ມີຄວາມຮັບຮູ້ຢ່າງຖືກຕ້ອງກ່ຽວກັບທີ່ຕັ້ງ, ບົດບາດ ແລະຄວາມໝາຍອັນໃຫຍ່ຫຼວງຂອງຂະບວນການແຂ່ງຂັນເດັດຂາດມີໄຊ, ຄະນະພັກ, ຄະນະອໍານວຍການວິທະຍາຄານການແພດ ແລະຄະນະບັນຊາທຸກຂັ້ນໃນວິທະຍາຄານການແພດໄດ້ມຸ່ງໄປເຖິງຂະບວນການແຂ່ງຂັນເດັດຂາດມີໄຊ ເອົາເຂົ້າໃນການປະຕິບັດໜ້າທີ່ການເມືອງໃຫ້ເປັນຢ່າງດີ. ໃນນັ້ນ, ປະຕິບັດໜ້າທີ່ກໍ່ສ້າງ, ບັນດາການເຄື່ອນໄຫວແຂ່ງຂັນຂອງວິທະຍາຄານການແພດຍາມໃດກໍໃກ້ຊິດຕິດແທດກັບທິດນໍາທີ່ວ່າ: “ຄຸນນະພາບການກໍ່ສ້າງຂອງໂຮງຮຽນແມ່ນຄວາມສາມາດກຽມພ້ອມສູ້ຮົບຂອງກົມກອງ”; ຕັ້ງໜ້າປ່ຽນແປງໃໝ່ວິທີສິດສອນ-ຮໍ່າຮຽນ, ຍົກສູງຄຸນນະພາບຂອງຄູອາຈານ. ເພີ່ມທະວີວຽກງານຄຸ້ມຄອງ, ບໍລິຫານ; ປະຕິບັດວຽກງານກວດກາ ແລະຕີລາຄາຄຸນນະພາບການກໍ່ສ້າງໃຫ້ດີ; ຈັດຕັ້ງການແຂ່ງຂັນ, ກວດກາ, ການເສັງຈົບຊັ້ນ ແລະປ້ອງກັນບົດຈົບຊັ້ນການສຶກສາແຕ່ລະລະດັບໃຫ້ຖືກຕາມກົດລະບຽບ, ຮັບປະກັນຄວາມຍຸຕິທໍາ, ພາວະວິໄສ, ຊັດເຈນ.

leftcenterrightdel
ຄູອາຈານພາກວິຊາຜ່າຕັດ ແລະທົດລອງ, ວິທະຍາຄານການແພດແນະນໍານັກຄົ້ນຄວ້າ ປະຕິບັດເຕັກນິກການຫຍິບໄໝຫຍິບດ້ວຍມື. ພາບ: ຮົ່ງຈວຽນ.

ວິທະຍາຄານການແພດ ໄດ້ເພີ່ມທະວີການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະການຫັນເປັນດີຈີຕອນເຂົ້າໃນການຄຸ້ມຄອງ, ບໍລິຫານການຝຶກແອບ, ປະຕິບັດການສິດສອນທາງອອນລາຍ ແລະຕີລາຄາຜົນການກໍ່ສ້າງ... ໄລຍະ 2019-2024, ວິທະຍາຄານການແພດ ກໍ່ສ້າງນັກສຶກສາໄດ້ຫຼາຍກວ່າ 3.302 ຄົນ, ໃນນັ້ນມີນັກສຶກສາຈົບຂັ້ນມະຫາວິທະຍາໄລ 1.799 ຄົນ, ຈົບຂັ້ນເໜືອມະຫາວິທະຍາໄລ 1.503 ຄົນ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ກຽມພ້ອມສູ້ຮົບຂອງກອງທັບ, ບຸກຄະລາກອນໃຫ້ແກ່ຂະແໜງສາທາລະນະສຸກ ແລະໃຫ້ແກ່ກອງທັບປະເທດລາວ, ກໍາປູເຈຍ ໄດ້ເປັນຢ່າງດີ... ພ້ອມກັນນັ້ນ, ບັນດາການເຄື່ອນໄຫວແຂ່ງຂັນໃນວຽກງານວິທະຍາສາດ-ເຕັກໂນໂລຊີຂອງວິທະຍາຄານການແພດໄດ້ປະກອບສ່ວນໃຫ້ກໍາລັງໃຈພະນັກງານ, ລັດຖະກອນ,  ນັກສຶກສາ, ນັກຄົ້ນຄວ້າເຂົ້າຮ່ວມຂະບວນການຄົ້ນຄວ້າວິທະຍາສາດ ແລະໝູນໃຊ້ການພັດທະນາເຕັກໂນໂລຊີຢ່າງມີປະສິດທິຜົນ, ສ້າງບັນດາບາດກ້າວບຸກທະລຸທີ່ສໍາຄັນ.

ຄຽງຂ້າງນັ້ນ, ວິທະຍາຄານການແພດ ຍາມໃດກໍຕັ້ງໜ້າ, ເປັນເຈົ້າການແລກປ່ຽນການຮ່ວມມືກ່ຽວກັບການກໍ່ສ້າງກັບຮາກຖານການສຶກສາຂອງຫຼາຍປະເທດໃນໂລກ ຄື: ມະຫາວິທະຍາໄລ Madgeburg (ເຢຍລະມັນ), ມະຫາວິທະຍາໄລແຫ່ງຊາດ ສິງກະໂປ, ວິທະຍາຄານການແພດ ມຽນມາ ແລະອາເມລິກາ. ຈັດຕັ້ງຫຼາຍກອງປະຊຸມ, ກອງປະຊຸມສໍາມະນາວິທະຍາສາດສາກົນ; ຍົກສູງຄຸນນະພາບຊັບພະຍາກອນມະນຸດ ຜ່ານການຮ່ວມມືສາກົນກ່ຽວກັບການກໍ່ສ້າງ, ຄົ້ນຄວ້າວິທະຍາສາດ ແລະການປິ່ນປົວ. ເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືກ່ຽວກັບການຄົ້ນຄວ້າຜົນສະທ້ອນຂອງທາດພິດເຄມີດີໂອຊິນຫຼັງສົງຄາມ ຕໍ່ກັບສຸຂະພາບຂອງທະຫານ ແລະບັນດາເປົ້າໝາຍທີ່ກ່ຽວຂ້ອງ.

ກ່ຽວກັບໜ້າທີ່ປິ່ນປົວ, ວິທະຍາຄານການແພດ ມຸ່ງໄປເຖິງການເຄື່ອນໄຫວແຂ່ງຂັນໃຫ້ເຂົ້າສູ່ການບຸກທະລຸຍົກສູງຄຸນນະພາບຮອບດ້ານວຽກງານກວດ, ປິ່ນປົວພະຍາດ, ຖືຄົນເຈັບເປັນໃຈກາງ; ຍູ້ແຮງການໝູນໃຊ້ວິທະຍາສາດ-ເຕັກໂນໂລຊີ, ການຫັນເປັນດີຈີຕອນເຂົ້າໃນວຽກງານຄຸ້ມຄອງການກວດ, ປິ່ນປົວພະຍາດ. ສຸມໃສ່ພັດທະນາເຕັກນິກໃໝ່, ຮັກສາບັນດາເຕັກນິກປົກກະຕິຢ່າງມີປະສິດທິຜົນ; ຍົກສູງຈັນຍາບັນທາງການແພດ. ຮັກສາບັນດາຈຸ, ໜ່ວຍພະຍາບານສຸກເສີນເຄື່ອນທີ່ຮັບໃຊ້ໜ້າທີ່ກຽມພ້ອມສູ້ຮົບ, ກູ້ຊີບກູ້ໄພ ແລະບັນດາກໍລະນີສຸກເສີນຢ່າງເຂັ້ມງວດ. ຮັບປະກັນວຽກ ງານເສນາຮັກໃຫ້ແກ່ເກາະນາມອຽດ (ເມືອງເກາະເຈື່ອງຊາ, ແຂວງແຄ໊ງຮວ່າ) ໃຫ້ເປັນຢ່າງດີ; ປະຕິບັດການຖ່າຍທອດເຕັກນິກໃຫ້ແກ່ບັນດາໂຮງໝໍຂັ້ນລຸ່ມ ແລະຈັດຕັ້ງການກໍ່ສ້າງ, ບໍາລຸງໃຫ້ແກ່ພະນັກງານ, ພາລະກອນການແພດ ຢູ່ເຂດຫ່າງໄກສອກຫຼີກ, ເຂດທຸລະກັນດານ ທີ່ໄດ້ສົ່ງມາຮໍ່າຮຽນຕາມຂໍ້ກໍານົດຂອງກະຊວງປ້ອງກັນປະເທດ.

leftcenterrightdel
ນັກຄົ້ນຄວ້າ ປະຕິບັດກໍລະນີໃນງານແຂ່ງຂັນທັກສະການແພດ ໂດຍວິທະຍາຄານການແພດ ຈັດຕັ້ງ. ພາບ: ຮົ່ງຈວຽນ.

ຂີດໝາຍສໍາຄັນໜຶ່ງແມ່ນໃນວັນທີ 31 ທັນວາ 2022, ບັນດາຊ່ຽວຊານຂອງວິທະຍາຄານການແພດ ໄດ້ໃຫ້ຄວາມຊ່ວຍເຫຼືອແກ່ໂຮງໝໍການແພດກອງທັບ 103 (ກອງທັບປະຊາຊົນ ລາວ) ປະຕິບັດສໍາເລັດການຕັດຕໍ່ໝາກໄຂ່ຫຼັງ 2 ກໍລະນີທໍາອິດຈາກຜູ້ຍັງມີຊີວິດຢູ່. ເຫດການນີ້ ໄດ້ດໍາເນີນກົງກັບໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ລາວ, 45 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ-ລາວ. ຜົນສໍາເລັດດັ່ງກ່າວ ໄດ້ນໍາປະເທດລາວ ເຂົ້າໃນແຜນທີ່ບັນດາປະເທດ ທີ່ມີຜົນງານດີເດັ່ນກ່ຽວກັບການຕັດຕໍ່ອະໄວຍະວະໃນໂລກ. ມາຮອດປັດຈຸບັນ, ວິທະຍາຄານການແພດ ໄດ້ໜູນຊ່ວຍ, ຊ່ວຍເຫຼືອ ລາວ ປະຕິບັດສໍາເລັດການຕັດຕໍ່ອະໄວຍະວະ 15 ກໍລະນີ. ຄຽງຂ້າງນັ້ນ, ວິທະຍາຄານການແພດຍາມໃດກໍຊີ້ນໍາການປະຕິບັດວຽກງານຊ່ວຍເຫຼືອ, ເພີ່ມທະວີກຳລັງຄວາມສາມາດດ້ານວິຊາສະເພາະ, ຄວາມສາມາດໃນການຄົ້ນຄວ້າວິທະຍາສາດໃຫ້ແກ່ບັນດາໂຮງໝໍດ່ານໜ້າ ແລະໂຄງການແພດທະຫານ ແລະປະຊາຊົນໃຫ້ເປັນຢ່າງດີ.

ວິທະຍາຄານການແພດ ໄດ້ຕັ້ງໜ້າຕອບສະໜອງ ແລະຍູ້ແຮງຂະບວນການແຂ່ງຂັນ “ກອງທັບ ຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່”, “ກອງທັບ ຮ່ວມແຮງຮ່ວມໃຈ ເພື່ອຄົນທຸກຍາກ - ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ”...  ໃນໄລຍະ 2019-2024, ວິທະຍາຄານການແພດ ໄດ້ຈັດຕັ້ງ 44 ຄະນະ ໄປກວດພະຍາດ, ໃຫ້ຄໍາປຶກສາດ້ານສຸຂະພາບໃຫ້ແກ່ເປົ້າໝາຍນະໂຍບາຍ, ພໍ່ແມ່ປະຊາຊົນເຂດຫ່າງໄກສອກຫຼີກ, ເຂດທີ່ໝັ້ນ, ເຂດທຸກຍາກຈໍານວນ 10.919 ເທື່ອຄົນ; ແຈກຢາຍຢາ ໂດຍບໍ່ເສຍຄ່າ ມີມູນຄ່າເກືອບ 1,8 ຕື້ດົ່ງ; ມອບຂອງຂວັນ 1.672 ພູດ ເປັນເງິນທັງໝົດກວ່າ 1 ຕື້ດົ່ງ; ປະກອບເງິນເຂົ້າກອງທຶນ “ເພື່ອຄົນທຸກຍາກ” ຈໍານວນ 3,5 ກວ່າຕື້ດົ່ງ ແລະກອງທຶນ “ຕອບບຸນແທນຄຸນ” ຈໍານວນ 3,2 ຕື້ດົ່ງ. ມອບເຮືອນສົງເຄາະ, ເຮືອນແຫ່ງຄວາມສາມັກຄີຈໍານວນ 36 ຫຼັງ; ຈັດຕັ້ງບຸນເຕັດໃຫ້ຄົນທຸກຍາກ ດ້ວຍຈໍານວນເງິນເກືອບ 1 ຕື້ດົ່ງ, ສ້າງຄວາມປະທັບໃຈອັນດີງາມ, ເລິກເຊິ່ງໃຫ້ຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາທ້ອງຖິ່ນ.

ບັນດາຜົນງານອັນພົ້ນເດັ່ນໃນການປະຕິບັດຂະບວນການແຂ່ງຂັນເດັດຂາດມີໄຊ ແມ່ນພື້ນຖານ, ແມ່ນກໍາລັງໜູນທີ່ສໍາຄັນເພື່ອໃຫ້ວິທະຍາຄານການແພດສືບຕໍ່ເສີມຂະຫຍາຍມູນເຊື້ອ, ທາດແທ້ການປະຕິວັດທະຫານລຸງໂຮ່, ມານະພະຍາຍາມສູ້ຊົນສ້າງຜົນງານໃໝ່ໃຫ້ຫຼາຍຢ່າງ, ປະກອບສ່ວນກໍ່ສ້າງອົງຄະນະພັກວິທະຍາຄານການແພດໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ວິທະຍາຄານການແພດໝັ້ນຄົງເຂັ້ມແຂງຮອບດ້ານເປັນ “ແບບຢ່າງ, ດີເດັ່ນ”, ເສີມສ້າງຮູບພາບອັນສູງສົ່ງ “ແພດທະຫານ”, ມູນເຊື້ອຂອງວິທະຍາຄານການແພດ, ກົມກອງວິລະຊົນກໍາລັງປະກອບອາວຸດ ປະຊາຊົນ 3 ຄັ້ງ.

ໂດຍ: ໄຊຊະນະ