ທ່ານພັນເອກພິເສດ ຫງວຽນຫວຽດແອັງ, ຮອງເສນາທິການທະຫານເຮືອເຂດ 2, ຫົວໜ້າຄະນະປະຕິບັດງານໃນກຳປັ່ນ 18 ສັງກັດກອງພົນນ້ອຍ 171, ທະຫານເຮືອເຂດ 2 ແລະທ່ານພັນໂທ ໂດ້ກວາງທຸ່ຍ, ກັບຕັນກຳປັ່ນ 18 ເຂົ້າຮ່ວມເຫດການ.

leftcenterrightdel
ກຳປັ່ນ 18 ໃນຖັນແຖວຝຶກຊ້ອມ Kakadu 2024, ນອກຝັ່ງທະເລນະຄອນ Darwin, ອົດສະຕາລີ. ພາບ: qdnd.vn

ທີ່ພິທີ, ການນຳທ້ອງຖິ່ນ ແລະທະຫານເຮືອລາດຊະວົງອົດສະຕາລີ ໄດ້ຂອບໃຈບັນດາປະເທດທີ່ຈັດສົ່ງທະຫານ ແລະພາຫະນະເຂົ້າຮ່ວມການຝຶກຊ້ອມ, ຖືນີ້ແມ່ນກາລະໂອກາດເພື່ອໃຫ້ທະຫານເຮືອບັນດາປະເທດເພີ່ມທະວີຄວາມເຂົ້າໃຈ ແລະຮັກສາສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືໃນພາກພື້ນ ແລະໂລກ. ທ່ານພັນເອກພິເສດ ຫງວຽນຫວຽດແອງ ຂອບອົກຂອບໃຈທະຫານເຮືອລາດຊະວົງອົດສະຕາລີ ແລະທະຫານເຮືອບັນດາປະເທດເພື່ອນມິດທີ່ໄດ້ສ້າງເງື່ອນໄຂ ແລະໜູນຊ່ວຍກຳປັ່ນ 18 ແລະຄະນະປະຕິບັດງານສຳເລັດບັນດາເນື້ອໃນຂອງການຝຶກຊ້ອມ.

ກຳປັ່ນ 18 ໄດ້ເຂົ້າທຽບທ່າກຳປັ່ນ Coonawarra ຢູ່ນະຄອນ Darwin ໃນວັນທີ 8 ກັນຍາ ຕາມຄຳເຊີນຂອງທະຫານເຮືອລາດຊະວົງອົດສະຕາລີ ເພື່ອເຂົ້າຮ່ວມບັນດາການເຄື່ອນໄຫວປອດສູ້ຮົບຢູ່ທ່າກຳປັ່ນ ແລະຢູ່ທະເລໃນການຝຶກຊ້ອມ Kakadu 2024. ພ້ອມດ້ວຍການປະຕິບັດສຳເລັດບັນດາເນື້ອໃນການຝຶກຊ້ອມແລ້ວ, ການແຂ່ງຂັນກິລາມິດຕະພາບ, ການພົບປະແລກປ່ຽນວັດທະນະທໍາ, ງານລ້ຽງໃນກຳປັ່ນ 18 ໄດ້ສ້າງຄວາມປະທັບໃຈອັນດີງາມກ່ຽວກັບປະເທດຊາດ, ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ ໃຫ້ເພື່ອນມິດສາກົນ ແລະຊາວຫວຽດນາມ ຢູ່ຕ່າງປະເທດ.

ຕາມແຜນການ, ໃນວັນທີ 20 ກັນຍາ, ກໍາປັ່ນ 18 ອອກຈາກນະຄອນ Darwin ເພື່ອກັບຄືນປະເທດ.

ໂດຍ: ຈາງຫງວຽນ