ປະຕິບັດຂະບວນການແຂ່ງຂັນໂດຍວິທະຍາຄານແພດທະຫານ ປຸກລະດົມ, ບັນດາໂຮງໝໍຂຶ້ນກັບວິທະຍາຄານໄດ້ຍົກສູງຄຸນນະພາບການກວດ, ປິ່ນປົວພະຍາດ, ການສົ່ງເສີມສຸຂະພາບໃຫ້ທະຫານ ແລະປະຊາຊົນ...; ພິເສດແມ່ນໄດ້ໜູນຊ່ວຍໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ປະຕິບັດການຜ່າຕັດປ່ຽນໝາກໄຂ່ຫຼັງໃຫ້ 18 ຄົນຜົນສຳເລັດ.

ທ່ານພັນເອກພິເສດ ຫວູດຶກຖັ໊ງ ຮອງຫົວໜ້າພາກວິຊາ, ຮອງຫົວໜ້າສູນ, ຫົວໜ້າຂະແໜງຫົວໃຈຊີບພະຈອນ, ໂຮງໝໍກອງທັບ 103 ໃຫ້ຮູ້ວ່າ:  “ຕາມໂຄງການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະລາວ, ປະຕິບັດໂຄງການລົງນາມລະຫວ່າງວິທະຍາຄານການແພດ ແລະໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ, ພວກຂ້າພະເຈົ້າໄດ້ຈັດຕັ້ງການຖ່າຍທອດເຕັກນິກຜ່າຕັດປ່ຽນໝາກໄຂຫຼັງ. ດ້ວຍການຮ່ວມມືລະຫວ່າງສອງຝ່າຍ, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ເປັນເຈົ້າການເຕັກນັກສ່ວນຫຼາຍ...”.

leftcenterrightdel
ກອງປະຊຸມໃຫຍ່ແຂ່ງຂັນເດັດຂາດມີໄຊ ວິທະຍາຄານການແພດໄລຍະ 2019-2024. ພາບ: vov.vn

ວຽກງານຄົ້ນຄວ້າວິທະຍາສາດກໍ່ບັນລຸໝາກຜົນພົ້ນເດັ່ນຕ່າງໆໃນຂະບວນການແຂ່ງຂັນຂອງວິທະຍາຄານການແພດ. ຄຽງຂ້າງນັ້ນ, ວິທະຍາຄານຍັງຜັນຂະຫຍາຍການຈັດຕັ້ງ, ຝຶກອົບຮົມບັນດາໂຮງໝໍກາງສະໜາມຂັ້ນ 2 ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ປະຕິບັດສຳເລັດໜ້າທ່ີຢູ່ ສາທາລະນະລັດ ຊູດັງໃຕ້. ພ້ອມກັບການຍ້ອງຍໍຊົມເຊີຍ 28 ໝູ່ຄະນະ ແລະ 77 ບຸກຄົນທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນໄລຍະຜ່ານມາ, ວິທະຍາຄານການແພດ ໄດ້ວາງອອກບັນດາເນື້ອໃນແຂ່ງຂັນດ້ວຍບັນດາຕົວເລກຄາດໝາຍ, ມາດຕະການລະອຽດໃນໄລຍະຈະມາເຖິງ.

ທ່ານພົນຕີ ຫງວຽນຊວນກຽນ, ຜູ້ອໍານວຍການວິທະຍາຄານການແພດແບ່ງປັນວ່າ: “ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໜ້າທີ່ຂອງກອງທັບມີບັນດາບາດກ້າວພັດທະນາໃໝ່, ວິທະຍາຄານການແພດກໍານົດເປົ້າໝາຍ, ທິດທາງໜ້າທີ່ ແລະມາດຕະການຕ່າງໆເພື່ອສືບຕໍ່ປ່ຽນແປງໃໝ່ວຽກງານແຂ່ງຂັນຍ້ອງຍໍຊົມເຊີຍ, ຍູ້ແຮງຂະບວນການແຂ່ງຂັນເດັດຂາດມີໄຊຂຶ້ນສູ່ລະດັບສູງໃໝ່, ສົມກັບມູນເຊື້ອຂອງກົມກອງວິລະຊົນກໍາລັງປະກອບອາວຸດປະຊາຊົນ 3 ຄັ້ງ; ສ້າງກໍາລັງໜູນຊຸກຍູ້ໝູ່ຄະນະ, ສ່ວນບຸກຄົນຕື່ນຕົວ, ຕັ້ງໜ້າເຂົ້າຮ່ວມການແຂ່ງຂັນ, ປະກອບສ່ວນກໍ່ສ້າງບັນດາອົງການຈັດຕັ້ງມະຫາຊົນໝັ້ນຄົງເຂັ້ມແຂງດີເດັ່ນ, ອົງການຈັດຕັ້ງພັກປອດໄສ, ໝັ້ນຄົງເຂັ້ມແຂງພົ້ນເດັ່ນ ແລະແຕ່ລະອົງການ, ກົມກອງໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”.

ໂດຍ: ດັ້ງເກື່ອງ