ຢູ່ນະຄອນ ບາກລຽວ ແລະເທດສະບານ ຢາຣາຍ, ນັກປາຖະກະຖາຂອງບັນດາກົມກອງໄດ້ແຈ້ງໃຫ້ພະນັກງານຊາວໜຸ່ມ, ສະຫະພັນຫຼັກແຫຼ່ງທຸກຂັ້ນຂອງແຂວງກວ່າ 200 ຄົນຮັບຊາບກ່ຽວກັບສະພາບການຢູ່ທະເລຕາເວັນອອກໃນໄລຍະທີ່ມໍ່ໆມານີ້; ທັດສະນະ, ແຜນນະໂຍບາຍ, ມາດຕະການຕໍ່ສູ້, ທິດທາງ, ໜ້າທີ່ປົກປັກຮັກສາອະທິປະໄຕຢູ່ທະເລ, ໝູ່ເກາະໃນໄລຍະຈະມາເຖິງ; ກໍ່ສ້າງເຫຼົ່າທັບເຮືອປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ ແລະຜົນແຫ່ງການປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດ...

leftcenterrightdel
ຜູ້ຕາງໜ້າ 2 ກົມກອງ ແລະອຳນາດການປົກຄອງທ້ອງຖິ່ນມອບຂອງຂວັນ ແລະທຸງຊາດໃຫ້ຊາວປະມົງ. ພາບ: qdnd.vn

ພ້ອມກັນນັ້ນ, ໃນໂຄງການ, ສູນຮັບປະກັນດ້ານເຕັກນິກຍັງໄດ້ຈັດຕັ້ງການໂຄສະນາດຶງດູດເອົາແຫຼ່ງຊັບພະຍາກອນມະນຸດເພື່ອບັນຈຸເຂົ້າເປັນທະຫານເຮືອໃຫ້ນັກຮຽນມັດທະຍົມປາຍແຂວງບາກລຽວ ເກືອບ 400 ຄົນ. ນັກປາຖະກະຖາຂອງສູນ ໄດ້ໂຄສະນາເຜີຍແຜ່, ແຈ້ງໃຫ້ຊາບກ່ຽວກັບບັນດາເນື້ອໃນ, ຄື: ທີ່ຕັ້ງ, ບົດບາດ, ຄວາມສຳຄັນຂອງທະເລ, ໝູ່ເກາະຂອງຫວຽດນາມ ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ; ແນະນຳກ່ຽວກັບວິທະຍາຄານທະຫານເຮືອ, ບັນດານະໂຍບາຍດຶງດູດແຫຼ່ງຊັບພະຍາກອນມະນຸດເພື່ອກໍ່ສ້າງກຳລັງທະຫານເຮືອໃຫ້ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ; ຄວາມເອົາໃຈໃສ່ຂອງພັກ, ລັດ, ກອງທັບຕໍ່ກັບເຫຼົ່າທັບເຮືອ; ສິ່ງທີ່ຄວນຮູ້ເພື່ອກາຍເປັນນາຍທະຫານໃນໄລຍະຍາວໃນເຫຼົ່າທັບເຮືອ...

leftcenterrightdel
ການນໍາສູນຮັບປະກັນດ້ານເຕັກນິກ (ທະຫານເຮືອເຂດ 2) ມອບຂອງຂວັນໃຫ້ເດັກນ້ອຍ 5 ຄົນທີ່ເປັນລູກຮັກຂອງກົມກອງ. ພາບ: qdnd.vn

ໃນໂອກາດນີ້, ສອງກົມກອງໄດ້ມອບເສື້ອຊູຊີບ 100 ຜືນ, ທຸງຊາດ 200 ຜືນ, ນົມ 15 ແກັດ, ຂອງຂວັນ 20 ພູດໃຫ້ຄອບຄົວຊາວປະມົງທີ່ປະສົບກັບຄວາມຫຍຸ້ງຍາກ; ແຈກຢາຍເອກະສານ “ບາງສິ່ງທີ່ຄວນຮູ້ສຳລັບຊາວປະມົງ” ໃຫ້ປະຊາຊົນທ້ອງຖິ່ນ 100 ຊຸດ ແລະໜູນຊ່ວຍຄ່າໃຊ້ຈ່າຍໄປມາໃຫ້ຊາວປະມົງ 100 ຄົນ. ສູນຮັບປະກັນດ້ານເຕັກນິກ ໄດ້ມອບບັດປະກັນສຸຂະພາບຈໍານວນ 5 ບັດ (ແຕ່ລະຄົນມີມູນຄ່າເກືອບ 1 ລ້ານດົ່ງ), ເງິນອຸດໜູນໄຕມາດທີ 4 ໃຫ້ແກ່ເດັກນ້ອຍ 5 ຄົນ ທີ່ເປັນລູກຮັກຂອງກົມກອງ (ແຕ່ລະຄົນ 1,5 ລ້ານດົ່ງ).

ໂດຍ: ຈາງຫງວຽນ