ເມື່ອມາເຖິງກວາງນາມໃນຕົ້ນເດືອນກໍລະກົດ, ພວກຂ້າພະເຈົ້າໄດ້ເຫັນທົ່ງນາທີ່ຂຽວອຸ່ມທຸ່ມ,... ສີຂຽວອົບອຸ່ນນັ້ນແມ່ນຍ້ອນມີການປະກອບສ່ວນເຫື່ອແຮງຂອງພະນັກງານ, ນັກຮົບຂອງກໍາລັງປະກອບອາວຸດ ແລະຄວາມມານະພະຍາຍາມຂອງພໍ່ແມ່ປະຊາຊົນບັນດາເຜົ່າແຂວງກວາງນາມ...

ທ່ານພັນເອກພິເສດ ມາຍກິມບິ່ງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງກວາງນາມ, ໃຫ້ຮູ້ວ່າ: “ເພື່ອຜັນຂະຫຍາຍນະໂຍບາຍ “ລົບລ້າງຄອບຄົວທີ່ອຶດຫິວ, ຫຼຸດຜ່ອນຄອບຄົວທຸກຍາກ” ຂອງຄະນະພັກ, ກອງບັນຊາການທະຫານເຂດ 5 ໃຫ້ລະອຽດ, ມີວິທະຍາສາດ, ແທດເໝາະກັບຈຸດພິເສດ, ສະພາບການຂອງທ້ອງຖິ່ນໃນວຽກງານຂົນຂວາຍປະຊາຊົນ, ໂດຍອີງໃສ່ຄວາມສາມາດ, ໜ້າທີ່, ບັນດາອົງການ, ກົມກອງໄດ້ເປັນເຈົ້າການເລືອກເອົາຮູບການ ແລະມາດຕະການທີ່ເໝາະສົມ. ອີກດ້ານໜຶ່ງ, ບັນດາກົມກອງເປັນເຈົ້າການປະຕິບັດການປະຢັດຄ່າໃຊ້ຈ່າຍຢ່າງຕັ້ງໜ້າ ເພື່ອໃຫ້ມີແຫຼ່ງທຶນຫຼາຍຂຶ້ນເພື່ອຊ່ວຍໃຫ້ປະຊາຊົນບັນລຸຜົນປະສິດທິຜົນໄວທີ່ສຸດ…”.

ເພື່ອຄ່ອຍໆຊ່ວຍໃຫ້ປະຊາຊົນຫັນປ່ຽນຄວາມຮັບຮູ້ ແລະການເຮັດກະສິກຳ, ພະນັກງານ, ນັກຮົບຂອງກອງບັນຊາການທະຫານເມືອງ ໄດ້ສົ່ງພະນັກງານໄປທ້ອງຖິ່ນ “ປະຈຳຢູ່ບ້ານ” ເພື່ອເກັບໄດ້ແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງພໍ່ແມ່ປະຊາຊົນ, ບົນພື້ນຖານນັ້ນ, ສະເໜີໃຫ້ຄະນະພັກອຳນາດການປົກຄອງທ້ອງຖິ່ນມີມາດຕະການແກ້ໄຂ, ພ້ອມທັງຍູ້ແຮງການໂຄສະນາຂົນຂວາຍປະຊາຊົນໃຫ້ເຂົ້າໃຈຢ່າງຈະແຈ້ງເຖິງສາເຫດຂອງຄວາມທຸກຍາກ ແລະຄວາມຫຼ້າຫຼັງ; ສະໝັກໃຈຄ່ອຍໆປະຖິ້ມຮີດຄອງປະເພນີເຊື່ອຖືງົມງວາຍ ແລະນຳໃຊ້ຄວາມກ້າວໜ້າທາງວິທະຍາສາດ ແລະເຕັກນິກເຂົ້າໃນການຜະລິດ... ໃນ 5 ປີຜ່ານມາ, ກົມກອງໄດ້ຊ່ວຍ 51 ຄອບຄົວລົບລ້າງຄວາມທຸກຍາກແບບຍືນຍົງດ້ວຍຍອດຈຳນວນເງິນສະໜັບສະໜູນເກືອບ 1 ຕື້ດົ່ງ ແລະແຮງງານເກືອບ 2.200 ວັນ.

leftcenterrightdel
ພະນັກງານ, ນັກຮົບກອງບັນຊາການທະຫານແຂວງກວາງນາມ ເຮັດວຽກງານຂົນຂວາຍປະຊາຊົນໄດ້ເປັນຢ່າງດີ, ປະກອບສ່ວນກໍ່ສ້າງຊົນນະບົດໃໝ່ຢູ່ທ້ອງຖິ່ນ. ພາບ: qdnd.vn

ຕາມທ່ານພັນເອກ ຫວໍມິງເຈືອງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງກວາງນາມ ແລ້ວ, ດ້ວຍທັດສະນະ “ສະໜິດຕິດແທດກັບປະຊາຊົນ ເພື່ອຂົນຂວາຍປະຊາຊົນ”, ໃນຊຸມປີມໍ່ໆມານີ້, ບັນດາອົງການ, ຫົວໜ່ວຍຂຶ້ນກັບກອງບັນຊາການທະຫານແຂວງ ກວາງນາມ ຍາມໃດກໍ່ຖືເປັນສຳຄັນວຽກງານໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນຢູ່ຕາແສງຈຸດສຸມທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍດ້ານ, ເປັນເຈົ້າການ, ປະຕິບັດແນວທາງນະໂຍບາຍຂອງພັກ, ນະໂຍບາຍຂອງລັດ;

ເພື່ອຍົກສູງສະຕິ, ຄວາມຮັບຜິດຊອບໃນພາລະກິດສ້າງສາ, ປົກປັກຮັກສາບ້ານເກີດເມືອງນອນ, ຄະນະກອງບັນຊາການທະຫານເມືອງ, ເທດສະບານຍາມໃດກໍ່ຄຽງບ່າຄຽງໄຫຼ່ກັບບັນດາຄະນະພັກ, ອຳນາດການປົກຄອງທ້ອງຖິ່ນກໍ່ສ້າງລະບົບຮາກຖານການເມືອງ, ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆໂດຍໄວໃນໝູ່ປະຊາຊົນ. ຍ້ອນເຫດນັ້ນ, ຢູ່ບໍລິເວນແຂວງກວາງນາມ ໃນຊຸມປີມໍ່ໆມານີ້ຍັງບໍ່ທັນເກີດ “ຄວາມເຄັ່ງຮ້ອນ”, ສະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໄດ້ຮັບການຮັກສາ; ນ້ຳໃຈທະຫານ ແລະປະຊາຊົນນັບມື້ນັບຮັດແໜ້ນຂຶ້ນຕື່ມ.

ຕອບສະໜອງຂະບວນການແຂ່ງຂັນ “ກອງທັບເຂົ້າຮ່ວມການທະຫານກໍ່ສ້າງຊົນນະບົດໃໝ່” ແລະແຜນນະໂຍບາຍ “ລົບລ້າງໜຶ່ງຄອບຄົວທີ່ອຶດຫິວ, ຫຼຸດຜ່ອນໜຶ່ງຄອບຄົວທຸກຍາກ”, ແຕ່ປີ 2019 ມາຮອດປະຈຸບັນ, ກອງບັນຊາການທະຫານແຂວງກວາງນາມ ໄດ້ຈັດຕັ້ງການເຄື່ອນໄຫວເຮັດວຽກງານຂົນຂວາຍຫຼາຍຄັ້ງມີພະນັກງານ, ນັກຮົບເຂົ້າຮ່ວມ 4.000 ກວ່າຄົນ.

ດ້ວຍຄວາມຮັກແພງ, ຄວາມຮັບຜິດຊອບ, ໃນຊຸມປີມໍ່ໆມານີ້, ບັນດາພະນັກງານ ແລະພົນທະຫານຂອງບັນດາອົງການ, ກົມກອງຂຶ້ນກັບກອງບັນຊາການທະຫານແຂວງກວາງນາມ ສືບຕໍ່ປະຕິບັດ “3 ຕິດແທດ, 4 ພ້ອມ” ກັບປະຊາຊົນຢ່າງບໍ່ຢຸດຢັ້ງ. ບໍ່ພຽງແຕ່ຊ່ວຍໃຫ້ບັນດາທ້ອງຖິ່ນກໍ່ສ້າງເສັ້ນທາງ, ກວດພະຍາດ, ແຈກຢາຍຢາໃຫ້ແກ່ປະຊາຊົນ, ພະນັກງານ, ນັກຮົບບັນດາອົງການ, ຫົວໜ່ວຍສັງເກດກໍາລັງປະກອບອາວຸດແຂວງກວາງນາມ ເອົາໃຈໃສ່ເຖິງການດໍາລົງຊີວິດປະຈໍາວັນຂອງປະຊາຊົນ... ສ່ວນໜຶ່ງແມ່ນສະແດງເຖິງນ້ຳໃຈຮັກແພງຂອງທະຫານລຸງໂຮ່.

ປະຈຸບັນ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ບັນດາທ້ອງຖິ່ນ ນາມຢາງ, ໄຕຢາງ, ຈ່າມີໃຕ້, ຈ່າມີເໜືອ, ນູຍແທ່ງ, ຕຽນຟຸກ... ໄດ້ປ່ຽນແປງຫຼາຍຢ່າງ. ນາງ Brao Lan ຢູ່ບ້ານ ກົງເຕີເຣີນ, ຕາແສງ ລາເອເອ (ເມືອງ ນາມຢາງ), ແບ່ງປັນວ່າ: “ທະຫານໄດ້ແນະນໍາພໍ່ແມ່ປະຊາຊົນເຮັດໄຮ່ເຮັດນາໃຫ້ມີສະມັດຕະພາບສູງ. ທະຫານເວົ້າພໍ່ແມ່ປະຊາຊົນຟັງ, ທະຫານເຮັດໃຫ້ພໍ່ແມ່ປະຊາຊົນເຮັດຕາມ. ຍ້ອນມີທະຫານລຸງໂຮ່, ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກ. ບຸນຄຸນນີ້ພໍ່ແມ່ປະຊາຊົນ ເກີຕູ ຍາມໃດກໍ່ຈົດຈໍາ!”.

ມີຄວາມພາກພູມໃຈກ່ຽວກັບການປ່ຽນແປງໃໝ່ຢູ່ບ້ານເກີດເມືອງນອນ, ທ່ານ ຫງວຽນກົງແທງ, ຮອງປະທານສະພາປະຊາຊົນແຂວງ ກວາງນາມ ຢືນຢັນວ່າ: “ຂອບໃຈບັນດາທະຫານ, ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ບໍລິເວນແຂວງກວາງນາມ ໄດ້ປ່ຽນແປງໃໝ່ບັນດາການກະທຳທີ່ມີຄວາມກະຕັນຍູ; ການປະຕິບັດດັ່ງກ່າວໄດ້ປະກອບສ່ວນພ້ອມກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ສູ້ຊົນປະຕິບັດເປົ້າໝາຍລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ປັບປຸງຊີວິດດ້ານວັດຖຸ, ຈິດໃຈຂອງປະຊາຊົນນັບມື້ນັບດີຂຶ້ນ”.

ປະຕິບັດວຽກງານຂົນຂວາຍປະຊາຊົນເປັນຢ່າງດີຕາມແບບຢ່າງ, ວຽກງານຊ່ວຍເຫຼືອປະຊາຊົນຢ່າງມີປະສິດທິຜົນ, ປະກອບສ່ວນສຳຄັນໃຫ້ແກ່ອົງຄະນະພັກ ການທະຫານແຂວງກວາງນາມ ປະຕິບັດສຳເລັດໜ້າທີ່ໃນປີ 2022 ແລະ 2023, ກອງບັນຊາການທະຫານແຂວງກວາງນາມ ເປັນກຽດໄດ້ເຂົ້າຮ່ວມຮັບລາງວັນທຸງແຂ່ງຂັນຈາກນາຍົກລັດຖະມົນຕີ.

ໂດຍ: ໄຊນີດາ