leftcenterrightdel
ບັນຍາກາດທີ່ການຕອ້ນຮັບ. ພາບ: qdnd.vn

ທີ່ການຕ້ອນຮັບ, ສອງຝ່າຍຕີລາຄາໝາກຜົນການຮ່ວມມືລະຫວ່າງ ຕໍາຫຼວດທະເລຫວຽດນາມ ແລະກໍາລັງປ້ອງກັນຝັ່ງທະເລຍີ່ປຸ່ນ ໃນ 6 ເດືອນຕົ້ນປີ 2024. ຕາມນັ້ນແລ້ວ, ສອງຝ່າຍໄດ້ຜັນຂະຫຍາຍບັນດາເນື້ອໃນຮ່ວມມືທີ່ສຳຄັນ, ພົ້ນເດັ່ນແມ່ນການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຈັດຕັ້ງບັນດາຊຸດຝຶກອົບຮົມ, ແລກປ່ຽນບົດຮຽນປະສົບການໃນຂອບເຂດບໍ່ຂຶ້ນກັບໂຄງການຮ່ວມມືບໍາລຸງສ້າງ ແລະຍົກສູງກໍາລັງຄວາມສາມາດໃຫ້ແກ່ຕໍາຫຼວດທະເລຫວຽດນາມ.

ທ່ານພົນຈັດຕະວາ ຫວູຈູງກຽນ ໃຫ້ຮູ້ວ່າ, ຕໍາຫຼວດທະເລຫວຽດນາມ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງກໍາລັງປ້ອງກັນຝັ່ງທະເລຍີ່ປຸ່ນ ໃນການຈັດຕັ້ງບັນດາຊຸດຝຶກອົບຮົມ, ແລກປ່ຽນບົດຮຽນປະສົບການລະຫວ່າງສອງກໍາລັງປະຕິບັດກົດໝາຍຢູ່ທະເລ. ເນື້ອໃນການຝຶກອົບຮົມ ແລະການແລກປ່ຽນນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ຊ່ວຍໃຫ້ຕໍາຫຼວດທະເລຫວຽດນາມ ຍົກສູງຄວາມສາມາດໃນການແກ້ໄຂກໍລະນີ. ຄຽງຂ້າງນັ້ນ, ນີ້ກໍ່ແມ່ນໂອກາດທີ່ດີເພື່ອແນໃສ່ເພີ່ມທະວີການຮ່ວມມື ແລະຍົກສູງຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງຕໍາຫຼວດທະເລຫວຽດນາມ ແລະກໍາລັງປ້ອງກັນຝັ່ງທະເລຍີ່ປຸ່ນ.

leftcenterrightdel
ບັນດາຜູ້ແທນ ຖ່າຍຮູບລວມ. ພາບ: qdnd.vn

ສ່ວນທ່ານ Kato Tetsuro ຢືນຢັນວ່າ, ນັບແຕ່ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືເມື່ອປີ 2015, ກໍາລັງປ້ອງກັນຝັ່ງທະເລຍີ່ປຸ່ນ ແລະຕໍາຫຼວດທະເລຫວຽດນາມ ໄດ້ມີການເຄື່ອນໄຫວຮ່ວມມືຫຼາຍຢ່າງ, ຜ່ານນັ້ນໄດ້ສ້າງສາຍພົວພັນອັນດີງາມທີ່ສຸດ.

ທີ່ການຕ້ອນຮັບ, ສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບການສົມທົບກັນປັບປຸງລະບຽບການຕ່າງໆທີ່ກ່ຽວຂ້ອງເຖິງບໍ່ຂຶ້ນກັບໂຄງການມອບອຸປະກອນ ໃຫ້ສູນບໍາລຸງກໍ່ສ້າງຕໍາຫຼວດທະເລ. ກ່ຽວກັບການຮ່ວມມືສອງຝ່າຍໃນ 6 ເດືອນທ້າຍປີ, ສອງຝ່າຍໄດ້ເຫັນດີຈັດຕັ້ງກອງປະຊຸມສອງຝ່າຍ ຄັ້ງທີ 11 ລະຫວ່າງຕໍາຫຼວດທະເລຫວຽດນາມ ແລະກຳລັງປ້ອງກັນຝັ່ງທະເລຍີ່ປຸ່ນ ບົນພື້ນຖານດຳເນີນບັນດາການເຄື່ອນໄຫວປະຈຳປີ, ຄາດວ່າຈະດຳເນີນໃນເດືອນທັນວາຕໍ່ໜ້າ.

ໂດຍ: ທູຈາງ