ໃນບັນຍາກາດມິດຕະພາບ, ຖານສະຫາຍ, ອ້າຍນ້ອງອັນອົບອຸ່ນ, ລັດຖະມົນຕີສອງທ່ານພ້ອມກັນຕີລາຄາໝາກຜົນການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ກູບາ ໃນໄລຍະຜ່ານມາ ແລະກຳນົດທິດທາງຮ່ວມມືໃນໄລຍະຈະມາເຖິງ.

ສອງຝ່າຍ ຖືວ່າ, ໃນການພົວພັນຫວຽດນາມ - ກູບາ, ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄ້ຳ. ບົນພື້ນຖານຄວາມເຫັນດີເປັນເອກະພາບລະຫວ່າງລັດຖະມົນຕີສອງທ່ານໃນໄລຍະຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານລັດຖະມົນຕີ Alvaro Lopez Miera ໃນເດືອນ ກໍລະກົດ 2023, ການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າໃນທຸກຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ວຽກງານພັກ ແລະວຽກງານການເມືອງໃນກອງທັບ; ກໍ່ສ້າງຊັບພະຍາກອນມະນຸດ...

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn

ສືບຕໍ່ເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດນັບມື້ນັບແທດຈິງ, ມີປະສິດທິຜົນ, ເຂົ້າສູ່ລວງເລິກ, 2 ຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າ ໃນໄລຍະຈະມາເຖິງຈະເພີ່ມທະວີການພົບປະ, ແລກປ່ຽນຄະນຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ຮັກສາການຮ່ວມມື ແລະແລກປ່ຽນບົດຮຽນດ້ານວິຊາຊີບລະຫວ່າງບັນດາອົງການ, ກົມກອງ; ພົບປະແລກປ່ຽນບົດຮຽນປະສົບການລະຫວ່າງນາຍທະຫານໜຸ່ມຂອງສອງປະເທດ; ເພີ່ມທະວີການຮ່ວມມືດ້ານວຽກງານພັກ ແລະວຽກງານການເມືອງ...

2 ຝ່າຍກໍ່ເຫັນດີເປັນເອກະສັນຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ໄດ້ ແລະພວມຊຸກຍູ້, ຕ້ອງສືບຕໍ່ຜັນຂະຫຍາຍປະສິດທິຜົນ, ຄື: ແລກປ່ຽນຂໍ້ມູນຂ່າວສານ, ການແພດທະຫານ, ຄວາມໝັ້ນຄົງທາງອິນເຕີແນັດ, ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນລະຫວ່າງບັນດາວິສາຫະກິດກອງທັບຂອງສອງປະເທດ,...

ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Alvaro Lopez Miera ກໍ່ຖືວ່າ, ໃນສະພາບການໂລກ ແລະພາກພື້ນສືບຕໍ່ມີການຜັນແປຢ່າງວ່ອງໄວ, ສັບສົນ, ຄາດຄະເນໄດ້ຍາກຄືປະຈຸບັນ, 2 ປະເທດ ແລະກອງທັບສອງປະເທດຕ້ອງສືບຕໍ່ປັບປຸງ ແລະເສີມຂະຫຍາຍຄວາມສາມັກຄີ, ສະໜັບສະໜູນ ແລະໜູນຊ່ວຍເຊິ່ງກັນ ແລະກັນ; ເຊື່ອໝັ້ນວ່າ, ດ້ວຍບັນດາໝາກຜົນທີ່ບັນລຸໄດ້ ແລະຄວາມເອົາໃຈໃສ່ ແລະຊີ້ນຳ ນໍາພາຢ່າງໃກ້ຊິດຂອງການນຳກະຊວງປ້ອງກັນປະເທດສອງປະເທດ, ການພົວພັນຮ່ວມມືດ້ານປ້ອງກັນຊາດກູບາ - ຫວຽດນາມ ຈະສືບຕໍ່ພັດທະນາຂຶ້ນສູ່ລະດັບໃໝ່.

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ສົ່ງຄຳເຊີນອີກເທື່ອໜຶ່ງ ແລະຫວັງວ່າ ທ່ານລັດຖະມົນຕີ Alvaro Lopez Miera ຈະຈັດເວລາເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 2 ໃນເດືອນ ທັນວາ 2024.

ໂດຍ: ທະນາພອນ