ໃນໄລຍະຜ່ານມາ, ຕຳຫຼວດແຂວງກວາງບິ່ງ ແລະກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ເພີ່ມທະວີການສົມທົບກັນກໍາແໜ້ນສະພາບການ, ແລກປ່ຽນຂໍ້ມູນຂ່າວສານ, ຮັບໃຊ້ວຽກງານຮັບປະກັນຄວາມສະຫງົບຢູ່ເຂດຊາຍແດນ, ຕໍ່ສູ້ຕ້ານອາດຊະຍາກຳ; ສົມທົບກັນຕໍ່ສູ້ຄະດີກັບເປົ້າໝາຍຊື້-ຂາຍ ແລະຂົນສົ່ງຢາເສບຕິດ; ຈັດຕັ້ງກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານຂອງຫ້ອງການຕິດຕໍ່ສະກັດກັ້ນ, ຕ້ານຢາເສບຕິດ ແລະອາດຊະຍາກໍາຜ່ານຊາຍແດນ; ໜູນຊ່ວຍກອງບັນຊາການ ປກສ ແຂວງຄໍາມ່ວນ ກໍ່ສ້າງຫ້ອງການຕຳຫຼວດ 11 ແຫ່ງ; ເປັນເສນາທິການໃຫ້ຄະນະປະຈໍາຄະນະພັກແຂວງ ກວາງບິ່ງ ແລະກະຊວງຕໍາຫຼວດ ກ່ຽວກັບການຜັນຂະຫຍາຍຊ່ວຍເຫຼືອການກໍ່ສ້າງ ແລະມອບ-ຮັບໂຮງຮຽນ 1 ຫຼັງ; ໄດ້ຈັດສົ່ງຄະນະຜູ້ແທນ 45 ຄະນະ ແລະພະນັກງານ 234 ຄົນໄປແລກປ່ຽນຂໍ້ມູນຂ່າວສານ; ການຮ່ວມມືສະກັດກັ້ນ ແລະຕ້ານອາດຊະຍາກຳຢາເສບຕິດ...

leftcenterrightdel
ການນຳຕຳຫຼວດແຂວງກວາງບິ່ງ ແລະກອງບັນຊາການ ປກສ ແຂວງຄຳມ່ວນ ລົງນາມໃນບົດບັນທຶກຊ່ວຍຈຳຄັ້ງທີ 29. ພາບ: bocongan.gov.vn

ທີ່ການພົບປະ, ຕຳຫຼວດແຂວງກວາງບິ່ງ ແລະກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ພ້ອມກັນແລກປ່ຽນ ແລະຕີລາຄາໝາກຜົນການຮ່ວມມືຮັບປະກັນຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍລະຫວ່າງສອງແຂວງໃນໄລຍະຜ່ານມາ ແລະເຫັນດີເປັນເອກະພາບກ່ຽວກັບບັນດາເນື້ອໃນການຮ່ວມມືຮັບປະກັນຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ, ຕ້ານອາດຊະຍາກຳໃນໄລຍະຈະມາເຖິງ, ເພື່ອຍົກສູງປະສິດທິຜົນການປະສານງານລະຫວ່າງບັນດາກົມກອງ, ຫົວໜ່ວຍວິຊາການ ແລະຕຳຫຼວດບັນດາເມືອງຊາຍແດນໃຫ້ຫຼາຍກວ່າເກົ່າ.

ສອງຝ່າຍໄດ້ເຫັນດີກ່ຽວກັບເນື້ອໃນການສົມທົບກັນຮ່ວມມືໃນໄລຍະຈະມາເຖິງ ແລະໄດ້ລົງນາມໃນບົດບັນທຶກຊ່ວຍຈຳຄັ້ງທີ 29 ລະຫວ່າງຕຳຫຼວດແຂວງ ກວາງບິ່ງ ກັບກອງບັນຊາການ ປກສ ແຂວງຄຳມ່ວນ (ລາວ), ລວມມີ 5 ເນື້ອໃນຕົ້ນຕໍ, ໃນນັ້ນໄດ້ສຸມໃສ່ການຮ່ວມມືຮັກສາຄວາມໝັ້ນຄົງດ້ານການເມືອງ; ສົມທົບກັນຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມໃຫ້ແກ່ພົນລະເມືອງຂອງສອງປະເທດທີ່ຢູ່ຜືນແຜ່ນດິນປະເທດຂອງຕົນ; ການຮ່ວມມືໃນການສະກັດກັ້ນ, ຕ້ານ ແລະຄວບຄຸມຢາເສບຕິດ; ການຮ່ວມມືໃນການໂຄສະນາເຜີຍແຜ່ ແລະກໍ່ສ້າງກໍາລັງ; ກົນໄກການສົມທົບກັນ.

ໂດຍ: ທະນາພອນ