ຕາມການລາຍງານຂອງຕາແສງທົງທູ, ເມືອງເກ໊ຟອງ ໃນວັນທີ 21 ແລະ 22 ກັນຍາ, ໃນບໍລິເວນຕາແສງທົງທູ ເກີດຝົນຕົກໜັກໄດ້ສົ່ງຜົນສະທ້ອນໃຫ້ 17 ຄອບຄົວຂອງບ້ານເມືອງປ້ຽດ, ບ້ານລົກ... ໜອງປາ 1.500 ຕາແມັດ ຂອງບັນດາຄອບຄົວຢູ່ຕາແສງທົງທູ ຖືກເສຍຫາຍກວ່າ 70%, ເຂົ້ານາ 4,3 ເຮັກຕາ ໄດ້ຮັບຜົນສະທ້ອນ... ເສັ້ນທາງຫຼວງແຫ່ງຊາດ 48 ເກີດດິນເຈື່ອນ ຢູ່ເຂດບ້ານລົກ ເຮັດໃຫ້ການຈາລະຈອນຕິດຂັດ ແລະເຄຫະສະຖານຈຳນວນໜຶ່ງຖືກເສຍຫາຍ...

leftcenterrightdel
ທະຫານຊາຍແດນທົງທູ ຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ຄອບຄົວ ເອື້ອຍ ເລືອງທິຮວາ. ພາບ: ຫ໋າຍເທື້ອງ

ທະຫານຊາຍແດນທົງທູ ໄດ້ລະດົມກໍາລັງໄປຊວ້ຽນດິນເຈື່ອນອອກເພື່ອຮັບປະກັນການສັນຈອນຕາມເສັ້ນທາງຫຼວງແຫ່ງຊາດ 48, ພ້ອມທັງສົມທົບກັບທ້ອງຖິ່ນ ແລະຄອບຄົວຊ່ວຍເຂົາເຈົ້າເຮັດອະນາໄມ, ທຳຄວາມສະອາດ, ສ້ອມແປງເຮືອນຊານທີ່ເສຍຫາຍ. ທະຫານຊາຍແດນທົງທູ ໄດ້ໄປຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈຄອບຄົວຂອງ ເອື້ອຍ ເລືອງທິຮວາ ທີ່ຖືກດິນເຈື່ອນຖົມເຮືອນ. ກ່ອນໜ້ານັ້ນ, ຍ້ອນໄດ້ຍົກຍ້າຍຊັບສິນ ແລະປະຊາຊົນຢ່າງທັນການ, ສະນັ້ນຄອບຄົວຈຶ່ງຮັບປະກັນຄວາມປອດໄພ. ໂດຍໄດ້ຮູ້ວ່າ ເອື້ອຍ ເລືອງທິຮວາ ແມ່ນຄອບຄົວຫຍຸ້ງຍາກ, ຜົວເສຍຊີວິດ ແລະພວມລ້ຽງດູລູກນ້ອຍ.

ໂດຍ: ເຈິ່ນຮວ່ຽນ