leftcenterrightdel
ທ່ານພົນເອກ Kang Sun Nam ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ.ເກົາຫຼີ ຕ້ອນຮັບທ່ານພົນໂທ ຮວ່າງຊວນຈ໊ຽນ. ພາບ: qdnd.vn

ທີ່ການພົບປະ, ທ່ານພົນເອກ Kang Sun Nam ເນັ້ນໜັກວ່າການພົວພັນລະຫວ່າງ ຫວຽດນາມ ແລະ ສປປ.ເກົາຫຼີ ແມ່ນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມໂດຍ ປະທານ ໂຮ່ຈີມິນ ແລະປະທານ ກິມ ອິນ ຊຸງ ພ້ອມກັບການນໍາຮຸ່ນກ່ອນ ຖະນຸຖະໜອມ ແລະໄດ້ຮັບການເພີ່ມພູນຄູນສ້າງ,  ປົກປັກຮັກສາຜ່ານຮຸ່ນຕ່າງໆ. ທ່ານພົນເອກ Kang Sun Nam ຢັ້ງຢືນຫຼັກໝັ້ນສະເໝີ ຕົ້ນສະເໝີປາຍຂອງ ສປປ.ເກົາຫຼີ ໃນການພັດທະນາການພົວພັນຮ່ວມມືລະຫວ່າງກອງທັບສອງປະເທດ. ທ່ານພົນເອກ Kang Sun Nam ເນັ້ນໜັກວ່າ ບັນດາການເຄື່ອນໄຫວພົບປະເຈລະຈາ, ແລກປ່ຽນຄະນະຜູ້ແທນ ຈະປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະປັບປຸງນໍ້າໃຈມິດຕະພາບລະຫວ່າງສອງປະເທດ ແລະສອງກອງທັບກວ່າອີກ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ທີ່ການເຂົ້າຢ້ຽມຂໍ່ານັບ. ພາບ: qdnd.vn
leftcenterrightdel
ທ່ານພົນເອກ Kang Sun Nam ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ.ເກົາຫຼີ ທີ່ການຕ້ອນຮັບ. ພາບ: qdnd.vn
leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງໃນພາລະກິດສ້າງສາ ແລະພັດທະນາປະເທດຊາດຂອງ ສປປ.ເກົາຫຼີ; ແຈ້ງໃຫ້ຊາບກ່ຽວກັບຜົນການພົບປະສອງຝ່າຍລະຫວ່າງສອງຄະນະ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຫວັງວ່າ ທ່ານລັດຖະມົນຕີ ຈະເອົາໃຈໃສ່, ຊີ້ນໍາບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ສປປ.ເກົາຫຼີ ສົມທົບກັບອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຫວຽດນາມ ຜັນຂະຫຍາຍເນື້ອໃນຮ່ວມມືທີ່ທັງສອງຝ່າຍ ໄດ້ເຫັນດີເປັນເອກະພາບ ເພື່ອພັດທະນາການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍກວ່າອີກ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບຂອງຂວັນຮູບພາບປະທານ ໂຮ່ຈີມິນ ແລະປະທານ ກິມ ອິນ ຊຸງ ໃຫ້ປະທານ ກິມຈອງອຸນ. ພາບ: qdnd.vn
leftcenterrightdel
ທ່ານພົນເອກ Kang Sun Nam ແລະທ່ານພົນໂທ ຮວ່າງຊວນຈ໊ຽນ ຖ່າຍຮູບພ້ອມກັບຜູ້ແທນສອງຝ່າຍ. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ສົ່ງຄໍາຢ້ຽມຢາມຖາມຂ່າວ ແລະຄໍາເຊື້ອເຊີນ ກໍຄືຄວາມປາດຖະໜາຂອງທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ຕ້ອນຮັບທ່ານພົນເອກ Kang Sun Nam ມາຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2024 ໃນເດືອນ ທັນວາ.

ໂອກາດນີ້, ຜ່ານທ່ານພົນເອກ Kang Sun Nam, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ມອບຂອງຂວັນ ເຊິ່ງ ແມ່ນຮູບພາບປະທານ ໂຮ່ຈີມິນ ແລະປະທານ ກິມອິນຊຸງ ໃຫ້ປະທານ ກິມ ຈອງ ອຸນ - ຮູບພາບທີ່ດີງາມຂອງການພົວພັນ ຫວຽດນາມ-ສປປ.ເກົາຫຼີ.

ໂດຍ: ໄຊຊະນະ