ເຂົ້າຮ່ວມການປຶກສາຫາລືທີ່ກອງປະຊຸມ, ທ່ານພົນໂທ ຟຸ່ງສີເຕິນ ເນັ້ນໜັກວ່າ: ສັນຕິພາບ, ການຮ່ວມມື ແລະການພັດທະນາຍັງຄົງແມ່ນທ່າອ່ຽງລວມຂອງໂລກ, ແຕ່ພາກພື້ນພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການທະຫານ ແລະບໍ່ແມ່ນການທະຫານ; ໄດ້ຕີລາຄາສູງຫົວຂໍ້ເຊິ່ງຄະນະຈັດຕັ້ງໄດ້ຍົກອອກມາໃນກອງປະຊຸມຄັ້ງນີ້, ລວມມີ: ການປົກປັກຮັກສາລະບົບສາກົນ; ການສ້າງກໍາລັງຄວາມສາມາດໃນພາກພື້ນ; ກາລະໂອກາດ ແລະສິ່ງທ້າທາຍສຳລັບເຕັກໂນໂລຢີຫາກໍ່ພົ້ນເດັ່ນຂຶ້ນ; ແງ່ຫວັງຂອງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ.

ທ່ານພົນໂທ ຟຸ່ງສີເຕິນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ປະຕິບັດນະໂຍບາຍການພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ເອກະລາດ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ພ້ອມແລ້ວທີ່ຈະເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງບັນດາປະເທດໃນປະຊາຄົມສາກົນ; ໃນຂົງເຂດປ້ອງກັນຊາດ, ຫວຽດນາມ ຍືດໝັ້ນໃນນະໂຍບາຍປ້ອງກັນຊາດສັນຕິພາບ,   ປ້ອງກັນປະເທດດ້ວຍຕົນເອງ. ທ່ານພົນໂທ ຟຸ່ງສີເຕິນ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ເຄົາລົບ ແລະປະຕິບັດພັນທະຂອງຕົນໃຫ້ເໝາະສົມກັບບັນດາຂໍ້ກຳນົດໃນກົດບັດສະຫະປະຊາຊາດ, ກໍ່ຄືບັນດາສົນທິສັນຍາ, ຂໍ້ຕົກລົງສາກົນເຊິ່ງຫວຽດນາມ ເຂົ້າເປັນສະມາຊິກ, ພ້ອມທັງຈະຮ່ວມມືກັບບັນດາປະເທດຊຸກຍູ້ສັນຕິພາບ, ການເຈລະຈາ, ສະກັດກັ້ນຄວາມສ່ຽງຂອງສົງຄາມ, ປະກອບສ່ວນກໍ່ສ້າງພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ໃຫ້ສືບຕໍ່ເປັນພາກພື້ນທີ່ຂະຫຍັນຂັນເຄື່ອນ ແລະນໍາໜ້າພັດທະນາຂອງໂລກ.

leftcenterrightdel
ທ່ານພົນໂທ ຟຸ່ງສີເຕິນ ພົບປະສອງຝ່າຍກັບທ່ານພົນເອກ Samuel Paparo, ຜູ້ບັນຊາການກອງບັນຊາການ ມະຫາສະໝຸດອິນເດຍ - ປາຊີຟິກ. ພາບ: qdnd.vn

* ຢູ່ນອກກອງປະຊຸມ, ທ່ານພົນໂທ ຟຸ່ງສີເຕິນ ໄດ້ມີການພົບປະສອງຝ່າຍກັບທ່ານພົນເອກ Samuel Paparo, ຜູ້ບັນຊາການກອງບັນຊາການ ມະຫາສະໝຸດອິນເດຍ - ປາຊີຟິກ. ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ບັນດາຂົງເຂດຮ່ວມມືທີ່ມີຢູ່ແລ້ວໃຫ້ເໝາະສົມກັບເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມ, ກໍ່ຄືເອກະສານອັບເດດຖະແຫຼງການວິໄສທັດຮ່ວມຫວຽດນາມ - ອາເມລິກາ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດທີ່ໄດ້ລົງນາມໃນການຢ້ຽມຢາມອາເມລິກາ ຢ່າງເປັນທາງການຂອງທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃນຕົ້ນເດືອນກັນຍາ ຜ່ານມາ.

ໂດຍ: ຈາງຫງວຽນ