leftcenterrightdel
ພິທີເຊັນບົດບັນທຶກມອບ-ຮັບອັດຖິທະຫານອາເມລິກາ. ພາບ: ກິມເງິນ.

ເຂົ້າຮ່ວມພິທີມີຜູ້ຕາງໜ້າການນໍາບັນດາກົມກອງຂຶ້ນກັບກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ, ກະຊວງຕໍາຫຼວດ, ອົງການຫວຽດນາມ ຊອກຫາຜູ້ຫາຍສາບສູນ (VNOSMP), ຄະນະກໍາມະການປະຊາຊົນແຂວງແຄ໋ງຮວ່າ. ຝ່າຍອາເມລິກາ ມີ ທ່ານ Marc Knapper ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະລັດ ອາເມລິກາ ປະຈຳຫວຽດນາມ, ການນໍາຫ້ອງການ MIA ອາເມລິກາ ຢູ່ ຮ່າໂນ້ຍ (DET2). 

leftcenterrightdel
ພິທີມອບ-ຮັບອັດຖິທະຫານອາເມລິກາ ຄັ້ງທີ 166. ພາບ: ກິມເງິນ.

ທີ່ພິທີມອບ-ຮັບອັດຖິ, ຜູ້ຕາງໜ້າຝ່າຍຫວຽດນາມ ໄດ້ມອບໃຫ້ຝ່າຍອາເມລິກາ ຈໍານວນ 4 ໂລງ ທີ່ບັນຈຸອັດຖິທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ. ນີ້ແມ່ນຈໍານວນອັດຖິຂຸດຄົ້ນໄດ້ຢູ່ແຂວງແຄ໋ງຮວ່າ ໃນການຊອກຫາລວມ ຄັ້ງທີ 155 (ແຕ່ເດືອນພຶດສະພາ ຫາເດືອນ ກໍລະກົດ ປີ 2024).

leftcenterrightdel
ບັນດາຜູ້ແທນ ເຂົ້າຮ່ວມພິທີມອບ-ຮັບອັດຖິທະຫານອາເມລິກາ ຄັ້ງທີ 166. ພາບ: ກິມເງິນ.

ໂດຍຮູ້ແລ້ວວ່າ, ການເຄື່ອນໄຫວມະນຸດສະທໍາສົມທົບກັນຊອກຫາ ແລະກວດກາອັດຖິທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົມຄາມ ຢູ່ຫວຽດນາມ ໄດ້ດໍາເນີນແຕ່ທ້າຍທົດສະວັດ 1980; ຕາມຂໍ້ຕົກລົງລະຫວ່າງສອງລັດຖະບານ ຫວຽດນາມ ແລະອາເມລິກາ. ມາຮອດປັດຈຸບັນ, ຫວຽດນາມ ໄດ້ຊ່ວຍອາເມລິກາ ລະບຸຕົນຕົວທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ຈໍານວນກວ່າ 730 ກໍລະນີ. ການເຄື່ອນໄຫວນີ້ປະກອບສ່ວນຮໍາບາດແຜ, ບັນເທົາຄວາມເຈັບປວດຂອງສົງຄາມ; ສ້າງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ-ອາເມລິກາ.

ໂດຍ: ໄຊຊະນະ