ຜ່ານການຮັບຟັງລາຍງານ ແລະລົງກວດກາຕົວຈິງຢູ່ບັນດາກົມກອງ, ຄື: ກອງບັນຊາການທະຫານແຂວງບັກກ້ານ, ກອງບັນຊາການທະຫານນະຄອນບັກກ້ານ ແລະກອງພັນໃຫຍ່ 750, ຄະນະປະຕິບັດງານຕີລາຄາວ່າ ໃນ 6 ເດືອນຕົ້ນປີ 2024, ກອງບັນຊາການທະຫານແຂວງບັກກ້ານ ໄດ້ຕັ້ງໜ້າ; ເປັນເຈົ້າການເປັນເສນາທິການໃຫ້ຄະນະພັກ ແລະອຳນາດການປົກຄອງທ້ອງຖິ່ນ ຜັນຂະຫຍາຍວຽກງານທຸກດ້ານຢ່າງຮອບດ້ານ ແລະປະຕິບັດວຽກງານປ້ອງກັນຊາດ ແລະການທະຫານທ້ອງຖິ່ນເປັນຢ່າງດີ. ກໍ່ສ້າງອົງຄະນະພັກກອງບັນຊາການທະຫານແຂວງບັກກ້ານ ທີ່ປອດໃສ ແລະໝັ້ນຄົງເຂັ້ມແຂງ ຕິດພັນກັບການກໍ່ສ້າງກົມກອງໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”, ມີຄຸນນະພາບ, ມີຄວາມສາມາດກຽມພ້ອມສູ້ຮົບສູງ; ກໍ່ສ້າງເຂດປ້ອງກັນຢ່າງໜັກແໜ້ນ; ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມຢູ່ໃນບໍລິເວນ; ປະຕິບັດສຳເລັດໜ້າທີ່ທີ່ໄດ້ມອບໝາຍເປັນຢ່າງດີ.

leftcenterrightdel
ທ່ານພົນຕີ ຫງວຽນຢວ໊ານແອັງ, ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ກ່າວຄໍາເຫັນສະຫຼຸບການກວດກາທີ່ກອງບັນຊາການທະຫານ ນະຄອນບັກກ້ານ. ພາບ: qdnd.vn

ໃນວິວັດການກວດກາ, ຄະນະປະຕິບັດງານໄດ້ຊີ້ອອກບັນດາຂໍ້ຈຳກັດ ແລະຈຸດອ່ອນ, ພ້ອມກັນນັ້ນສະເໜີໃຫ້ກົມກອງຖອດຖອນເອົາບົດຮຽນປະສົບການຢ່າງເຂັ້ມງວດ ແລະມີມາດຕະການແກ້ໄຂ.

ສະຫຼຸບການກວດກາ, ທ່ານພົນຕີ ຫງວຽນຢວ໊ານແອັງ ຮຽກຮ້ອງໃຫ້ກໍາລັງປະກອບອາວຸດແຂວງບັກກ້ານ ສືບຕໍ່ຊາບຊຶມບັນດາຄໍາສັ່ງ, ມະຕິຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຄະນະພັກ ກອງບັນຊາການທະຫານເຂດ 1 ກ່ຽວກັບການຍົກສູງຄຸນນະພາບການຝຶກແອບ, ການຝຶກຊ້ອມກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ປະຕິບັດວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ໃຫ້ເປັນຢ່າງດີ; ເພີ່ມທະວີການສົມທົບກັນລະຫວ່າງບັນດາກຳລັງ ໃນການແກ້ໄຈສະພາວະການ, ຮັບປະກັນdkoປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ບໍລິເວນ, ພ້ອມແລ້ວທີ່ຈະແກ້ໄຂກໍລະນີ ທີ່ເກີດຂຶ້ນ. ຈັດຕັ້ງການຝຶກແອບອົບຮົມ ແລະບໍາລຸງກໍ່ສ້າງໃຫ້ບັນດາເປົ້າໝາຍຖືກຕາມໂຄງການ, ແຜນການທີ່ໄດ້ວາງອອກ, ເພີ່ມທະວີການຝຶກແອບກຽມພ້ອມສູ້ຮົບ, ບໍ່ປະໃຫ້ຕົກຢູ່ທ່າຮັບ, ບັງເອີນ. ຮັກສາ ແລະ ກໍ່ສ້າງລະບຽບວິໄນເປັນກໍາລັງຫຼວງ, ຝຶກຝົນຫຼໍ່ຫຼອມລະບຽບວິໄນ, ກໍ່ສ້າງອົງການ, ກົມກອງ ໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”.

leftcenterrightdel
ສະຫາຍ ຮວ່າງຢຸຍຈິງ, ກໍາມະການສູນກາງພັກ, ເລລາພັກແຂວງບັກກ້ານ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn

ເພື່ອປະຕິບັດສຳເລັດໜ້າທີ່ 6 ເດືອນທ້າຍປີ ແລະ ໄລຍະຕໍ່ໄປ, ທ່ານຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ຮຽກຮ້ອງໃຫ້ທະຫານເຂດ 1 ຊີ້ນຳກຳລັງປະກອບອາວຸດແຂວງບັກກ້ານ ສືບຕໍ່ຊາບຊຶມ, ຜັນຂະຫຍາຍປະຕິບັດ ແລະ ມີມາດຕະການແກ້ໄຂຂໍ້ຈໍາກັດ, ຈຸດອ່ອນເຊິ່ງຄະນະກວດກາ ໄດ້ຊີ້ອອກ.

ໂດຍ: ທູຈາງ