ຂໍຂອບໃຈບັນດາພະນັກງານ, ນັກຮົບໃນໄລຍະຜ່ານມາທີ່ບໍ່ຫວາດຫວັ່ນຕໍ່ອັນຕະລາຍ ເພື່ອປົກປ້ອງຊີວິດ ແລະຊັບສິນຂອງປະຊາຊົນ. ຕັ້ງແຕ່ຮຸ່ງເຊົ້າ, ເຖິງວ່າຝົນຈະຕົກແຮງກໍ່ຕາມ, ແຕ່ປະຊາຊົນນະຄອນອຽນບ໊າຍ ກໍ່ໄດ້ມາສົ່ງ, ອຳລາບັນດານັກຮົບຢູ່ຫົນທາງເປັນຈຳນວນໜຶ່ງຫຼາຍ.

ຂະບວນລົດຂົນສົ່ງພະນັກງານ, ນັກຮົບບັນດາກອງພັນໃຫຍ່, ກອງພົນນ້ອຍ, ກອງພົນຂຶ້ນກັບທະຫານເຂດ 2 ໄດ້ໄປຜ່ານເສັ້ນທາງສາຍຕ່າງໆຂອງນະຄອນອຽນບ໊າຍ ຄື: ຫງວຽນທ໊າຍຮອກ, ຮົ່ງຮ່າ, ອຽນນິງ, ຫງວຽນເຕິດແທ່ງ ໃນທ່າມກາງສຽງໂຮ່ຮ້ອງ, ໂບກມືອຳລາຂອງປະຊາຊົນ.

leftcenterrightdel
ຂະບວນລົດຂົນສົ່ງພະນັກງານ, ນັກຮົບບັນດາກອງພັນໃຫຍ່, ກອງພົນນ້ອຍ, ກອງພົນຂຶ້ນກັບທະຫານເຂດ 2 ໄປຜ່ານບັນດາເສັ້ນທາງສາຍຕ່າງໝຂອງນະຄອນອຽນບ໊າຍ. ພາບ: qdnd.vn
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
ປະຊາຊົນອຽນບ໊າຍ ກ່າວຄຳອຳລາພະນັກງານ, ນັກຮົບທະຫານເຂດ 2 ດ້ວຍຄວາມອາໄລອາວອນ. ພາບ: qdnd.vn

ທ່ານນາງ ຫງວຽນທິແທງ ຢູ່ຕາແສງ ຫງວຽນທ໊າຍຮອກ, ນະຄອນອຽນບ໊າຍ ໄດ້ແບ່ງປັນວ່າ: 12 ວັນ ແລະຄືນຕິດຕໍ່ກັນທີ່ດຳລົງຊີວິດຢູ່ເຂດຖືກນ້ຳຖ້ວມ; ກິນເຂົ້າກັບປະຊາຊົນ, ເຮັດອະນາໄມພ້ອມກັບປະຊາຊົນ, ເສື້ອສີຂຽວຂອງທະຫານໄດ້ກາຍເປັນຄົນໃກ້ຊິດ, ທີ່ຮັກແພງ ແລະໄດ້ຝັງເລິກໃນຈິດໃຈຂອງປະຊາຊົນອຽນບ໊າຍ.

ແບ່ງປັນຄວາມຮູ້ສຶກຄືກັນ, ທ່ານ ຫງວຽນດຶກກວາງ ແລະທ່ານນາງ ຟ້າມທິກິມແອງ ຢູ່ຕາແສງ ຫງວຽນທ໊າຍຮອກ, ນະຄອນ ອຽນບ໊າຍ ກໍ່ໃຫ້ຮູ້ວ່າ: ແຂວງອຽນບ໊າຍ ໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງຍ້ອນພາຍຸ ຫົວທີ 3. ເຖິງຢ່າງໃດກໍ່ຕາມ, ໃນໄລຍະຜ່ານມາ, ແຂວງ ອຽນບ໊າຍ ໄດ້ຮັບການໜູນຊ່ວຍ, ຊ່ວຍເຫຼືອຢ່າງຕັ້ງໜ້າຈາກບັນດາທ້ອງຖິ່ນ, ບັນດາກຳລັງໃນທົ່ວປະເທດ ກໍຄືເພື່ອນມິດສາກົນ. ໃນນັ້ນ, ກໍາລັງປະກອບອາວຸດທະຫານເຂດ 2 ໄດ້ລະດົມກໍາລັງພະນັກງານ, ນັກຮົບ 1.000 ກວ່າຄົນ ພ້ອມດ້ວຍພາຫະນະ, ວັດຖຸອຸປະກອນຫຼາຍຊະນິດ, ປະກອບແຮງງານເຮັດວຽກຫຼາຍກວ່າ 12.000 ວັນເພື່ອຊ່ວຍປະຊາຊົນເຮັດອະນາໄມ, ທຳຄວາມສະອາດ, ລ້າງຂີ້ຕົມ, ແກ້ໄຂເສັ້ນທາງທີ່ຕິດຂັດ, ກູ້ຊີບ, ກູ້ໄພ ແລະຊ່ວຍເຫຼືອປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມອຽນບ໊າຍ...

ໂດຍ: ຈາງຫງວຽນ