງມາເລເຊຍ ເພື່ອແນໃສ່ປະກອບສ່ວນເພີ່ມທະວີການຮ່ວມມື, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງທະຫານເຮືອຫວຽດນາມ ແລະມາເລເຊຍ.

ໂດຍ: ທະນາພອນ