ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ, ໃນໄລຍະຜ່ານມາ, ການພົວພັນຮ່ວມມືໃນຂົງເຂດປ້ອງກັນຊາດຫວຽດນາມ - ອີຢູ ບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ, ພົ້ນເດັ່ນໃນບັນດາຂົງເຂດ ຄື: ການເຈລະຈາດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຮັກສາສັນຕິພາບຂອງສະຫະປະຊາຊາດ, ການບຳລຸງກໍ່ສ້າງ,... ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ສະເໜີໃຫ້ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໂອໂຕຣິດ ສືບຕໍ່ເອົາໃຈໃສ່, ຊຸກຍູ້ບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ -  ແລະອີຢູ, ໃນນັ້ນສຸມໃສ່: ການແລກປ່ຽນຄະນະຜູ້ແທນ, ການເຈລະຈາດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືລະຫວ່າງບັນດາອົງການຄົ້ນຄວ້າ, ບຳລຸງສ້າງ ແລະຮັກສາສັນຕິພາບຂອງສະຫະປະຊາຊາດ; ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2024; ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮັບເອົາທະຫານກະຊວງປ້ອງກັນປະເທດ ໂອໂຕຣິດ ມາຮຽນພາສາຫວຽດ ແລະເຂົ້າຮ່ວມຊຸດຄົ້ນຄວ້ານະໂຍບາຍປ້ອງກັນຊາດ ຢູ່ວິທະຍາຄານປ້ອງກັນຊາດ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທ່ານ Arnold H.Kammel. ພາບ: qdnd.vn

ສ່ວນທ່ານ Arnold H.Kammel ເຊື່ອໝັ້ນວ່າ, ເຫດການເປີດສະເໝີປຶ້ມຄູ່ມືນະໂຍບາຍປ້ອງກັນຄວາມສະຫງົບ ແລະປ້ອງກັນຕົວລວມ ອີຢູ ດ້ວຍພາສາຫວຽດ ຈະປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຢູ ໃຫ້ບັນລຸຄຸນນະພາບ, ມີປະສິດທິຜົນ; ເຫັນດີກັບຂໍ້ສະເໜີຂອງທ່ານພົນໂທ ຮວ່າງຊວນຈ໊ຽນ ກ່ຽວກັບທິດທາງຮ່ວມມື ໃນໄລຍະຈະມາເຖິງລະຫວ່າງຫວຽດນາມ ແລະອີຢູ, ເນັ້ນໜັກຄວາມສາມາດບົ່ມຊ້ອນດ້ານການຮ່ວມມືໃນຂົງເຂດການສຶກສາ-ບຳລຸງສ້າງ ແລະຍົກສູງຄວາມສາມາດໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ; ຢືນຢັນວ່າ: ການຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະໂອໂຕຣິດ ຈະປະກອບສ່ວນພັດທະນາການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ ເວົ້າລວມ.

ຕອນເຊົ້າວັນດຽວກັນ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ໃຫ້ການຕ້ອນຮັບທ່ານພັນເອກ  Jiangbo ທີ່ປຶກສາທູດປ້ອງກັນຊາດຈີນ ປະຈຳຫວຽດນາມ ເຂົ້າຢ້ຽມຂໍ່ານັບ. ຊົມເຊີຍທ່ານພັນເອກພິເສດ  Jiangbo ເລີ່ມດຳລົງຕຳແໜ່ງໃໝ່ເປັນທີ່ປຶກສາທູດປ້ອງກັນຊາດຈີນ ປະຈຳຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ເຊື່ອໝັ້ນວ່າ ທ່ານພັນເອກພິເສດ  Jiangbo ຈະປະຕິບັດໜ້າທີ່ປະສົບຜົນສໍາເລັດຢ່າງຈົບງາມ, ຕັ້ງໜ້າປະກອບສ່ວນໃຫ້ແກ່ການພັດທະນາການພົວພັນຮ່ວມມືປ້ອງກັນຊາດຫວຽດນາມ-ຈີນ ໃນໄລຍະຈະມາເຖິງ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທ່ານພັນເອກພິເສດ  Jiangbo. ພາບ: qdnd.vn

ໃນໄລຍະທີ່ຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍສືບຕໍ່ໄດ້ຮັບການຢັ້ງຢືນວ່າແມ່ນເສົາຄ້ຳສຳຄັນໃນການພົວພັນລະຫວ່າງສອງປະເທດ, ສະແດງໃຫ້ເຫັນຜ່ານຫຼາຍເນື້ອໃນຮ່ວມມືທີ່ແທດຈິງ ແລະມີປະສິດທິຜົນໃນ ບັນດາຂົງເຂດຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ການຮ່ວມມືຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນ ຄັ້ງທີ 8; ...

ທ່ານພັນເອກພິເສດ  Jiangbo ຢືນຢັນພ້ອມແລ້ວທີ່ຈະສົມທົບກັບບັນດາອົງການກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ຫວຽດນາມ ເພື່ອຜັນຂະຫຍາຍ ແລະຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ຝ່າຍບົນພື້ນຖານຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດ.

ໂດຍ: ທະນາພອນ